ລາວ-ວຽດນາມ ຮ່ວມມືດ້ານກະສິກັມ

ລາວ ແລະວຽດນາມ ລົງນາມ ໃນບັນທຶກ ຄວາມເຂົ້າໃຈ ຫລື MoU ກ່ຽວກັບ ການສົ່ງເສີມ ການຮ່ວມມື ທາງດ້ານ ກະສິກັມ ປ່າໄມ້ ການປະມົງ ແລະການ ພັທນາ ແບບປະສົມ ໂດຍເລັ່ງໃສ່ ດ້ານ ວິທຍາສາດ ແລະ ເທັກໂນໂລຢີ ການຝຶກອົບຮົມ ການລົງທຶນ ແລະ ການຄ້າ.
ຈໍາປາທອງ
2010.09.16

ຕາມລາຍງານ ຂ່າວຂອງ Asia Pulse ໃນວັນທີ 15 ກັນຍາ. ບັນທຶກ ຄວາມເຂົ້າໃຈ ທີ່ວ່ານັ້ນ ຖືກລົງນາມ ໂດຍ ທ່ານ ສີຕາເຮັ່ງ ຣາຊພົນ ຣັຖມົນຕຣີ ກະຊວງ ກະສິກັມ ແລະ ປ່າໄມ້ ສປປລາວ ແລະທ່ານ Cao Duc ຣັຖມົນຕຣີ ກະຊວງ ກະສິກັມ ແລະ ພັທນາ ຊົນນະບົດ ສ.ສ. ວຽດນາມ ທີ່ ກຸງ ຮ່າໂນ່ຍ ໃນວັນທີ 14 ກັນຍາ 2010.

ຕາມບັນທຶກ ຄວາມເຂົ້າໃຈ ຊຶ່ງເປັນ ພາກສ່ວນນຶ່ງ ຂອງສັນຍາ ຮ່ວມມື ຣະຫວ່າງ ຣັຖບານຂອງ 2 ປະເທດນັ້ນ ທັງ 2 ຝ່າຍ ຈະປະຕິບັດ ໂຄງການ ສ້າງເຂດ ກະສິກັມ ຢູ່ຊົນນະບົດ ຕາມຍຸທສາດ ຂອງ ການພັທນາ ແລະເຂດ ທີ່ບໍ່ເປັນເຂດ ກະສິກັມ ຂອງລາວ ຕໍ່ໄປ.

ພ້ອມກັນນັ້ນ MoU ຍັງບົ່ງເຖິງ ໂຄງການໃໝ່ ຫລາຍໂຄງການ ສຳລັບ ປີ 2011 ຮວມທັງແຜນ ພັທນາການ ປະມົງ ຂອງລາວ ແຕ່ປີ 2011 ເຖິງປີ 2020 ການຄົ້ນຄວ້າ ແນວພັນເຂົ້າໂພດ ຊນິດໃໝ່ຕ່າງໆ ແລະ ປັບປຸງ ສະຖານີ ກວດກາສັດ ຢູ່ດ່ານຊາຍແດນ ສວັນນະເຂດ ທີ່ເມືອງ ເຊໂປນ ແລະໂຄງການ ລະບາຍນ້ຳ ເວລາ ນ້ຳຖ້ວມ ແລະໂຄງການ software ບໍຣິຫານ ເວລາເກີດ ໄພແຫ້ງແລ້ງ.

ນອກຈາກນັ້ນ ແລ້ວ ກໍຍັງຈະ ແໜ້ນແຟ້ນ ການພົວພັນ 2 ຝ່າຍ ໃນຂົງເຂດ ສັຕວະແພດ ການກວດກາສັດ ແລະ ການປູກປ່າໄມ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.