ການຄ້າຣະຫວ່າງລາວ ແລະວຽດນາມ

ສປປລາວ ແລະ ວຽດນາມ ສົ່ງເສີມ ຄວາມສໍາພັນ ທາງການຄ້າ ການລົງທຶນ ຕື່ມຂື້ນອີກ.
ໂພໄຊສວັດ
2010.06.09

ສປປລາວ ແລະ ວຽດນາມ ໄດ້ຕົກລົງທີ່ ຈະເລັ່ງ ປະຕິບັດຕາມ ສັນຍາໂຄງການ ພັທນາການຄ້າ ເພື່ອທີ່ຈະສົ່ງເສີມ ຂຍາຍການຄ້າ ຣະຫວ່າງສອງຝ່າຍ ໃຫ້ໄດ້ 1 ຕື້ໂດລາ ສະຫະຣັຖ ພາຍໃນປີນີ້ ແລະ 2 ຕື້ໂດລາ ສະຫະຣັຖ ພາຍໃນປີ 2015.

ການເຫັນພ້ອມ ສອດຄ່ອງກັນມີຂື້ນ ໃນການເຈຣະຈາ ຣະຫວ່າງ ຮອງຣັຖມົນຕຣີ ການຄ້າ ແລະ ອຸດສາຫະກັມ ວຽດນາມທ່ານ Nguyen Thanh Bien ແລະຄູ່ຕຳແຫນ່ງ ຝ່າຍລາວ ຍານາງ ເຂັມມະນີ ພົນເສນາ ຢູ່ນະຄອນຫລວງ ວຽງຈັນ ໃນມື້ວັນທີ 7 ມິຖຸນາ 2010.

ທັງສອງຝ່າຍຍັງ ໄດ້ຕົກລົງກັນ ວ່າສິນຄ້າ ທີ່ມີກຳເນີດ ຈາກສອງປະເທດ ຈະມີພາສີນຳເຂົ້າ ແລະສົ່ງອອກ ເທົ່າທຽມກັນ ສຳລັບປີ 2011 ຄືກັນກັບພາຍ ໃນປີ 2010 ນອກຈາກນີ້ທັງ ສອງປະເທດ ຍັງຈະຮ່ວມກັນ ຈັດງານ ມະຫະກັມສິນຄ້າ ແລະການລົງທຶນ ໃນຫລາຍໆແຂວງ ທາງພາກເໜືອ ແລະພາກໃຕ້ ຂອງລາວ ແລະຍັງຈະ ຮ່ວມກັນສຶກສາ ການເປັນໄປໄດ້ ທີ່ຈະເຊັນສັນຍາ ການຄ້າເສຣີ FTA.

ພ້ອມດຽວກັນນັ້ນ ທັງສອງຝ່າຍຍັງ ຈະສຶກສາແຜນ ການສ້າງເຄືອຂ່າຍ ຂຍາຍການຄ້າ ເຂດຊາຍແດນ ແລະຢັ້ງຢືນວ່າ ຈະຮ່ວມມື ໃນການຝຶກສອນ ແລກປ່ຽນຂໍ້ມູນ ຂ່າວສານ ພ້ອມທັງການພົວພັນ ຂັ້ນຣັຖມົນຕຣີ ແລະ ພນັກງານເພື່ອ ສົ່ງເສີມ ຄວາມສຳພັນທາງ ການຄ້າສອງຝ່າຍ ໃຫ້ຂຍາຍຍິ່ງໆ ຂື້ນໄປ.

ເຈົ້າໜ້າທີ່ທາງການ ວຽດນາມ ມາຢ້ຽມຢາມລາວ ລະຫວ່າງວັນທີ 3 ຫາ 7 ມິຖຸນາ 2010 ແລະໄດ້ເຊື້ອເຊີນ ຣັຖມົນຕຣີ ກະຊວງ ອຸດສາຫະກັມ ແລະການຄ້າລາວ ໄປຢ້ຽມຢາມ ວຽດນາມ ອີກດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.