ລິຂະສິດ ການຖ່າຍທອດສົດ ກິລາຊີເກມສ໌

ໃນຣະຫວ່າງນີ້ ຄນະກັມມະການ ສິດທິປໂຍດຂອງລາວ ກໍາລັງເຈຣະຈາ ເລື້ອງລິຂະສິດ ຖ່າຍທອດສົດ ກິລາຊີເກມສ໌ ຄັ້ງທີ 25 ກັບປະເທດຕ່າງໆ ທີ່ຍັງບໍ່ທັນມີ ຂໍ້ຕົກລົງ ຊື້-ຂາຍ ນຳກັນຕື່ມອີກ. ໂດຍທີ່ທາງການລາວ ຕັ້ງຄວາມຫວັງວ່າ ຈະຕົກລົງກັນໄດ້ ກ່ອນວັນເປີດພິທີ ການແຂ່ງກິລານັ້ນ... ຕາມຄຳເວົ້າຂອງ ອະນຸກັມມະການ ສິດທິປໂຍດຂອງລາວ.

ທ່ານ ຄຳມຸ້ຍ ແກ້ວມະນີ ປະທານອະນຸກັມມະການ ດັ່ງກ່າວເວົ້າວ່າ:

"ດ້ານລິຂະສິດ ການຖ່າຍທອດສົດ ປັດຈຸບັນນີ້ມັນມີ ມາເລເຊັ້ຍ ກັບກຳປູເຈັຍ ຍັງຢູ່ໃນຂັ້ນຕອນ ຕົກລົງຜົນປໂຍດກັນ ສ່ວນດ້ານ ຟີລິຟປິນ ແລະ ອິນໂດເນເຊັຍ ອິນໂດເນເຊັຍ ນີ້ອາດຈະຂໍລ້າ."

ທ່ານເວົ້າຕື່ມວ່າ ທີ່ຜ່ານມາກໍມີ 3ປະເທດຄື: ໄທ ສິງກະໂປ ແລະ ວຽດນາມ ໄດ້ຕົກລົງຊື້ ລິຂະສິດຖ່າຍທອດສົດ ການແຂ່ງຂັນກິລາຊີເກມສ໌ ຄັ້ງທີ 25 ນີ້         ເປັນທີ່ຮຽບຮ້ອຍແລ້ວ ແຕ່ກໍຍັງມີ ຫລາຍປະເທດທີ່ບໍ່ທັນ ຕົກລົງຊື້ລິຂະສິດນີ້.

ດັ່ງນັ້ນ ຄນະກັມມະການ ສິດທິປໂຍດຂອງາລາວ ຈຶ່ງເລັ່ງດຳເນີນ ການເຈຣະຈາກັບ ປະເທດຕ່າງໆໂດຍສເນີ ເງື່ອນໄຂທີ່ເໝາະສົມ ໃນດ້ານຣາຄາ ແລະ ການດຳເນີນການຕ່າງໆ ແລະ ກໍມີການຢາກຂໍ ຖ່າຍທອດສົດລ້າ ດັ່ງທ່ານຄຳມຸ້ຍເວົ້າວ່າ:

"ຖ້າຂໍລ້າ ພວກເຮົາກໍຍິນດີໃຫ້ ແຕ່ວ່າໃນການຂໍລ້າ ນີ້ແມ່ນ ພວກເຮົາຫ້າມ ບໍ່ໃຫ້ມີການໂຄສະນາ ດັ່ງນັ້ນຂະເຈົ້າຈຶ່ງ ປ່ຽນໃຈຂໍຊື້ໃນ ຣາຄາຖືກໄດ້ບໍ? ແຕ່ແນ່ນອນວ່າ ກ່ອນເກມສ໌ເປີດຂື້ນ ໃນວັນທີ9ນີ້ ຂະເຈົ້າຈະຈັດການ ໃຫ້ຮຽບຮ້ອຍ."

ສັນຍາການຖ່າຍທອດສົດ ກິລາຊີເກມສ໌ ຣະບຸວ່າ ປະເທດທີ່ເຂົ້າຮ່ວມ ຕ້ອງເສັຍຄ່າລິຂະສິດ ໃຫ້ປະເທດເຈົ້າພາບ ໃນການຕໍ່ສັນຍານ ການຖ່າຍທອດໄປ ປະເທດຂອງຕົນ.

ການແຂ່ງຂັນກິລາຊີເກມສ໌ ຄັ້ງທີ 25 ນີ້ ຖືວ່າເປັນຄັ້ງທຳອິດ ທີ່ປະຕິບັດກັນ ຄືແນວນີ້ດັ່ງນັ້ນ ຈຶ່ງເກີດມີການຫລ້າຊ້າ ໃນການຕົກລົງເລື້ອງລິຂະສິດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org