ຄວາມສໍາພັນ ຂຽວ ລາວ-ວຽດນາມ

ຣັຖມົນຕຣີ ປ້ອງກັນປະເທດລາວ ເວົ້າວ່າ ສປປລາວ ຈະເສີມສ້າງ ຄວາມສໍາພັນ ກັບວຽດນາມ ໃຫ້ເປັນ ຄວາມສໍາພັນ ຂຽວ ແລະ ຍືນຍົງ.
ຈໍາປາທອງ
2010.10.12

ກົດຟັງສຽງ

ໃນໂອກາດ ເຂົ້າຮ່ວມກອງປະຊຸມ ບັນດາຣັຖມົນຕຣີ ກະຊວງປ້ອງກັນ ປະເທດ ໃນພາກພື້ນເອເຊັຽ ຕາເວັນອອກສ່ຽງໃຕ້, ນາຍພົນ ດວງໃຈ ພິຈິດ ຣັຖມົນຕຣີກະຊວງ ປ້ອງກັນ ປະເທດຂອງລາວ ໄດ້ພົບປະຫາລື ກັບທ່ານ ໜອງ ດຶກໝັ້ນ ເລຂາທິການໃຫຍ່ ພັກຄອມມິວນິສ ວຽດນາມ, ຊຶ່ງໃນເວລາ ພົບປະກັນນັ້ນ ນາຍ ພົນ ດວງໃຈ ພິຈິດ ເວົ້າວ່າ ສປປລາວ ຈະເສີມສ້າງຄວາມສໍາພັນ ກັບວຽດນາມ ໃຫ້ເປັນຄວາມສໍາພັນ ຂຽວ ແລະຍືນຍົງຄົງຕົວ ຕລອດໄປ.

ອົງການຂ່າວສານ ທາງການວຽດນາມ ບໍ່ໄດ້ອະທິບາຍ ຣາຍລະອຽດວ່າ ຄວາມສໍາພັນ ຂຽວ ແລະຍືນຍົງນັ້ນ ໝາຍຄວາມວ່າຫຍັງ ແຕ່ໂດຍທົ່ວໄປແລ້ວ ຄວາມ ສໍາພັນ ຂຽວ ກໍແປວ່າ ຄວາມສໍາພັນ ທີ່ມີການປົກປັກຮັກສາ ສິ່ງແວດລ້ອມ. ໃນເມື່ອ 2 ປະເທດ ມີຄວາມສໍາພັນ ຂຽວ ແລະຍືນຍົງ ກໍໝາຍຄວາມ ວ່າ 2 ປະເທດ ຈະຮ່ວມມືກັນ ປົກປັກ ຮັກສາ ສິ່ງແວດລ້ອມ.

ໃນລະຍະຜ່ານມາ ຄນະຜູ້ນໍາ ສປປລາວ ແລະວຽດນາມ ມັກເວົ້າວ່າ 2 ປະເທດ ລາວ-ວຽດນາມ ເປັນອ້າຍນ້ອງກັນ ມີຄວາມສໍາພັນ ແໜ້ນແຟ້ນພິເສດ ແລະມີການຮ່ວມມື ຮອບດ້ານ. ນອກຈາກ ຈະສ້າງຄວາມສໍາພັນ ຂຽວ ແລະຍືນຍົງແລ້ວ ນາຍພົນ ດວງໃຈ ພິຈິດ ຍັງກ່າວຂອບໃຈ ວຽດນາມ ທີ່ຈິງໃຈໃຫ້ ການຊ່ວຍເຫລືອ ແກ່ ສປປລາວ ໃນການສ້າງສາ ພັທນາ ແລະ ປ້ອງກັນປະເທດ.

ສ່ວນທ່ານ ໜອງ ດຶກໝັ້ນ ເວົ້າວ່າ ທ່ານດີໃຈ ທີ່ວຽດນາມ ມີຄວາມສໍາພັນ ແລະ ການຮ່ວມມືກັບລາວ ແລະ ກັບປະເທດເພື່ອນ ບ້ານອື່ນໆ ໃກ້ຊິດກັນ ຂຶ້ນນຳເລື້ອຍໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.