ເຈົ້າຊາຍ Akishino ຢ້ຽມຢາມ ສປປລາວ

ເຈົ້າຊາຍ Akishino ຣາຊບຸດ ຂອງອົງຈັກກະພັດ Akihito ແຫ່ງຍີ່ປຸ່ນ ແລະຣາຊທິດາ ເຈົ້າຍິງ Mako ຊົງເດີນທາງຈາກ ສນາມບິນ Narita ໃນກຸງໂຕກຽວ ເພື່ອຢ້ຽມຢາມ ສປປລາວ ເປັນການສ່ວນພຣະອົງ ເມື່ອວັນອັງຄານ ຜ່ານມາ.
ມະນີຈັນ
2010.03.24

ຕາມຣາຍງານຂ່າວ Kyodo ວັນທີ 23 ມິນາ ນີ້: ທີ່ນະຄອນຫລວງ ວຽງຈັນ ເຈົ້າຊາຍ Akishino ພ້ອມຣາຊບຸຕຣີ ຊົງມີກໍານົດການ ເຂົ້າຮ່ວມ ງານວາງສະແດງ ສິນຄ້າການກະເສຖ ແລະຊົງເຂົ້າຢ້ຽມທ່ານ ຈຸມມາລີ ໄຊຍະສອນ ປະທານປະເທດ ສປປລາວ ໃນວັນພຸດ. 

ໃນມື້ຕໍ່ມາ ທັງ 2 ພຣະອົງ ຈະຊົງເດີນທາງ ໄປຢ້ຽມຢາມ ໝູ່ບ້ານນຶ່ງຂອງລາວ ເພື່ອສຶກສາຄົ້ນຄວ້າ ກ່ຽວກັບ ໄກ່ປ່າໃນລາວ. ຂ່າວ Vientiane Times ຣາຍງານໂດຍ ອ້າງອີງໃສ່ ຖແລງການ ກະຊວງການ ຕ່າງປະເທດລາວ ວ່າທັງ 2 ພຣະອົງຈະຊົງ ພໍານັກ ຢູ່ນະຄອນຫລວງ ວຽງຈັນ ຈົນຮອດວັນເສົາ  ແລະວ່າ ເຈົ້າຊາຍ Akishino ຈະຊົງຄົ້ນຄວ້າ ເລື່ອງການກ່ຽວພັນກັນ ຣະຫວ່າງຄົນກັບໄກ່ປ່າ ຊຶ່ງຄາດວ່າ ກ່ຽວຂ້ອງ ກັບການແຜ່ຣະບາດ ຂອງ ເຊື້ອພຍາດຕ່າງໆ ເຊັ່ນ ໄຂ້ຫວັດນົກ ເປັນຕົ້ນ.

ການຢ້ຽມຢາມ ຂອງເຈົ້າຊາຍ Akishino ຄັ້ງນີ້ ມີຂຶ້ນພາຍຫລັງທີ່ ປະທານປະເທດ ຈຸມມາລີ ໄຊຍະສອນ ໄດ້ເດີນທາງຢ້ຽມຢາມ ຍີ່ປຸ່ນ 4 ວັນ ຢ່າງເປັນທາງການ ເມື່ອຕົ້ນເດືອນ ມິນາ 2010 ນີ້ ເນື່ອງໃນໂອກາດ ວັນສ້າງຕັ້ງ ການພົວພັນຣະຫວ່າງ 2 ປະເທດ ລາວ-ຍີ່ປຸ່ນ ຄົບຮອບ 55 ປີ.

ເຈົ້າຊາຍ Akishino ໄດ້ຊົງຍົກເລີກ ການຢ້ຽມຢາມໄທ ຕາມກໍານົດການ ເມື່ອວັນທີ 17 ມິນາ ກ່ອນໜ້າຊົງສະເດັດ ຢ້ຽມຢາມລາວ ຍ້ອນບັນຫາ ຄວາມປອດພັຍ       ຊຶ່ງມີການປະທ້ວງ ຕໍ່ຕ້ານ ຣັຖບານໃນໄທ ຂອງກຸ່ມຄົນເສື້ອແດງ ໃນໃຈກາງຂອງ ບາງກອກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.