ປະທານ ປະເທສ ສປປລາວ ຢ້ຽມຢາມ ໄທຽ

ສື່ມວລຊົນ ໄທຽ ວ່າກາຣຢ້ຽມຢາມ ໄທຽ ຢ່າງເປັນທາງກາຣ ຂອງ ປະທານປະເທສ ສປປລາວ ມີຄວາມສຳເຣັຈ ພ້ອມກັບເຮັດໃຫ້ ຄວາມສັມພັນ ລາວ-ໄທຽ ຍືນຍົງຕໍ່ໆໄປ

ທ່ານຈູມມາລີໄຊຍະສອນປະທານປະເທດສປປລາວພ້ອມພັຣຍາ ທ່ານອະພິຊິດເວດຊະຊີວະນາຍົກຣັຖມົນຕຣີໄທຽພ້ອມພັຣຍາ Photo: RFA

ທາງໜັງສືພີມ ຕ່າງໆ ຂອງໄທຽ ອັນຮວມທັງ ໄທຽຣັຖ ຜູ້ຈັດກາຣ ແລະບາງກອກໂພສຕ໌ ຕລອດຮອດ ສື່ມວລຊົນ ແລະສຳນັກງານ ອື່ນໆຕ່າງກໍໄດ້ ສເນີຂ່າວຄາວ ກາຣຢ້ຽມຢາມ ປະເທສໄທຽ ຢ່າງເປັນທາງກາຣ ຂອງ ປະທານປະເທສ ສປປລາວ ທ່ານ ຈູມມາລີ ໄຊຍະສອນ ພ້ອມພັຣຍາ ແລະ ຄະນະຕົວແທນ ຂອງຣັຖບາລລາວ ຫລາຍໜ່ວຍງານ ມີນັຍຍະ ສຳຄັນ ທາງຄວາມສັມພັນ ຣະຫວ່າງສອງ ປະເທສ ເປັນຢ່າງດີ ແລະ ໂດຽສະເພາະ ທີ່ທາງປະມຸກ ຂອງທັງ 2 ປະເທສ ກໍຢືນຢັນ ທີ່ວ່າ ຈະໃຫ້ຄວາມ ສັມພັນອັນດີ ມີຄວາມຍືນຍົງ ຫລາຍຂື້ນກວ່າເກົ່າ.

ທ່ານວິໂຣດ ສຸນດາຣາ ຫົວໜ້າກົມ ເອເຊັຽ ປາຊີຟິກ ແລະອັຟຣີກາ ກະຊວງກາຣ ຕ່າງປະເທສ ສປປລາວ ໄດ້ກ່າວເຖີງການ ຂຍາຍຕົວດ້ານ ຄວາມຮ່ວມມື ລາວ-ໄທຽວ່າ:

“ຕາມ ຂ້າພະເຈົ້າ ເຫັນວ່າເລື້ອງ ກາຣຮ່ວມມື ພົວພັນ ຮ່ວມມືສອງ ຝ່າຍລະຫວ່າງ ລາວ-ໄທຽ ມາເຖີງ ປັຈຈຸບັນນີ້ ຖືວ່າແມ່ນ ເປັນປົກຕິດີ ແລະ ຢູ່ໃນລະດັບ ທີ່ດີທີ່ສຸດ ສີ່ງທີ່ເປັນ ສັນຍາລັກ ກາຣພົວພັນ ສອງຝ່າຍ ກໍຄື ກາຣຢ້ຽມຢາມ ແລກປ່ຽນກາຣ ຢ້ຽມຢາມ ລະຫວ່າງ ຜູ້ນຳຊັ້ນສູງ ຂອງ ສອງປະເທສ”

ພ້ອມດຽວກັນນັ້ນ ທາງຄະນະ ຣັຖມົນຕຣີລາວ ທີ່ເດີນທາງຮ່ວມ ໃນກາຣຢ້ຽມຢາມ ໄທຽ ຂອງຜູ້ນຳ ສູງສຸດ ສປປລາວ ຄັ້ງນີ້ ກໍໄດ້ເຂົ້າຮ່ວມ ປະຊຸມຂຍາຍ ຄວາມຮ່ວມ ມື ໂດຽມີກາຣ ເຊັນສັນຍາ ກັບຝ່າຍໄທຽ ຫລາຍສະບັບ ເຊັ່ນ: ກາຣລົງທຶນດ້ານ ພລັງງານໄຟຟ້າ ຄວາມຮ່ວມມື ດ້ານກາຣທ່ອງທ່ຽວ ດ້ານຄວາມໝັ້ນຄົງ ແລະຄວາມ ຮ່ວມມືທາງ ເສຖກິຈ ໃຫ້ມີຫລາຍ ເພີ່ມຂື້ນ. ກ່ຽວກັບເລື້ອງນີ້ ທ່ານ ວິບູລ ຄູສກຸລ ເອກອັຄຣາຊທູຕ ໄທຽ ປະຈຳນະຄອນ ຫລວງວຽງຈັນ ກໍໃຫ້ຄວາມເຫັນ ເພີ່ມເຕີມວ່າ

“ຖືວ່າຄວາມ ສັມພັນ ໄທຽ ກັບ ສປປລາວ ໃນ ປັຈຈຸບັນນີ້ ຖືວ່າ ພັທນາເຖີງ ຈຸດທີ່ດີ ທີ່ສຸດ ເຖີງຂັ້ນທີ່ ເວົ້າໄດ້ວ່າ ເປັນຣະຍະ ທີ່ເດັ່ນຂອງ ຄວາມສັມ ພັນລະຫວ່າງກັນ”  

ເຖີງຢ່າງໃດ ກໍຕາມ ກາຣຢ້ຽມຢາມ ປະເທສໄທຽ ຂອງຜູ້ນຳ ສູງສຸດ ສປປລາວ ຄັ້ງນີ້ ຖືເປັນກາຣ ເສີມສ້າງສາຍກາຣ ພົວພັນລະຫວ່າງ ສອງປະເທສ ໃຫ້ມີຄວາມ ໝັ້ນຄົງຖນົງ ແກ່ນຕໍ່ໆໄປ ໃນອະນາຄົຕ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org