ນາຍົກຣັຖມົນຕຣີ ໄທແລະລາວ ພົບກັນໃນຊ່ວງ ກິລາຊີເກມສ໌
2009.12.11
ໃນການພົບປະກັນນັ້ນ ທ່ານ ບົວສອນ ເວົ້າວ່າ: ເປັນກຽດອັນສູງສົ່ງ ຂອງຄົນລາວໃນທົ່ວປະເທດ ແລະຣັຖບານລາວ ທີ່ໄດ້ເປັນເຈົ້າພາບຈັດ ການແຂ່ງຂັນ ກິລາຊີເກມສ໌ ຄັ້ງທີ 25 ຮ່ວມທັງສະແດງ ຄວາມຂອບໃຈທ່ານ ອະພິຊີດ ທີ່ມາຮ່ວມພິທີເປີດ ການແຂ່ງຂັນກິລາຊີເກມສ໌ ໃນລາວ. ທ່ານ ບົວສອນ ເຊື່ອວ່າ ກິລາຊີເກມສ໌ ຈະສຳເຣັດລົງໂດຍດີ ທ່ານຍັງໄດ້ກ່າວຂອບໃຈ ສື່ມວນຊົນທຸກທົ່ວຫນ້າ ທີ່ໄດ້ອອກຂ່າວສນັບສນູນ ກິລາຊີເກມສ໌ ໃນລາວ.
ນອກຈາກນັ້ນ ທ່ານ ບົວສອນ ຍັງໄດ້ສະແດງຄວາມຊົມເຊີຍ ໃນໂຄງການພຣະຣາຊທານ ຝົນທຽບ ໃນເຂດພາກຕາເວັນອອກ ສ່ຽງເຫນືອຂອງໄທ ທີ່ວ່າ ການກະເສດລາວ ກໍ່ມີຄວາມຄືບຫນ້າ ຍ້ອນຮັບຜລົປະໂຫຍດ ຈາກເຫດການດັ່ງກ່າວ ຮວມທັງເຂດພາກຕາເວັນອອກ ສ່ຽງເຫນືອຂອງໄທນຳດ້ວຍ.
ໃນຂນະດຽວກັນ ທ່ານ ອະພິຊີດ ເວດຊາຊີວະ ນາຍົກຣັຖມົນຕຣີ ກໍ່ຂອບໃຈ ນາຍົກຣັຖມົນຕີຣລາວ ທີ່ໃຫ້ຄວາມຮ່ວມມື ໃນກອງປະຊຸມ ສຸດຍອດອາຊຽນ ທີ່ມີສະຫະຣັຖ ອະເມຣິກາ ເຂົ້າຮ່ວມນໍາ ທີ່ປະເທດສີງກະໂປ.
ພ້ອມດຽວກັນທ່ານອະພິຊິດ ກໍໃຫ້ຄໍາສັນລະເສີນ ຜູ້ນຳລາວ ໃນຄວາມສຳເຣັດເປັນເຈົ້າພາບ ກິລາຊີເກມສ໌ ແລະວ່າ ນັກກິລາ ກໍ່ມີຄວາມມ່ວນຊື່ນ ໃນການແຂ່ງຂັນ ເພື່ອຍົກຣະດັບ ຄວາມຮ່ວມມືໃນພູມີພາກ.
ທ່ານ ອະພິຊິດ ຍັງໄດ້ແນະນຳ ທ່ານ ບົວສອນ ໃນການວາງແຜນຈັດງານ ສລອງວັນຄົບຣອບ 60 ປີຂອງຄວາມສຳພັນ ທາງດ້ານການທູດ ຣະຫວ່າງລາວ-ໄທ ຮ່ວມກັນ ທີ່ຈະມີຂື້ນໃນປີຫນ້າ ຮ່ວມດ້ວຍໂຄງການ ຄວາມຮ່ວມມືທາງດ້ານ ສະພາບແວດລ້ອມແລະ ການແກ້ໄຂບັນຫາດັ່ງກ່າວ.