ນາຍົກລາວເປັນຫ່ວງ ເຫດການໃນໄທ

ນາຍົກ ຣັຖມົນຕຣີ ສປປລາວ ສະແດງຄວາມ ເປັນຫ່ວງ ກ່ຽວກັບ ສະຖານະການ ຄວາມບໍ່ສງົບ ໃນໄທ.
ໂພໄຊສວັດ
2010.05.21

ທ່ານ ບົວສອນ ບຸບຜາວັນ ນາຍົກຣັຖມົນຕຣີ ສປປລາວ ຊຶ່ງຢູ່ໃນລະຫວ່າງ ການເດີນທາງ ຢ້ຽມຢາມ ປະເທດຍີ່ປຸ່ນ ໄດ້ກ່າວໃນກອງ ປະຊຸມ ທຸຣະກິດ ໃນນະຄອນ ຫລວງໂຕກຽວ ປະເທດຍີ່ປຸ່ນ ໃນມື້ວັນ ພຣະຫັດທີ 20 ພຶສພາ 2010 ສະແດງເຖິງຄວາມ ກັງວົນ ຕໍ່ກໍຣະນີ ຄວາມວຸ້ນວາຍ ທາງການເມືອງໃນໄທ ຍ້ອນເຫັນວ່າ ໄທ ເປັນປະຕູສຳລັບ ການຄ້າຂາຍ ແລະການເດີນທາງ ທີ່ສຳຄັນຂອງລາວ.

ນາຍົກຣັຖມົນຕຣີ ສປປລາວ ກ່າວວ່າບັນຫາ ການບໍ່ມີ ສະເຖັຍຣະພາບ ທາງການເມືອງໃນໄທ ສ້າງຄວາມ ວິຕົກກັງວົນ ຢ່າງຫລວງຫລາຍ ໃຫ້ ລາວ ຍ້ອນວ່າທັງສອງ ປະເທດ ມີເຂດຊາຍແດນ ຕິດຕໍ່ກັນ ແລະ ສປປລາວ ກໍໃຊ້ທ່າເຮືອ ຂອງໄທໃນການ ຂົນສົ່ງສິນຄ້າ ເຂົ້າແລະອອກ ດັ່ງນັ້ນລາວຈຶ່ງ ໄດ້ຮັບຜົນກະທົບ ໂດຍກົງ.

ນາຍົກຣັຖມົນຕຣີ ສປປລາວ ໄດ້ຮຽກຮ້ອງໃຫ້ ທຸກຝ່າຍທີ່ກ່ຽວຂ້ອງ ໃນການສ້າງບັນຫາ ຄວາມວຸ້ນວາຍ ຫາຊ່ອງທາງຕົກລົງກັນ ໃຫ້ໄດ້ໂດຍໄວ ເພາະບັນຫາຄວາມ ວຸ້ນວາຍທາງການ ເມືອງໃນໄທ ນອກຈາກ ຈະກະທົບກະເທືອນ ຕໍ່ສະພາບຄວາມ ສງົບຂອງໄທແລ້ວ ຍັງຈະກະທົບ ຕໍ່ຄວາມມີ ສະເຖັຍຣະພາບ ໃນກຸ່ມອາຊຽນອີກ.

ບໍຣິສັດນຳເຂົ້າ ແລະ ສົ່ງອອກຂອງລາວ ສ່ວນໃຫຍ່ຈະໃຊ້ ທ່າເຮືອແຫລມສະບັງ ຂອງໄທເປັນທາງ ຜ່ານຂອງສິນຄ້າ. ຫາກບັນຫາຄວາມ ບໍ່ສງົບໃນໄທ ຍືດເຍື້ອອອກ ໄປກໍຈະສ້າງຄວາມ ເສັຍຫາຍໃຫ້ ບໍຣິສັດນຳເຂົ້າ ແລະ ສົ່ງອອກຂອງລາວ ໃນອະນາຄົດ ຢ່າງແນ່ນອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
May 24, 2010 07:59 AM

Red shirt is communis same as Lao red