ກິລາຊີເກມສ໌ ອາຈປ່ຽນຈາກ ສອງປີເປັນສີ່ປີ
ພາຍຫລັງທີ່ໄດ້ພົບປະ ກັບຄນະກັມມະກາຣ ກິລາໂອລີມປິກ ບາງປະເທສ ທີ່ໄປຮ່ວມໃນກາຣແຂ່ງຂັນ ກິລາຊີເກມສ໌ຄັ້ງທີ່ 25 ຢູ່ນະຄອນຫລວງວຽງຈັນ ໃນມື້ວັນພຸດ ຜ່ານມານີ້ນັ້ນ ນາຍພົລຈາຣຶກ ອາລີຣາຊກາລັນ ຮອງປະທານແລະເລຂາທິກາຣ ຄນະກັມມະກາຣກິລາ ໂອລີມປິກແຫ່ງຊາຕຂອງໄທຽ ໄດ້ເປີດເຜີຽໃນມື້ວັນທີ່ 10 ທັນວານີ້ວ່າ: ອາຈມີກາຣປ່ຽນກາຣ ຈັດແຂ່ງຂັນກິລາຊີເກມສ໌ ຈາກທຸກໆ 2 ປີ ມາເປັນ 4 ປີກໍເປັນໄດ້.
-
ຫວາດ ສີມູນ
2009-12-11 -
-
-
Your browser doesn’t support HTML5 audio
ນາຍພົລຈາຣຶກ ໄດ້ແຈ້ງເພີ່ມວ່າ ທາງຄນະກັມມະກາຣ ໃຫ້ຄວາມຄິດເຫັນ ກ່ຽວກັບມະຫະກັມ ກິລາຊີເກມສ໌ ທີ່ດຳເນີນຈັດມາ ຄົບຮອບ50 ປີນີ້ແລ້ວວ່າ ຄວນມີກາຣຂຍາຍ ປັບປຸງ ໃຫ້ມີປະສິທທິພາບ ແລະໃຫ້ສອດຄ່ອງກັບ ກາຣແຂ່ງຂັນກິລາໂອລີມປິກ.
ພ້ອມດຽວກັນທ່ານກໍວ່າ ປັຈຈຸບັນມີ ມະຫະກັມກິລາຕ່າງໆ ຂອງສະພາໂອລີມປິກ ແຫ່ງເອເຊັຽ ແລະຄນະກັມມະກາຣ ໂອລີມປິກສາກົລຫລາຍ ຣາຍກາຣ ຊຶ່ງບາງປີມີ ຮອດ 2-3 ຢ່າງ ເປັນກາຣສ້າງພາຣະກິຈ ແກ່ຣັຖບາລຂອງ ແຕ່ລະປະເທສ ໂດຽສະເພາະໃນດ້ານ ງົບປະມານ ຈຶ່ງຢາກໃຫ້ມີກາຣ ພິຈາຣະນາປ່ຽນເປັນ 4 ປີ.
ນອກຈາກນັ້ນຫລາຍຝ່າຍ ກໍມີແນວຄິດທີ່ຢາກຈະ ໃຫ້ມີກາຣປັບປຸງ ຊນິດກິລາຕ່າງໆ ເພື່ອໃຫ້ສາມາດນຳເອົາ ໄປແຂ່ງຂັນທັ້ງ ໃນເອເຊັຽເກມສ໌ ແລະໂອລີມປິກ ເປັນກາຣສົ່ງເສີມ ພັທນາກິລາ ໃນພູມີພາຄເອເຊັຽ ໃຫ້ກ້າວໜ້າ ເຂົ້າກັບຣະດັບທະວີບ ແລະຣະດັບໂລກ.