ອ່າງນ້ຳຊວງ ໃນເມືອງນາ ຊາຍທອງ ນະຄອນຫລວງ ວຽງຈັນ ຊື່ງມີພື້ນທີ່ ສຳຫລັບກາຣ ປູກເຂົ້າ ຂອງປະຊາຊົນ ແຕ່ປັຈຈຸບັນ ນີ້ປະຣິມານ ນ້ຳໃນອ່າງ ຫລຸດລົງ ຍ້ອນສະພາວະ ແຫ້ງແລ້ງເຮັດໃຫ້ ປະຊາຊົນຊາວ ກະເສຕຕະກອນ ທີ່ມີອາຊີພ ປູກເຂົ້າ ໂດຽ ສະເພາະໃນ ພື້ນທີ່ຮາບສູງ ໄດ້ຮັບຄວາມ ເດືອດຮ້ອນທີ່ບໍ່ ສາມາດເຮັດນາ ໄດ້ຕາມປົກຕິ ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງ ປະຈຳເມືອງ ນາຊາຍທອງ ໄດ້ກ່າວວ່າ:
“ດຽວນີ້ ປະຣິມານ ນ້ຳຍັງເຫລືອປ ະມານ 22ລ້ານແມ໊ຕກ້ອນ ຈາກເດີມ 60ລ້ານລູກບາສແມ໊ຕ ບາງພື້ນທີ່ກໍ ໄດ້ຮັບ ເຊັ່ນພື້ນທີ່ຮາບ ສູງທີ່ເປັນໂນນ ນ້ຳບໍ່ເຖີງ ກໍໄດ້ຮັບ ຜົລກະທົບ ແນ່ນອນ”
ເຈົ້າໜ້າທີ່ລາວ ໄດ້ກ່າວເພີ່ມວ່າ ໃນບໍຣິເວນ ອ່າງນ້ຳຊວງນັ້ນ ຈະມີພື້ນທີ່ ປະມານ 265ເຮັກຕ໊າ ແລະສ່ວນ ປະຊາຊົນທີ່ ໄດ້ຮັບຜົລ ກະທົບແລະ ຄວາມເດືອດຮ້ອນນັ້ນ ສ່ວນຫລາຍຈະ ຢູ່ໃນເຂຕພື້ນ ທີ່ສູງທີ່ມີ ທັງໝົດກວ່າ 100 ຄອບຄົວ ແລະ ກໍບໍ່ສາມາດ ໃຫ້ກາຣຊ່ວຍ ເຫລືອໄດ້ ແຕ່ຢ່າງໃດ ນອກຈາກທີ່ຈະ ຕ້ອງໄດ້ຣໍຖ້າ ໃຫ້ປະຣິມານ ນ້ຳສູງຂື້ນ ໃນຣະດູຝົນ ເທົ່ານັ້ນ ພ້ອມກັບວ່າເຖີງ ແມ່ນເຂຕອ່າງ ນ້ຳຊວງດັ່ງກ່າວ ມີແຕ່ສະເພາະ ກາຣປູກເຂົ້າ ເທົ່ານັ້ນກໍຕາມ ແຕ່ທາງຣັຖບາລ ຍັງມີ ນະໂຍບາຍ ໃນກາຣພັທນາ ໃນເຂຕນີ້ໃຫ້ ເປັນສູນຝຶກ ພັທນາອາຊີພ ຂອງປະຊາຊົນ ທ້ອງຖີ່ນນຳດ້ວຍ ດັ່ງທີ່ທ່ານໄດ້ ໃຫ້ກາຣຊີ້ ແຈງເພີ່ມວ່າ:
“ເຂົາຈະພັທນາ ເປັນສູນຝຶກ ອົບຮົມທຸກຢ່າງ ຄົບວົງຈອນ ຢ່າງໂຄງກາຣ ພຣະເທພ ເຂົາຈະເຮັດ ໄປທຳນອງນັ້ນ”
ທ່ານໄດ້ກ່າວ ຢ້ຳອີກວ່າ: ຕາມປົກຕິແລ້ວ ອ່າງນ້ຳຊວງ ຈະເກີດມີ ບັນຫາກາຣ ແຫ້ງແລ້ງແຕ່ເດືອນ 4ຫາເດືອນ5 ຈື່ງຕ້ອງໄດ້ມີ ກາຣປ່ອຍນ້ຳໃຫ້ ປະຊາຊົນ ສາມາດດຳເນີນ ກາຣປູກຝັງ ຊື່ງບັນຫາ ດັ່ງກ່າວເກີດ ຂື້ນທຸກໆປີ ແຕ່ກໍຍັງບໍ່ ທັນສາມາດ ແກ້ໄຂໄດ້ ເທື່ອຈົນເທົ່າ ປັຈຈຸບັນນີ້.