ການສົ່ງຊາວເຜົ່າມົ້ງ ບ້ານຫ້ວຍນໍ້າຂາວ ກັບສປປລາວ ໃນອະນາຄົດ ຈະບໍ່ສາມາດ ດໍາເນີນໄປໄດ້
2008.02.04
ອົງການປົກປ້ອງສິດທິມະນຸດ ຂອງໄທ ຍັງມີຄວາມຫວັງວ່າ ການສົ່ງຊາວເຜົ່າມົ້ງ ບ້ານຫ້ວຍນໍ້າຂາວ ກັບສປປລາວ ໃນອະນາຄົດ ຈະບໍ່ສາມາດ ດໍາເນີນໄປໄດ້
ການສົ່ງຊາວເຜົ່າມົ້ງ ທີ່ບ້ານຫ້ວຍນໍ້າຂາວ 7 ພັນກ່ວາຄົນ ກັບສປປລາວ ນັ້ນ, ເປັນການປະຕິບັດ ໄດ້ຍາກ ເພາະມີອົງການນາໆຊາດ ດ້ານສິດທິມະນຸດ ເຝົ້າຕິດຕາມການເຄື່ອນໄຫວ ຢ່າງໃກ້ຊິດ, ເຖິງແມ່ນວ່າ ຈະບໍ່ໄດ້ຖແລງຂ່າວ ຢ່າງເປັນທາງການ ກໍຕາມ ແລະ ຖ້າມີການສົງກັບ ເຊື່ອວ່າ ພ້ອມມີການເຄື່ອນໄຫວ, ອີງຕາມຄວາມຄິດເຫັນ ຂອງ ເຈົ້າໜ້າທີ່ ກ່ຽວຂ້ອງ ຈາກອົງການສິດທິມະນຸດ ຂອງໄທ.
ທ່ານ ກ່າວວ່າ: (ສຽງ) "ແຕ່ມັນ ກໍຍັງແກ່ຍາວກັນຢູ່, ແຕ່ມະຕິ ໃນສ່ວນຂອງຣັດ ກໍຄືຣັດ ແຕ່ທາງ ປະຊາຄົມສາກົນ ພະຍາຍາມ ກ່າວເຖິງ ເຣື້ອງການປະຫານ ຢູ່ໃນລາວ."
ທ່ານກ່າວຕື່ມວ່າ ເຖິງແມ່ນວ່າ ທາງການລາວ-ໄທ ຈະມີການຕົກລົງກັນ ຢ່າງເປັນທາງການ ໃນຮູບ ຂອງສົນທິສັນຍາ ຂໍ້ຕົກລົງ, ແຕ່ວ່າ ການສົ່ງກັບນັ້ນ ກໍເຊື່ອວ່າ ຍັງຄົງເຮັດໄດ້ຍາກ. ນອກຈາກນັ້ນ, ອົງການຂ້າຫລວງໃຫຍ່ ສະຫະປະຊາຊາດ ຫລື UNHCR ຂ່ອນຂ້າງ ຈະເຂົ້າໄປມີບົດບາດຫລາຍ ໃນການສກັດກັ້ນ ບໍ່ໃຫ້ມີການສົ່ງ ພວກຂະເຈົ້າ ກັບ. ສ່ວນຊາວມົ້ງເອງ ກໍບໍ່ສມັກໃຈ ຈະກັບຄືນ ສປປລາວ ເຊັ່ນກັນ, ຊຶ່ງຄາດວ່າ ປີ 2008 ນີ້ ຈະດໍາເນີນການສົ່ງກັບໄດ້ຍາກ ຢ່າງແນ່ນອນ.
ທ່ານ ກ່າວວ່າ: (ສຽງ) "ແຕ່ທ່ານ ກໍບໍ່ຮູ້ວ່າ ຝ່າຍໃດ ຈະດັນໄດ້ແຮງກ່ວາກັນ ຣະຫວ່າງ ຝ່າຍທີ່ເປັນປະຊາຄົມສາກົນ, NGO ຕ່າງຊາດ ກັບ NGO ໄທບາງສ່ວນ, ຣະຫວ່າງຄົນເຮັດວຽກ ໃນປະເທດ ກັບອົງການ ຂອງຣັດ."
