ຕ່າງປະເທດສນັບສນູນ ແຜນພັທນາຂອງລາວ

ບັນດາປະເທດ ທີ່ໃຫ້ການ ຊ່ວຍເຫລືອ ຕົກລົງ ສນັບສນູນ ແຜນພັທນາ 5 ປີ ຂອງ ຣັຖບານລາວ ເພື່ອຊ່ວຍໃຫ້ ບັນລຸເປົ້າໝາຍ.

0:00 / 0:00

ກົດຟັງສຽງ

ການປະຊຸມ ເປັນເວລາ 2 ວັນ ລະຫວ່າງ ເຈົ້າໜ້າທີ່ ຂັ້ນສູງ ຂອງຣັຖບານ ກັບຜູ້ຕາງໜ້າ ປະເທດທີ່ໃຫ້ ການຊ່ວຍເຫລືອ. ກອງປະຊຸມເວົ້າເຖິງ ຣາຍລະອຽດ ຂອງ ເປົ້າໝາຍ ຂອງປະເທດທີ່ ຈະບັນລຸເປົ້າໝາຍ ໃນການພັທນາ ສະຫັດສວັດ ສະຫະປະຊາຊາດ ແລະ ເພື່ອສໍາຣວດແຜນ ການພັທນາ 5 ປີ ຈາກປີ 2011-2015.

ທາງການລາວ ຕ້ອງການເງິນ ຊ່ວຍເຫລືອຈໍານວນ 3,900 ລ້ານໂດລາ ສະຫະຣັຖ ຈາກປະເທດທີ່ ໃຫ້ການຊ່ວຍເຫລືອ ເພື່ອຈັດຕັ້ງ ປະຕິບັດແຜນການ ພັທນາດັ່ງກ່າວ. ມີຜູ້ແທນ 300 ຄົນຈາກ 38 ປະເທດ 26 ອົງການສາກົນ ແລະ 18 ອົງການ ອົງການຈັດຕັ້ງສາກົນ ທີ່ບໍ່ຂື້ນກັບ ຣັຖບານ ເຂົ້າຮ່ວມ ກອງປະຊຸມ ດັ່ງກ່າວ.

ສໍາລັບແຜນ ການພັທນາ 5 ປີ ຜ່ານມາ 2006-2010 ສປປລາວ ໄດ້ຮັບການຊ່ວຍເຫລືອ ເປັນຈໍານວນເງິນ 2,400 ລ້ານໂດລາ ສະຫະຣັຖ. ຈຸດປະສົງ ຂອງປະເທດ ທີ່ໃຫ້ການຊ່ວຍເຫລືອ ນັ້ນ ແມ່ນເພື່ອສົ່ງເສີມ ການການເຕີບໃຫ່ຽ ຂອງເສຖກິດລາວ ໃນອະນາຄົດ ແບບບໍ່ແຕກໂຕນກັນ ແລະຮັບປະກັນວ່າ ເງິນຊ່ວຍເຫລືອ ຈໍານວນນີ້ ຈະນໍາໃຊ້ແບບ ມີຄວາມໂປ່ງໃສ.

ນັກການທູດ ໃນນະຄອນຫລວງ ວຽງຈັນ ກ່າວວ່າ ພວກທ່ານເຫັນວ່າ ການພັທນາໃນລາວ ເຮັດໃຫ້ເກີດ ຊ່ອງຫ່ວາງລະຫ່ວາງ ຜູ້ຮັ່ງກັບຜູ້ທຸກ ນັ້ນກວ້າງອອກ. ປະເທດທີ່ໃຫ້ ການຊ່ວຍເຫລືອ ຕ້ອງການຢາກໄດ້ ການຄໍ້າປະກັນວ່າ ລາຍໄດ້ຈາກການ ເກັບພາສີ ແລະຜົນກໍາໄຣຈາກ ລາຍໄດ້ການລົງທືນ ອື່ນໆ ຄວນນໍາມາໃຊ້ຈ່າຍ ເພື່ອການສືກສາ ແທນທີ່ ຈະສ້າງຮັ່ງຄູນມີ ໃຫ້ແກ່ ຜູ້ທີ່ມີອໍານາດ.

ນັກການທູດ ທີ່ບໍ່ປະສົງອອກຊື່ ກ່າວວ່າ ທາງການລາວ ຕ້ອງການຢາກໃຫ້ ປະເທດທີ່ໃຫ້ ການຊ່ວຍເຫລືອ ມີບົດບາດສໍາຄັນ ໃນການຊ່ວຍເຫລືອ ລາວ ແຕ່ບໍ່ຢາກ ປະຕິບັດ ຫລັກການ ຄວາມໂປ່ງໃສ.