ຕ້ອງການ ການຮ່ວມມື ຈາກ ສາທາຣະນະ ໃນການ ອະນຸຮັກ ວັດພູ
ທາງການ ກ່ຽວຂ້ອງ ຂໍຄວາມຮ່ວມມື ຈາກຊາວບ້ານ ໃຫ້ປະຕິບັດ ຕາມຣະບຽບ ຫລັກການ ພາຍໃນ ເຂຕຄຸ້ມຄອງ ມໍຣະດົກໂລກ ວັດພູ ຈຳປາສັກ ໂດຍສະເພາະ ການກໍ່ສ້າງ ຕ່າງໆ.
-
ວຽງໄຊ ຣາຍງານ
2008-07-02 -
-
-
ວັດພູ ຈຳປາສັກ ຖືເປັນ ສະຖານທີ່ ທີ່ມີຊື່ສຽງ ດ້ານການທ່ອງທ່ຽວ ຂອງແຂວງຈຳປາສັກ ຊຶ່ງທາງການ ກ່ຽວຂ້ອງ ກຳລັງ ສືບຕໍ່ ການປົກປັກຮັກສາ ພັທນາ ສະຖານທີ່ ດັ່ງກ່າວ ໃຫ້ມີ ຄວາມຍືນຍົງ ສົມຖານະ ທີ່ເປັນ ມໍຣະດົກໂລກ ດ້ານວັທນະທັມ.
ກ່ຽວກັບ ເຣື້ອງນີ້ ທ່ານ ຂັນຄຳ ແກ່ນບຸດຕາ ຫົວໜ້າ ຫ້ອງການ ຄຸ້ມຄອງ ມໍຣະດົກໂລກ ວັດພູຈຳປາສັກ ເວົ້າວ່າ ກຳລັງ ຂໍຄວາມຮ່ວມມື ຈາກຊາວບ້ານ ໃຫ້ປະຕິບັດ ຕາມຣະບຽບ ຫລັກການ ພາຍໃນ ເຂດຄຸ້ມຄອງ ສະຖານທີ່ ດັ່ງກ່າວ
“ເພາະ ພື້ນທີ່ ຂອງມໍຣະດົກ ພວກເຮົາ ມັນກວມເອົາ ບ່ອນທຳມາຫາກິນ ຂອງປະຊາຊົນ ໂຕນີ້ ມັນເປັນ ບັນຫາ ທີ່ເຮົາ ຕ້ອງເອົາໃຈໃສ່ ໃນການໂຄສນາ ໃນການ ຂໍຄວາມຮ່ວມມື ຈາກ ປະຊາຊົນ ຍົກຕົວຢ່າງ ການຂຍາຍ ເນື້ອທີ່ ການຜລິຕ ຫລື ການປຸກສ້າງ ຂອງເຂົາເຈົ້າ ບາງຄັ້ງ ເຂົາເຈົ້າ ກໍ່ປຸກຍອງ ປາສາຕ ທີ່ຝັງ ຢູ່ພື້ນດິນ ອັນນີ້ ເຮົາຕ້ອງ ອະທິບາຍ ໃຫ້ປະຊາຊົນ ເຂົ້າໃຈ”
ເຂດຄຸ້ມຄອງ ມໍຣະດົກໂລກ ວັດພູ ນີ້ ມີເນື້ອ ທີ່ປະມານ 390 ກິໂລແມັຕ ມົນທົນ ຊຶ່ງກວມເອົາ 3 ຕົວເມືອງ ຂອງແຂວງຈຳປາສັກ ຄືເມືອງຈຳປາສັກ, ເມືອງປະທຸມພອນ ແລະ ເມືອງໂພນທອງ. ດັ່ງນັ້ນ ທາງການ ກ່ຽວຂ້ອງ ຈຶ່ງໄດ້ ອອກຣະບຽບ ໃນການຂຸດຄົ້ນ ປຸກສ້າງ ແລະ ຂຍາຍ ອາຄານ ສະຖານທີ່ ຕ່າງໆ ໃນເຂດນີ້ ຢ່າງຄັກແນ່ ເພື່ອບໍ່ໃຫ້ ການເຮັດກິຈກັມ ຕ່າງໆ ຂອງຊາວບ້ານ ໄປແຕະຕ້ອງ ໂບຮານ ສະຖານ ຫລື ວັດຖຸໂບຣານ ທີ່ອາດຈະ ຝັງຢູ່ໃນ ເຂດດັ່ງກ່າວ ຊຶ່ງອາດຈະ ເຮັດໃຫ້ ທາງການ ກ່ຽວຂ້ອງ ສູນເສັຍ ໂອກາດ ທີ່ຈະ ຄົ້ນຫລັກຖານ ທາງໂບຮານ ຄະດີ ໄດ້ໃໝ່ ກ່ຽວກັບ ອານາຈັກ ໂບຮານ ກໍ່ເປັນໄດ້.
“ຕາມ ນັກຄົ້ນຄວ້າ ທາງດ້ານໂບຮານຄະດີ ຂອງຕ່າງປະເທດ ແລະ ຂອງລາວ ກໍ່ໃຫ້ ການສັນນິຖານ ວ່າ ມັນຍັງມີ ຫລາຍສິ່ງຫລາຍຢ່າງ ທີ່ມັນລຶກລັບ ຢູ່ ທີ່ພວກເຮົາ ຈະຕ້ອງໄດ້ ຄົ້ນຄວ້າ ຊອກຫາ ຄວາມເປັນຈິງ ໃນອາດິດ ອັນນັ້ນ ພວກເຮົາ ຕ້ອງໄດ້ ເຮັດການຄຸ້ມຄອງ ໃຫ້ດີ ເພື່ອໃຫ້ສິ່ງ ດັ່ງກ່າວ ບໍ່ໄດ້ ຖືກທຳລາຍ ກ່ອນ”
ວັດພູ ຈໍາປາສັກ ແຫ່ງນີ້ ສັນນິຖານ ວ່າ ສ້າງຂຶ້ນ ໂດຍຊ່າງຝີມື ຂອມໂບຮານ ໃນທ້າຍ ຄ.ສ. ທີ່ 5 ເພື່ອເປັນ ສະຖານທີ່ ສັກສິດ ໃນການບູຊາ ພະຊີວະ ໃນສານາຫິນດູ ແລະ ໃນທ້າຍ ປີ 2001 UNESCO ກໍ່ໄດ້ ສະຖາປະນາ ຂຶ້ນ ເປັນມໍຣະດົກໂລກ ດ້ານວັທນະທັມ ຊຶ່ງທີ່ຜ່ານມາ ມີນັກທ່ອງທ່ຽວ ໃຫ້ຄວາມສົນໃຈ ເຂົ້າໄປຊົມ ເປັນຈຳນວນ ຫລວງຫລາຍ ໂດຍສະເພາະ ຢ່າງຍິ່ງ ໃນວັນເພັງ 15 ຄໍ່າ ເດືອນ 3 ຂອງແຕ່ລະປີ ຊຶ່ງຖືເປັນ ບຸນສລອງ ສະຖານທີ່ ສັກສິດ ດັ່ງກ່າວນີ້.