ຢູໂດລາວ ຈະໄປຝຶກ ຢູ່ຍີ່ປຸ່ນ

ທີມຊາດຢູໂດ ຂອງລາວ ຈະໄປຝຶກຊ້ອມ ຢູ່ປະເທດ ຍີ່ປຸ່ນ ເພື່ອກຽມຄວາມພ້ອມ ສໍາລັບ ການແຂ່ງຂັນ SEA Games ຊຶ່ງລາວຈະເປັນ ເຈົ້າພາບ ໃນຣະຫວ່າງ ທ້າຍປີ 2009 ນີ້.... ມະນີຈັນ ຣາຍງານ.

ທີມຊາດ ຢູໂດຂອງລາວ ຢູ່ຣະຫວ່າງ ການຝຶກຊ້ອມໜັກ ເພື່ອກຽມຄວາມພ້ອມ ເຂົ້າແຂ່ງຂັນ ກິລາຊີເກັມສ ຊຶ່ງລາວ ຈະເປັນເຈົ້າພາບ ແຕ່ວັນທີ 9 ຫາທີ 18 ປີ 2009 ນີ້ ໂດຍມີ ຄຣູຝຶກ ຄົນຍີ່ປຸ່ນ ແລະຄົນມົງໂກລ ຊ່ວຍແນະນໍາເລື່ອງ ວິທີການຝຶກ ແລະອາຫານ ການກິນ. ນາງ ມະຢູຣີ ພານຸວົງ ຜູ້ໄດ້ຮັບ ຫລຽນຄໍາ ປະເພດ ກິລາ ປ້ອງກັນຕົວ Yudo ຈາກການ ແຂ່ງຂັນກິລາ ຊີເກັມສ ປີ 2007 ທີ່ Korath ປະເທດໄທ  ກ່າວວ່າດຽວນີ້ ພາກັນຊ້ອມໜັກ ຢູ່ທີ່ສູນໃນ ນະຄອນຫລວງ ວຽງຈັນ ແລະໃນວັນທີ 7 ເມສານີ້ກໍ ຈະໄປຝຶກຊ້ອມ ຢູ່ທີ່ປະເທດ ຍີ່ປຸ່ນ  ຊຶ່ງສໍາລັບ ນາງເອງກໍວ່າ ຈະທັງຝຶກຊ້ອມ  ແລະຮຽນພາສາ ຍີ່ປຸ່ນໄປນໍາ ຈັກໜ່ອຍ. 

ຈະໄປເກັບຕົວ ເພື່ອຊ້ອມຢູ່ ປະເທດຍີ່ປຸ່ນ ເປັນເວລາ 3 ເດືອນ 3 ເດືອນລະ ກັບມາຕໍ່ວີຊາ ແລະກັບໄປອີກ ຊ້ອມຢູ່ຍີ່ປຸ່ນ ຈົນຮອດ ຊີເກັມສເລີຍ.

ໃນການແຂ່ງຂັນ ກິລາຊີເກັມສ ຊຶ່ງລາວຈະເປັນ ເຈົ້າພາບເປັນເທື່ອ ທໍາອິດນີ້ ກິລາຢູໂດ ເປັນນຶ່ງໃນ ຈໍານວນ 20 ກວ່າປະເພດກິລາ ທີ່ຈະແຂ່ງ ຂັນກັນ. ກິລາຢູໂດ ຂອງລາວທີ່ຈະ ເຂົ້າຮ່ວມແຂ່ງຂັນ ຄັ້ງທີ 25 ນີ້ຈະມີທັງ ປະເພດຕໍ່ສູ້ ປ້ອງກັນຕົວ ແລະ ປະເພດກະຕະ ລໍາໂຊ ຮວມຢູ່ດ້ວຍ. ມາຢູຣີ ກ່າວກ່ຽວກັບ ເລື່ອງນີ້ວ່າ:

ຢູໂດລາວ ທັງໝົດ ທີ່ເຂົ້າແຂ່ງຂັນ ຈະມີ 16 ລູ້ນ ຈະບວກກາຕະ ເຂົ້າໄປອີກ ລາວຈະບໍ່ໄດ້ ສົ່ງໝົດ ເພິ່ນກໍານົດ ອອກມາວ່າ ໃນການແຂ່ງຂັນ ປະເພດຕໍ່ສູ້ ມັນຈະມີແຕ່ 6 ລຸ້ນ ທໍາມະດາ ຈະມີຍີງ 8 ຊາຍ 8 ເປັນ16 ລູ້ນແຕ່ເພິ່ນຕັດ ອອກຢ່າງລະ 2 ລຸ້ນ ເຫລືອແຕ່ 6 ລຸ້ນ ລະບວກຄະຕະເປັນ 7 ລຸ້ນ ໃນຫັ້ນ ມະຢູຣີລົງ 2 ຣາຍການ ຄືປະເພດກາຕະ ລຸ້ນການ ຕໍ່ສູ້ລົບ 45 ກິໂລ.

  ຝ່າຍລາວ ຜູ້ເປັນເຈົ້າພາບ ຄາດຫວັງວ່າ ທີມນັກກິລາ ຂອງຕົນ ຈະຄ້ວາຫລຽນຄໍາ ໃຫ້ໄດ້ 10 ຫລຽນຂຶ້ນໄປ. ກິລາທີ່ ລາວຝາກຄວາມ ຫັວງໄວ້ກໍມີ ປະເພດຕໍ່ສູູ້ ປ້ອງກັນຕົວ ວູຊູ ຢູໂດ ກາຣາເຕ ມວຍ ຮວມຢູ່ດ້ວຍ. ສໍາລັບ ທີມກິລາລາວ ທີ່ຈະເຂົ້າຮ່ວມ ນັ້ນເຫັນວ່າ ຕ່າງກໍຂ້ອນຂ້າງ ເຊື່ອໝັ້ນໃນຝີ ມືຂອງຕົນຊຶ່ງ ມາຢູຣີເອງ ກໍມີຄວາມ ຕື່ນເຕັ້ນ ແລະມີຄວາມຕັ້ງໃຈ ສູງທີ່ຈະ ຮັກສາຕໍາແໜ່ງ ຫລຽນຄໍາຂອງ ຕົນໄວ້ ໃຫ້ໄດ້ 

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org