ພວກເສື້ອເຫຼືອງ ວ່າຕ້ອງໃຊ້ກົດ ໄອຍະການເສິກ
2010.04.26
ກຸ່ມເສື້ອເຫລືອງ ທີ່ເຄີຽໂຮມ ຊຸມນຸມປະທ້ວງ ຕໍ່ຕ້ານ ຣັຖບາລໄທຽ ຫລາຍຄັ້ງໃນ ເມື່ອກ່ອນ ໄດ້ອອກແຖລງກາຣ ຮຽກຮ້ອງໃຫ້ຣັຖບາລ ຂອງທ່ານນາຍົກ ຣັຖມົນຕຣີ ອະພິສິທ ເວຊຊາຊີວະ ປະກາສໃຊ້ກົດ ໄອຍະກາຣເສິກ ເພື່ອກົດດັນໃຫ້ ກຸ່ມຊຸມນຸມເສື້ອແດງ ສລາຍຕົວໃຫ້ ໝົດໃນໄວໆນີ້ ຖ້າບໍ່ດັ່ງນັ້ນ ກໍຂູ່ວ່າ ທາງກຸ່ມເສື້ອເຫລືອງ ຈະອອກມາປາບເອງ ດັ່ງທ່ານ ສຸຣິຍະໃສ ກະຕະສີລາ ໜຶ່ງໃນຈະນວນ ແກນນຳ ຂອງກຸ່ມພັນທະມິຕ ເພື່ອ ປະຊາທິປະໄຕ ໄດ້ກ່າວວ່າ:
“ພັນທະມິຕ ປະຊາຊົນເພື່ອ ປະຊາທິປະໄຕ ຂໍຮຽກຮ້ອງໃຫ້ ຣັຖບາລປະກາສ ຈຸດຢືນ ນະໂຍບາຍ ແລະຂອບເຂຕຂອງ ກາຣປະຕິບັຕ ຢ່າງແຈ່ມແຈ້ງ ຊັດເຈນ ແລະ ເປັນຮູບທັມ ຕໍ່ກາຣເອົາຜິດ ກັບກາຣຊຸມນຸມ ທີ່ຜິດກົດໝາຍ ແລະ ກາຣກໍ່ກາຣຮ້າຍ ຢ່າງຮີບດ່ວນ”.
ກຸ່ມພັນທະມິຕ ປະຊາຊົນ ເພື່ອ ປະຊາທິປະໄຕ ຫລືກຸ່ມເສື້ອເຫລືອງ ໄດ້ປະກາສໃຫ້ ກຳໜົດ ແກ່ຣັຖບາລ ໃນຕົ້ນເດືອນເມສາ ເພື່ອໃຫ້ກົດດັນ ໃຫ້ຝ່າຍກຸ່ມເສື້ອແດງ ຍຸຕິກາຣ ປະທ້ວງໃຫ້ ໝົດສິ້ນໄປ ໃນວັນທີ່ 18 ເມສາ ແຕ່ເທົ່າປັຈຈຸບັນ ກໍຍັງບໍ່ທັນ ເຫັນມີໝາກຜົລ ແນວໃດເກິດຂຶ້ນ ນອກຈາກເກິດເຫຕ ກາຣນອງເລືອດ ໃນມື້ວັນທີ່ 10 ເມສາ ແລະເທື່ອສຸດທ້າຍ ໃນວັນທີ່ 22 ເມສາ ນີ້ນັ້ນເຊັ່ນກັນ ທີ່ມີຜູ້ເສັຽຊີວີຕ ທັງໝົດ 26 ຄົນ ແລະຫລາຍຮ້ອຍຄົນ ໄດ້ຮັບບາດເຈັບນັ້ນ.
ສະນັ້ນທາງກຸ່ມ ເສື້ອເຫລືອງຈື່ງ ຢາກໃຫ້ທາງຝ່າຍ ຣັຖບາລເອົາ ມາຕກາຣຢ່າງ ເດັດດ່ຽວ ແລະສົມຄວນທີ່ ຈະປະກາສໃຊ້ ກົດອັຍກາຣເສິກ ເພື່ອປາບປາມພວກ ທີ່ປະທ້ວງແລະ ກໍ່ກາຣຮ້າຍທີ່ ບໍ່ຖືກຕ້ອງຕາມ ກົດໝາຍ ດັ່ງກ່າວນີ້.