ຝົນຕົກໜັກນໍ້າຖ້ວມໃນໄທ
2010.10.25

ກົດຟັງສຽງ
ເກີດຝົນຕົກໜັກ ເປັນປວັດການ ແລະມີນ້ຳຖ້ວມ ເປັນບໍຣິເວນ ກວ້າງໃຫຍ່ ໃນຮອບ 10 ປີ ອັນເຮັດໃຫ້ໄດ້ຮັບ ຜົນເສັຍຫາຍຕໍ່ ຊີວິດຜູ້ຄົນ ແລະ ຊັບສິນສິ່ງຂອງ ເປັນຈຳນວນ ຫຼວງຫລາຍ. ປະເທດຕ່າງໆ ໃນໂລກຮວມທັງ ສະຫະຣັດ ອະເມຣິກາ ສປປລາວ ກໍສະແດງຄວາມ ເສົ້າໃຈ ແລະເຫັນໃຈນຳ.
ມາດາມ Hillary Clinton ຣັຖມົນຕຣີ ການຕ່າງປະເທດ ສະຫະຣັດ ໄດ້ສົ່ງສານ ສະແດງຄວາມເສັຽໃຈ ຕໍ່ການສູນເສັຽ ຢ່າງໃຫຍ່ຫລວງ ດັ່ງກ່າວ ແລະພ້ອມທີ່ຈະໃຫ້ ການຊ່ວຍເຫລືອ ເພີ້ມເຕີມເມື່ອມີ ຄວາມຈໍາເປັນ.
ສ່ວນທ່ານ ບົວສອນ ບຸບຜາວັນ ນາຍົກຣັຖ ມົນຕຣີ ລາວ ກໍໄດ້ສົ່ງສານ ສະແດງຄວາມເຫັນໃຈ ເຖິງທ່ານ ອະພິສິດ ເວດຊາຊີວະ ນາຍົກ ຣັຖມົນຕຣີໄທ ໂດຍສະແດງຄວາມ ເປັນຫ່ວງເປັນໃຍ ແລະເສົ້າໃຈ ຢ່າງຍິ່ງ ນຳການສູນເສັຽ ອັນໃຫຍ່ຫລວງຕໍ່ ຊັບສິນ ແລະ ການເສັຽຊີວິດ ຂອງຫລາຍຄົນ ໃນເຂດດັ່ງກ່າວ. ພ້ອມກັນນັ້ນ ກໍສະແດງຄວາມ ເຫັນໃຈຢ່າງສຸດຊຶ້ງ ໄປຍັງຣັຖບານ ແລະ ປະຊາຊົນໄທ ແລະ ຄອບຄົວ ຜູ້ທີ່ປະສົບ ເຄາະຮ້າຍຈາກ ໄພນ້ຳຖ້ວມ ແລະມີຄວາມເຊື່ອໝັ້ນ ວ່າ ດ້ວຍການນຳພາ ແລະຄວາມເອົາໃຈໃສ່ ຢ່າງໃກ້ຊິດ ຂອງ ຣັຖບານໄທ ແລະການຮ່ວມແຮງ ຮ່ວມໃຈກັນຂອງ ປະຊາຊົນໄທ ໃນທົ່ວປະເທດນັ້ນ ສະພາບຄວາມ ຫຍຸ້ງຍາກ ທີ່ເກີດຈາກອຸທົກກະໄພ ຄັ້ງຮ້າຍແຮງນີ້ ຈະໄດ້ຮັບການ ແກ້ໄຂ ເພື່ອເຮັດໃຫ້ ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຟື້ນຟູສູ່ຄວາມ ເປັນປົກກະຕິ ໂດຍໄວ ແລະ ອົງການອະນາໄມໂລກ ກໍສເນີໃຫ້ການ ຊ່ວຍເຫລືອ ທາງດ້ານການແພດ ໃນໄພທີ່ເກີດຈາກ ນ້ຳຖ້ວມ ເພື່ອປ້ອງກັນພຍາດ ແລະປິ່ນປົວຄົນເຈັບ ຮວມທັງຄົນເຈັບ ສຸກເສີນນຳດ້ວຍ.
ມາເຖິງວັນອາທິດ ມີຜູ້ເສັຍຊີວິດ 38 ຄົນ. ປະຊາຊົນ ຫຼາຍກວ່າ 1 ລ້ານ 4 ແສນຄົນ ຫລືຫລາຍກວ່າ 500 ພັນ ຄອບຄົວ ມີເຮືອນຫລືດິນນາ ຂອງພວກຕົນຈົມ ຢູ່ໃຕ້ນ້ຳ ທາງການໄທ ມີແຜນ ປະຕິບັດການ ຢູ່ 4 ແຜນຄື ແຜນປ້ອງກັນ ນ້ຳຖ້ວມ, ແຜນສຳຮອງ ຊັພຍາກອນ, ແຜນສົ່ງຕໍ່ຜູ້ປ່ວຍ ສຸກເສີນ ແລະແຜນການປັບ ຣະບົບບໍຣິການ ໃຫ້ເຂົ້າກັບ ສະຖານະການ ນ້ຳຖ້ວມ ໂດຍທຸກແຂວງ ຕຽມພ້ອມ ໄວ້ໝົດ ແລ້ວ.