ຊາວລ້ຽງປາ ຕ້ອງການ ການຊ່ອຍເຫລືອ ພາຍຫລັງນໍ້າຖ້ວມ

ຂແນງລ້ຽງສັດ ແຂວງສວັນນະເຂຕ ຕ້ອງກາຣ ງົບປະມານ ໃນກາຣຊ່ວຍເຫລືອ ຊາວບ້ານ ທີ່ສູນເສັຽ ປາລ້ຽງ ຈາກເຫຕກາຣ ນ້ຳຖ້ວມ ປີນີ້.

ເຈົ້າໜ້າ​ທີ່ ​ແຂນ​ງລ້ຽງສັຕ ​ແລະ ​ກາຣປະມົງ ​ແຜນກ ກະສິກັມ ​ປ່າ​ໄມ້ ​ປະຈຳ​ແຂວງ​ສວັນນ​ະ​ເຂ​ຕ ​ໄດ້​ກ່າວ​ເຖີງ ​ຄວາມ​ເສັຽຫາຍ ​ຂອງປະຊາຊົນ ຈາກ​ພັຍ​ນ້ຳຖ້ວມ​ ໂດຽສະ​ເພາະ ຊາວບ້ານ ທີ່​ມີ​ອາຊີ​ພ ລ້ຽງ​ປາ​ຂາຍນັ້ນ ຈື່ງ​ໄດ້​ ສ​ເນີ​ຂື້ນ​​ໄປ ​ຍັງ​ພາຄສ່ວນກາງ ຂອງພັກ-ຣັຖ ​ເປັນ​ງົບປະມານ ​ໄປ​ຊ່ວຍ​ເຫລືອ ​ເຂົາ​ເຈົ້າ ດັ່ງ​ທີ່​ທ່ານ​ໄດ້​ໃຫ້ ກາຣຊີ້​ແຈງ ​ວ່າ:

"ກ່ຽວ​ກັບ​ຜົລ​ເສັຽຫາຍ​ຈາກ​ປາ​ອອກ​ຂອງ​ຊາວ ບ້ານ​ອອກ​ຈາກ​ໜອງ ​ເຮົາ​ຢາກ​ໄດ້​ເງີ​ນທົດ​ແທນ​ຜລິ​ຕລູກ​ປາ​ຊ່ວຍ​​ເຂົາ​ຕື່ມ ດຽວ​ນີ້​ກຳລັງ​ສ​ເນີ​ແຜນກາ​ເພີ່ນ ​ເພີ່ນ​ຍັງ​ບໍ່ ​ໃຫ້​ຄຳ​ຕອບ (​ເທື່ອ)"

​ເຈົ້າໜ້າ​ທີ່​ລາວ​ ດັ່ງກ່າວ ​ໄດ້​ແຈ້ງ​ຕື່ມ ​ວ່າ ປາ ​ຂອງ​ຊາວບ້ານ ​ທີ່​ເຄີຽລ້ຽງ​ມາ ​ທີ່​ຍັງ​ເຫລືອ​ຢູ່ ​​ໃນ​ໜອງ ມີ​ພຽງ​ສ່ວນ​ນ້ອຍ​​ເທົ່າ​ນັ້ນ ​ແລະ ​ກໍບໍ່​ສາມາດ ​ນຳ​ໄປ​ຂາຍ ​ເປັນຣາຍ​ໄດ້ ​ເພື່ອ​ລ້ຽງ​ຄອບຄົວ ​ແຕ່​ຢ່າງ​ໃດ ພ້ອມ​ຍັງ​ມີ ​ກາຣສູນ​ເສັຽພັນ​ປາ ​ຢ່າງ​ຫລວງຫລາຍ ​ນຳ​ດ້ວຍ.

​ໃນ​ຂະນະ​ດຽວ​ກັນນັ້ນ ກໍ​ມີ​ເຈົ້າໜ້າ​ທີ່ ​ຈາກ​ແຂວງ​ບໍຣິຄຳ​ໄຊ ​ທີ່​ໄດ້​ກ່າວ​ເຖີງ ​ຊາວ​ກະ​ເສຕລ້ຽງ​ປາ ພາຍ​ໃນ​ແຂວງ​ຂອງ​ຕົນ ​ທີ່​ສູນ​ເສັຽພັນ​ປາ ​ຈາກ​ພັຍ​ນ້ຳຖ້ວມ​ ເຊັ່ນ​ກັນ​ວ່າ:

"ມັນ​ ກໍ​ເສັຽ ພັນ​ປາ ​ທີ່​ຂະ​ເຈົ້າ ປ່ອຍ​ລົງ​ໄປ ນ້ຳຖ້ວມ​ ໄປ​ໝົດ ມັນ​ກໍ​ເສັຽ ​ເສັຽຫລາຍ​ເຕີບ​ຢູ່ ​ແຕ່​ວ່າ ​ບໍ່​ຈື່​ຕົວ​ເລຂປານ​ໃດ ​ໄດ້​ຂື້ນ​ແຜນ ​ສົ່ງ​ໃຫ້​ກົມ​ ເພື່ອ​ຂໍ​ພັນ​ປາ ​ແຕ່​ບໍ່​ຮູ້​ ຊິ​ໄດ້​​ເທົ່າ​ໃດ?"

ຢ່າງ​​ໃດ​ກໍ​ຕາມ ​ທາງ​ເຈົ້າໜ້າ​ທີ່ ​ທັງ​ສອງ​ ຍັງ​ໄດ້​​ໃຫ້ ກາຣອະທິບາຍ​ ຕໍ່​ໄປ​ວ່າ: ຫລັງ​ຈາກ ​ໄດ້​ສົ່ງ ຣາຍງານ ​ໃຫ້​ກັບ​ທາງ​ກົມ​ ກາຣປະມົງ ​ທີ່​ນະຄອນຫລວງ​ວຽງ​ຈັນ​ແລ້ວນັ້ນ ​ແລະ ​ຫລັງ​ຈາກ ຣະດັບນ້ຳ​ແຫ້ງ​ລົງ ທາງ​ແຂນ​ງ ປະມົງ ​ກໍ​ໄດ້​ສົ່ງ​ ເຈົ້າໜ້າ​ທີ່​ ລົງ​ມາ​ເກັບ​ກຳ​ ຂໍ້​ມູລ ພ້ອມ​ກັບ​ ດຳ​ເນີນ​ກາຣ ສຳຣວຈ ຕາມ​ພື້ນ​ທີ່ ທີ່​​ໄດ້​ຮັບ​ຄວາມ​ເສັຽຫາຍ ​ຢ່າງ​ລະອຽດ ​ແລະ ​ຄາດ​ວ່າ ​ພາຍ​ໃນ​ ທ້າຍ​ສັປດາ​ນີ້ ທາງ​ກົມ ​ປະມົງ​ກໍ​ຄົງ​ຈະ​ມີ​ ກາຣຮັບ​ພິຈາຣະນາ ​ດ້ານ​ງົບປະມານ ​ເພື່ອ​ນຳ​ໄປ​ຊ່ວຍ​ເຫລືອ ​ປະຊາຊົນ ​​ໃນ​ແຕ່ລະ​ເຂ​ຕ ທີ່​ໄດ້​ຮັບ​ຄວາມ​ເດືອດຮ້ອນ ​ຈາກ​ພັຍ​ນ້ຳຖ້ວມ​ ໃນ​ຄັ້ງນີ້.