ຂັນຄໍາ ຊະນະ ຕີດອກປີກໄກ່ ເຂົ້າຮອບ 8 ທິມ

ທ້າວ ຂັນຄໍາ ມາໄລທອງ (Bob Malaythong) ແລະ ທ້າວ Howard Bach ສ້າງປວັດສາດ ໃຫ້ແກ່ ສະຫະຣັຖ ໃນມື້ວັນອັງຄານ ຫລັງຈາກ ທີ່ພວກຂະເຈົ້າ ກາຍເປັນທີມ badminton ຄູ່ ທີມທຳອີດ ຂອງສະຫະຣັດ ທີ່ໄດ້ເຂົ້າໃນຮອບ 8 ທີມ ໃນການແຂ່ງຂັນ ຊີງຫລຽນ badminton ໃນກິລາ Olynmpic ທີ່ກຸງປັກກີ່ງ.

ທີ​ມຄູ່ ຣະຫວ່າງ ທ້າວ Bob Malaythong ຜູ້​ຊື່​ງ​ເປັນ​ຄົນ​ລາວ ສັນຊາດ​ ອາເມຣີກັນ ກັບ​ທ້າວ Howard Bach ຄົນ​ວຽດນາມ ສັນ​ຊາດ ອາ​ເມຣີກັນ ​ໄດ້​ເອົາ​ຊະນະ ທີ​ມຄູ່ ຈາກ​ປະ​ເທດ ອາ​ຟຣີກາ​ໃຕ້ ​ໃນ​ມື້​ວັນ​ອັງຄານ ກ່ອນຈະ​ສາມາດ ​ເຂົ້າ​ແຂ່ງຂັນ ​ໃນ​ຮອບ 8 ທີ​ມ ກ່ອນຮອດ ຊະນະ​ເລີດ, ທັງ​ສອງ​ ຢູ່​ໃນ​ອັນ​ດັບ​ທີ 20 ຂອງ​ໂລກ ​ໃນກິລາ ປະ​ເພດ​ນີ້, ກ່ອນ​ການ​ເດີນທາງ ທ້າວ Bob Malaythong ຈາກຣັຖ Maryland ສະຫະຣັຖ ອາ​ເມຣີກາ ​ໄດ້​​ໃຫ້​ສຳພາດ ​ຕໍ່​ເອ​ເຊັຽ​ເສຣີ ວ່າ:

“ພວກ​ເຮົາ ​ຕ້ອງ​ຢູ່​ໃນ ຣະດັບ​ສູງ ​ໃນ​ໂລກ​ ຈື່ງ​ຈະ​ສາມາດ​ເຂົ້າ​ແຂ່ງຂັນ​ໄດ້ ​ພວກ​ເຮົາ ​ຕ້ອງ​ຢູ່​ໃນ​ອັນ​ດັບ 20 ​ແຂ່ງ​ກັບ ກາ​ນາ​ດາ ຊື່​ງ​ໃນ​ຂະນະ​ນີ້ ທີ​ມພວກ​ເຮົາ ​ກໍ່​ແຂງ​ກວ່າ ກາ​ນາ​ດາ ທີ່​ຈະ​ເປັນ ​ຕົວ​ແທນ​ຂອງ​ອາ​ເມຣີກາ​ ​ເຫນືອ.”

ທ້າວ Bob Malaythong ວັຍ 27 ປີ ​ເກີດ​ທີ່ ສປປລາວ ໃຊ້​ເວລາ​ ກວ່າ 15 ປີ ກ່ອນ​ຈະ​ໄດ້ ​ສັນຊາດ​ອາເມຣີກັນ ສ້າງ​ຄວາມ​ຫວັງ​ວ່າ ​​ໄຊຊະນະ ທີ່​ກຸງ ປັກ​ກີ່​ງ ຈະສ້າງ​ຄວາມ​ພູມ​ໃຈ ​ໃນ​ຊີ​ວີ​ດ ຂອງ​ລາວ​ເປັນອັນມາກ ລາວວ່າ ກິລາ Badminton ​ເປັນ​ກິລາ ​ທີ່​ກຳລັງ​ດົງ​ດັງ ​ໃນ​ເຂດ​ເອ​ເຊັຽ ນຳ​ໂດຍ​ຈີນ ​ໃນ​ເວລາ​ນີ້​ ແລະ​ວ່າ ຖ້າ​ພວກ​ລາວ ໄດ້​ຫລຽນ ​ໃນກິລາ​ປະ​ເພດ​ນີ້ ອາດ​ຈະ​ສ້າງ​ ຄວາມ​ດົງ​ດັງ​ໃນ​ສະຫະຣັຖ ຫລາຍ​ຂື້ນ ຊື່​ງ​ໃນ​ປັດຈຸບັນ ທີ່ຣັຖ California ກໍ່​ດັງ​ດັງ ​ຢູ່​ແລ້ວ ​ໃນ​ການ​ຫລີ້ນ ກິລາ​ປະ​ເພດ​ນີ້.

​ໃນ​ເວລາ​ດຽວ​ກັນ ທ້າວ Howad Bach ທີ່​ເປັນ ຄົນ​ວຽດນາມ ສັນຊາດ​ອາ​ເມຣີກັນ ຄູ່​ຮ່ວມ​ທີ​ມ ຂອງ​ລາວ ກໍ່​ບອກ​ວ່າ ພວກ​ລາວ ຢາກ​ສ​ແດງ ​ໃຫ້​ຊາວ​ອາ​ເມຣີກັນ​ ຮູ້​ເຖີງ ຄວາມ​ສາມາດ ​ໃນ​ການ​ຫລີ້ນ​ກີລາ​ ປະ​ເພດ​ນີ້, ລາວ​ວ່າ ມັນ​ບໍ່​ແມ່ນ​ກິລາ ທີ່​ຈະ​ຫລີ້ນ ສ​ະ​ເພາະ​ແຕ່ ​ໃນ​ຫລັງ​ບ້ານ ​ໃນ​ຍາມ Babecue ​ເທົ່າ​ນັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org