ແຂວງບໍຣິຄໍາໄຊ ຂາດພັນເຂົ້າປູກ

ແຂວງ ບໍຣິຄໍາໄຊ ປະເຊີນກັບ ການຂາດແຄນ ແນວພັນເຂົ້າ ປູກໃໝ່.
ຈໍາປາທອງ
2010.06.08

ຊາວນາເມືອງ ບໍຣິຄັນ ແຂວງບໍຣິຄຳໄຊ ປະສົບກັບບັນຫາ ຂາດແຄນ ແນວພັນເຂົ້າໃໝ່ ຍ້ອນວ່າທາງການ ລາວ ຍັງບໍ່ທັນມີ ການປັບປຸງ ພັນເຂົ້າໃໝ່ ໃຫ້ພຽງພໍກັບ ຄວາມຕ້ອງການ ອັນເປັນການສ້າງ ບັນຫາ ໃຫ້ປະຊາຊົນ ທີ່ປູກເຂົ້າ ມາຢ່າງຕໍ່ເນື່ອງ ຜລິດເຂົ້າໄດ້ໜ້ອຍ ຍ້ອນມີແຕ່ໃຊ້ ແນວພັນເກົ່າປູກ. ຕາມຄຳເວົ້າຂອງ ເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ແຂວງ:

"ເພາະວ່າເຮົາມາ ເບິ່ງແລ້ວ ແນວພັນເກົ່າຂອງ ໄທເຮົາ ນາປີນີ້ ມັນກະຄຸນນະພາບ ສະມັຕພາບ ມັນຕ່ຳ ບາງທີນາ ແມ້ຂະເຈົ້າ ຈະໃສ່ຝຸ່ນແລ້ວ ມັນກໍໄດ້ 3.4 ຕັນ, 3.5 ຕັນ, 3.8 ຕັນ ບໍ່ຫລຸດບໍ່ເກີນຫັ້ນ".

ເພື່ອແກ້ໄຂບັນຫາ ດັ່ງກ່າວ ທ່ານວ່າ ທາງຜແນກ ກະສິກັມ ແລະປ່າໄມ້ ແຂວງບໍຣິຄຳໄຊ ໄດ້ທົດລອງ ປູກເຂົ້າ ໂດຍໃຊ້ກ້າ ກີບດຽວ ຢູ່ບ້ານ ບໍ່ຜາເມືອງ ເມືອງ ບໍຣິຄັນ ເພື່ອເອົາເປັນແນວ ເຂົ້າປູກພັນດີ. ຖ້າຫາກວ່າໄດ້ແນວພັນດີ ກໍຈະແຈກຢາຍໃຫ້ຊາວນາ ໃນເຂດນັ້ນຕໍ່ໄປ. ກ່ຽວກັບເລື້ອງນີ້ ເຈົ້າໜ້າທີ່ທ່ານດຽວກັນນີ້ ເວົ້າວ່າ:

"ຈຳນວນຄອບຄົວ ທີ່ຈະເຮັດກ້າ ກີບດຽວໃນເຂດ ນັ້ນ  ທີ່ຈະຜລິດ ເປັນແນວພັນກໍ ປະມານ 20 ຄອບຄົວ ສເລັ່ຽເປັນ ເຮັກຕາ ແລ້ວ ໄດ້ 5 ເຮັກຕາ ຊຶ່ງວ່າຜລິດ ເຮັກຕານຶ່ງ ບໍ່ໃຫ້ຫລຸດ 5 ຕັນ ມັນກໍໄດ້ 20 ກວ່າຕັນ 5 ຕັນນີ້ເອົາ ມາຂາຍໃຫ້ເຮົາ ເຫລືອຈາກນັ້ນ ຂະເຈົ້າ ກະເອົາໄວ້ກິນ ຫລືເຮັດແນວພັນ ຂອງພວກເຂົາເຈົ້າ".

ພ້ອມດຽວກັນນັ້ນ ທ່ານກໍວ່າ ໂຄງການປູກເຂົ້າ ໂດຍໃຊ້ກ້າກີບດຽວ ຢູ່ເມືອງ ບໍຣິຄັນ ກໍຫາກໍ່ເລີ້ມເຮັດ ຕ້ອງລໍເບີ່ງການ ທົດລອງນັ້ນກ່ອນ ວ່າຈະສຳເຣັດຜົນ ຫລືຈະ ສາມາດ ເພີ້ມຜົນຜລິດ ຕາມທີ່ຄາດໝາຍ ເອົາໄວ້ຫລືບໍ່. ຖ້າເຮັດໄດ້ດີ ກໍຈະຂຍາຍ ຕໍ່ໆໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.