ສີ່ລ້ານດອນລາ ສະຫະຣັຖ ໃນພິທີເປີດປິດ ຊີເກມສ໌

ລາວ ທຸ້ມເທ ງົບປະມານ ເຖິງ 4 ລ້ານດອນລາ ສະຫະຣັຖ ສໍາລັບ ພິທີ ເປີດ ແລະ ປິດ ຊີເກມສ໌.

ພິທີເປີດ ແລະ ປິດ ການແຂ່ງກັນກິລາ ເອເຊັຍ ຕາເວັນອອກສ່ຽງໃຕ້ ຫລື ຊີເກມສ໌ ຄັ້ງທີ 25 ທີ່ວຽງຈັນນີ້, ຈະມີນັກສະແດງ 8 ພັນກ່ວາຄົນ ໃນການສະແດງ ທັງໝົດ 7 ຊຸດ ໂດຍຈະເນັ້ນເຖິງ ການສ້າງມິຕພາບ ແລະ ຄວາມສາມັກຄີ ຂອງຊາດສະມາຊິກ ອາຊຽນ ແລະ ສິລປະ ວັທນະທັມ ທີ່ດີງາມ ຂອງຊາວລາວ, ຊຶ່ງທາງການລາວ ໄດ້ທຸ້ມງົປມານ ສໍາລັບພິທີ ດັ່ງກ່າວ ເຖິງ 4 ລ້ານ ດອນລາ ສະຫະຣັຖ, ອີງຕາມ ຄໍາເວົ້າ ຂອງທ່ານ ບົວເງິນ ຊາພູວົງ, ຮອງຣັຖມົນຕຣີ ຖແລງຂ່າວ ແລະ ວັທນະທັມ ໃນຖານະ ປະທານຄນະກັມມະການ ຝ່າຍພິທີ ເປີດ-ປິດ ການແຂ່ງຂັນ ກິລາ, ຕໍ່ສື່ມວນຊົນລາວ.

ໃນຂນະດຽວກັນ, ຄາດວ່າ ຈະມີນັກທ່ອງທ່ຽວ ເຖິງ ແສນຄົນ ເຂົ້າໄປທ່ຽວລາວ ໃນລະຍະນັ້ນ, ຊຶ່ງຄົນລາວ ຕ່າງກໍຕື້ນເຕັ້ນ ກັບການເປັນເຈົ້າພາບ ມະຫາກັມ ກິລານາໆຊາດ ເທື່ອທໍາອິດ ຂອງປະເທດ ຢ່າງຫລວງຫລາຍ. ຕາມຖນົນຫົນທາງ ກໍມີການປະດັບປະດາ ທຸງສັນຍາລັກ ໂຕນໍາໂຊກ ການແຂ່ງຂັນ ຢ່າງເຕັມທີ່.

ສໍາລັບ ການຝຶກຊ້ອມ ພິທີເປີດ ການແຂ່ງຂັນ ເມື່ອວັນທີ 1 ທັນວາ ຜ່ານມາ, ຊາວລາວ ກໍສົນໃຈ ເຂົ້າຊົມ ກັນຢ່າງໜາແໜ້ນ, ຊຶ່ງການຝຶກຊ້ອມ ພິທີເປີດ ກໍານົດມີຂຶ້ນ ຕື່ມອີກ 2 ເທື່ອ ຄື ວັນທີ 3 ແລະ ວັນທີ 7 ທັນວາ ກ່ອນຈະມີການເປີດພິທີ ຢ່າງເປັນທາງການ ໃນວັນທີ 9 ທັນວາ.

ພ້ອມດຽວກັນນັ້ນ, ມີຣາຍງານ ວ່າ ທິມງານ ຈາກ ປະເທດ ແບວຢຽມ ແລ ະວຽດນາມ ໄດ້ຮ່ວມກັນ ດໍາເນີນການ ໃນພິທີເປີດ ແລະ ປິດ ຊີເກມສ໌ ຄັ້ງທີ 25 ນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org