ປະທານສະພາ ລາວແລະຈີນພົບກັນ

ປະທານສະພາ ປະຊາຊົນ ແຫ່ງຊາດ ຈີນ ພົບກັບ ປະທານສະພາ ແຫ່ງຊາດ ລາວ ທີ່ນະຄອນ ຊຽງຮາຍ ປະເທດຈີນ.
ຈໍາປາທອງ
2010.10.04

ກົດຟັງສຽງ

ທ່ານ Wu Bangguo ປະທານສະພາ ປະຊາຊົນ ແຫ່ງຊາດຈີນ ພົບກັບ ທ່ານ ທອງສິງ ທັມມະວົງ ປະທານສະພາ ແຫ່ງຊາດ ສປປລາວ ທີ່ນະຄອນຊຽງຮາຍ ປະເທດຈີນ ໃນວັນເສົາ. ຕາມລາຍງານ ຂອງອົງການຂ່າວ Xinhua ຂອງ ທາງການຈີນ ໃນວນທີ 2 ຕຸລາ 2010.

ທ່ານ Wu Bangguo ປະທານຄນະ ປະຈຳສະພາ ປະຊາຊົນ ແຫ່ງຊາດຈີນ ສະແດງຄວາມ ຍິນດີຮັບຕ້ອນ ທ່ານ ທອງສິງ ທັມມະວົງ ທີ່ໄປຢ້ຽມຢາມ ນະຄອນຊຽງຮາຍ ແລະສະແດງຄວາມ ຂອບອົກຂອບໃຈ ທີ່ໃຫ້ການ ສນັບສນູນງານ ວາງສະແດງ ສິນຄ້າໂລກ ທີ່ຈັດຂຶ້ນຢູ່ ຊຽງຮາຍ.

ທ່ານວ່າ ຈີນແລະລາວ ເປັນປະເທດ ເພື່ອນບ້ານໃກ້ຄຽງ ທີ່ດີ, ເປັນມິດທີ່ດີ, ເປັນສະຫາຍທີ່ດີ ແລະ ເປັນຂາຄູ່ທີ່ດີ. ທ່ານ Wu Bangguo ເວົ້າວ່າ ເມື່ອປີຜ່ານມາ ໄດ້ມີການ ແລກປ່ຽນການ ຢ້ຽມຢາມ ຊຶ່ງກັນແລະກັນ ຣະຫວ່າງ ທ່ານ Hu Jintao ປະທານ ປະເທດຈີນ ແລະ ທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດລາວ. ພວກທ່ານໄດ້ຮ່ວມ ກັນເສີມຂຍາຍ ການພົວພັນ 2 ຝ່າຍ ໂດຍຕົກລົງ ທີ່ຈະພັທນາ ການເປັນຂາຄູ່ ຮ່ວມມື ທາງຍຸທສາດ ຮອບດ້ານ.

ທ່ານວ່າ ຈີນ ຖນຸຖນອມ ການເປັນມິດ ກັບລາວຢູ່ສເມີ ແລະທ່ານ ທອງສິງ ທັມມະວົງ ກໍວ່າ ລາວຖືວ່າ ການເສີມຂຍາຍ ການພົວພັນ ກັບຈີນ ມີຄວາມສຳຄັນຍິ່ງ. ແລະວ່າ ມັນມີ ຄວາມພ້ອມທີ່ ຈະເພີ້ມການ ແລກປ່ຽນ ແລະ ການຮ່ວມມື 2 ຝ່າຍ ແລະ ຈະຮ່ວມກັນ ແກ້ໄຂບັນຫາ ທີ່ທ້າທາຍຕ່າງໆ.   

ເມື່ອເວົ້າເຖິງ ການຢ້ຽມຢາມຈີນ ຂອງທ່ານ ທອງສິງ ຜ່ານມາ ເມື່ອປີ 2008 ທ່ານ Wu ວ່າ ທ່ານຍັງຈື່ຈຳ ການຢ້ຽມຢາມ ຄັ້ງນັ້ນໄດ້ດີ. ມັນເປັນ ການສົ່ງເສີມ ການພົວພັນ ຣະຫວ່າງ 2 ປະເທດ ຈີນ ແລະ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.