ສ່ວນ ທາງການລາວ ແລະ ໄທເອງ ໄດ້ຢືນຢັນ ກ່ຽວກັບ ເຣື້ອງດັ່ງກ່າວ ຫລາຍຄັ້ງແລ້ວວ່າ ເປັນເຣື້ອງຣະຫວ່າງ 2 ປະເທດ, ດັ່ງນັ້ນ ຈະພະຍາຍາມ ຜັກດັນກັບລາວໄດ້ ຫາກພິສູດວ່າ ຊາວເຜົ່າມົ້ງທັງໝົດ ເປັນຄົນລາວ. ເຖິງຢ່າງໃດ ກໍຕາມ, ຈະມີການດໍາເນີນການ ພາຍໃຕ້ຫລັກສິດທິມະນຸດ ຫລາຍທີ່ສຸດ ແລະ ບໍ່ໃຫ້ກະທົບກະເທືອນ ຄວາມສໍາພັນ ຂອງທຸກຝ່າຍ, ຊຶ່ງຮວມເຖິງ ຄວາມສໍາພັນ ຂອງອົງການດ້ານສິດທິມະນຸດ ຣະຫວ່າງ ປະເທດອີກດ້ວຍ.
ແຕ່ສະຖານນະການຫລ້າສຸດ ຈາກພາຍໃນ ຊຸມຊົນກຸ່ມເຜົ່າມົ້ງ ຫ້ວຍນໍ້າຂາວນັ້ນ ຍັງຢູ່ໃນຂັ້ນຕອນ ການບັນທຶກ ປວັດຊາວເຜົ່າມົ້ງລາວ ເທົ່ານັ້ນ. ສ່ວນເຣື້ອງການສົ່ງກັບ ຍັງບໍ່ມີກໍານົດ ເວລາ ທີ່ແນ່ນອນ ອອກມາ.
ຈະເຣີນສຸກ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ຣັຖບານລາວ ຈະເກັບຄ່າພາສີ ທີ່ດິນ ປະເພດຕ່າງໆ ເຖິງ 3 ເທົ່າ ໃນງົປະມານ ສົກປີ 2007-2008
- ໄທ ເຣີ້ມ ສຶກສາ ຄວາມເປັນໄປໄດ້ ໃນການສ້າງ ໂຮງພະລັງງານໄຟຟ້າ ນິວຄະເລັຍ
- ຄວາມຕ້ອງກາຣໃຊ້ໄຟຟ້າຫລາຍ ໃນປະເທດໄທຽ ເຮັດໃຫ້ເກີດຜົລກະທົບ ຕໍ່ສະພາບແວດລ້ອມ ແລະຣະບົບນິເວສ
- ສິນຄ້າລາວ ທີ່ສົ່ງອອກ ແລະມີຈຳນວນເພີ່ມຂື້ນ ແດ່ນັ້ນ ຈະເປັນປະເພດ ໄມ້ທ່ອນ ກະແສໄຟຟ້າ ແລະແຮ່ທາຕຕ່າງໆ
- ທາງການ ແຂວງຈຳປາສັກ ແລະ ແຂວງເຊກອງ ໄດ້ສົ່ງເຈົ້າໜ້າທີ່ຂອງຕົນ ຈຳນວນ 8 ຄົນ ໄປສຶກສາບົດຮຽນ ການເຮັດຟາມປາ ໃນ ປະເທດໄທ
- ການກໍ່ສ້າງເຂື່ອນ ຜລິດກະແສໄຟຟ້າ ໂຄງການນ້ຳງື່ມ-5 ອາດຈະສົ່ງຜົນ ກະທົບ ຕໍ່ແມ່ນ້ຳງື່ມ ທັງສາຍ
- ແຂວງອັຕປື ມີຄວາມສ່ຽງ ຕໍ່ການແຜ່ລາມ ຂອງບັນຫາ HIV/AIDS
- ໄທ ກຽມຮັບມື ກັບສິນຄ້າຈີນ ທີ່ຈະລັ່ງເຂົ້າໄປ ທາງຊາຍແດນ ຕາມເສັ້ນທາງເສຖກິດ ເໜືອ-ໃຕ້
- ຜະແນວກ ສາທາຣະນະສຸກ ເມືອງມະຫາໄຊ ແຂວງຄໍາມ່ວນໄດ້ປີ່ນປົວ ຄົນເຈັບ ພະຍາດແມ່ກາຝາກ ໃນລໍາໃສ້ຈໍານວນ 21 ພັນ ຄົນແລ້ວ
- ຫນ່ວຍເຮືອລາຕເວນໄທ ຕາມລຳແມ່ນ້ຳ ໄດ້ ຢືດໃມ້ຖອ່ນ ທີ່ຖືກແປຮູບມາຈາກ ສປປລາວ