ທ່ອງທ່ຽວ ຫລວງພຣະບາງ ຍັງດໍາເນີນໄປ ດ້ວຍດີ

ຈໍານວນ ນັກທ່ອງທ່ຽວ ໃນເມືອງຫລວງພຣະບາງ ເມືອງມໍຣະດົກໂລກ ມີເພີ້ມຂື້ນ ເຖິງແມ່ນວ່າ ວິກິດການ ດ້ານການເງິນໂລກ ໄດ້ສົ່ງຜົນກະທົບ ໃສ່ເສຖກິດ ຫລາຍແຫ່ງໃນ ສປປ ລາວ, ຕາມລາຍງານ ຈາກເມືອງຫລວງພຣະບາງ.
ສົມເນ ຣາຍງານ
2008.11.17

ລາຍງານວ່າ ປີນີ້ ນັກທ່ອງທ່ຽວ ກໍຫລັ່ງໄຫລເຂົ້າມາທ່ຽວ ໃນເມືອງຫລວງບາງ ​​ຄືກັນກັບ ປີຜ່ານມາ. ກ່ອນລະດູຝົນ ຈະສີ້ນສຸດລົງນີ້ ນັກທ່ອງທ່ຽວໄດ້ຈອງຫ້ອງນອນຢູ່ຕາມໂຮງແຮມ ​​ແລະ ຢູ່ຕາມບ້ານພັກ ຕ່າງໆ ໃນເມືອງຫລວງບາງ ເກືອບຈະເຕັມໝົດທຸກບ່ອນແລ້ວ. ​ເຈົ້າໜ້າທີ່ ຫ້ອງການທ່ອງທ່ຽວ ແຂວງຫລວງພະບາງ ໄດ້ກ່າວວ່າ ທຸຣະກິດ ການທ່ອງທ່ຽວ ໃນແຂວງຫລວງບາງ ຍັງຄືກຄື້ນເໝືອນປີຜ່ານມາ ແລະ ກໍບໍ່ມີທ່າທີວ່າ ຈະຫລຸດລົງ.

ນັບແຕ່ວັນທີ 1 ມົກະຣາປີ 2008 ມາເຖິງຕົ້ນເດືອນພືດສຈີການີ້ ມີນັກທ່ອງທ່ຽວເຂົ້າມາທ່ຽວ ​​ໃນເມືອງຫລວງບາງ ຈໍານວນ 340,000 ຄົນ ແລະ ສ້າງລາຍຮັບໄດ້ 86 ລ້ານບາດ. ສໍາລັບໃນປີ 2007 ຜ່ານມາ ມີນັກທ່ອງທ່ຽວ ຂົ້ມາທ່ຽວ ໃນເມືອງຫລວງບາງ ຈໍານວນ 250,000 ຄົນແລະ ສ້າງລາຍຮັບໄດ້ 40 ລ້ານໂດລາສະຫະຣັຖ. ​ເມື່ອປຽບທຽບຈໍານວນນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວ ໃນເມືອງຫລວງບາງ ລະຫ່ວາງ ສອງປີນີ້ເຫັນວ່າ ຈໍານວນ ນັກທອ່ງທ່ຽວໃນປີ 2008 ນີ້ ມີເພີ້ມຂື້ນ.

ນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວໂດຍມາກ ເປັນນັກທ່ອງທ່ຽວ ທີ່ມີຄຸນະພາບທີ່ມາຈາກ ປະເທດໄທ ຈາກຢູໂຣບ ຈາກສະຫະຣັຖ ອາເມຣິກາແລະຈາກປະເທດຕ່າງໃນເອເຊັຽ. ຫລວງບາງ ບໍ່ແມ່ນ ເມືອງແຄມທະເລແຕ່ເປັນເມືອງປະຫັວດສາດເມືອງນື່ງຂອງລາວ ທີ່ມີອາກາດ ແລະທີວທັດ ທັມະຊາດ ທີ່ສວຍງາມເປັນນ່າຈັບໃຈ ຂອງນັກທ່ອງທ່ຽວ ທີ່ສະແຫວງຫາ ຄວາມງຽບສະຫງັດ. ພ້ອມນັ້ນ ຍັງມີວັດຖຸໂບຮານ ທີ່ລໍ້າຄ່າເຫລືອໄວ້ ໃຫ້ນັກທ່ອງທ່ຽວ ໄດ້ຊົມ ແລະ ຮຽນຮູ້ ປະກອບກັບວັດທະນະທັມ ອັນເກົ່າແກ່ ຂອງຊາວເມືອງ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.