ໂຄງກາຣສ້າງອຸໂມງ ຫລືທໍ່ທາງພື້ນດິນ ເພື່ອສູບນ້ຳ ຈາກແມ່ນ້ຳຂອງ ຂື້ນມາໃຊ້ ຂອງທາງກາຣໄທຽ ອາຈຈະສົ່ງຜົລກະທົບ ຕໍ່ທຸຣະກິຈກາຣຄ້າ ກັບປະເທດ ເພື່ອນບ້ານ

ທ່ານຈີງໃຈ ຫານຈັນຣັດ ປະທານ ອະນຸກັມມະກາຣ ແມ່ນ້ຳຂອງ ແລະຄະນະກັມ ມະກາຣ ຫໍກາຣຄ້າໄທຽ ບໍ່ເຫັນພ້ອມ ນຳໂຄງກາຣ ຂອງນາຍົກຣັຖມົນຕຣີໄທຽ ທ່ານ ສະມັກ ສຸນທະຣະເວຊ ທີ່ວ່າຈະສ້າງອຸໂມງ ຫລືທໍ່ພື້ນດິນ ເພື່ອສູບນ້ຳຈາກແມ່ນ້ຳຂອງ ຂື້ນມາໃຊ້ສຳຫລັບ ກາຣກະສິກັມ ໃນເຂຕພາຄອີສານ ເພາະຢ້ານ ຈະສ້າງຜົລກະທົບຕໍ່ ສາຍສັມພັນ ດ້ານທຸຣະກິຈກາຣຄ້າ ແລະກາຣລົງທຶນ ຂອງໄທຽທີ່ກຳລັງຂຍາຍຕົວ ເປັນ ຢ່າງດີ ໃນພູມີພາຄປັຈຈຸບັນນີ້.

ທ່ານຈີງໃຈ ໃຫ້ທັສນະວ່າ: ກາຣທີ່ຈະສູບເອົານ້ຳຂື້ນມາໃຊ້ ໃນປະຣິມານ ມະຫາສານ ດັ່ງກ່າວ ຈະສ້າງຜົລກະທົບ ຢ່າງຫລວງຫລາຍ ຕໍ່ສອງປະເທດ ທີ່ຢູ່ທາງໃຕ້ເຊັ່ນກັມພູຊາ ແລະວຽດນາມ ແລະອີກຢ່າງໜື່ງ ແມ່ນ້ຳຂອງດັ່ງກ່າວ ທີ່ໄຫລຜ່ານຫລາຍປະເທດຊື່ງ ຮວມທັງ ສປຈີນ ພະມ້າ ລາວ ໄທຽ ກັມພູຊາ ແລະວຽດນາມ ຢູ່ພາຍໃຕ້ກາຣຄຸ້ມ ຄອງ ແລະຣະບຽບ ກາຣຂອງ ຄະນະກັມມາທິກາຣ ລຸ່ມແມ່ນ້ຳຂອງ ຫລື MRC ແລະກໍຖື ເປັນແມ່ນ້ຳສາກົລ ສະນັ້ນກໍຄົງຈະເປັນ ກາຣຍາກທີ່ທາງຝ່າຍໄທຽ ຈະນຳໄປໃຊ້ເພື່ອ ຜົລປະໂຍດ ແຕ່ພຽວຝ່າຍດຽວ.

ເຖີງຢ່າງໃດກໍຕາມ ນອກຈາກໂຄງກາຣດັ່ງກ່າວນີ້ແລ້ວ ທາງກາຣໄທຽ ຍັງມີກາຣ ສຶກສາວິຈັຍ ເບີ່ງຄວາມເປັນໄປໄດ້ ໃນໂຄງກາຣທີ່ຈະສູບນ້ຳ ຈາກໜ້າເຂື່ອນນ້ຳງື່ມຂອງ ລາວລອດແມ່ນ້ຳຂອງ ຂື້ນມານຳໃຊ້ ຕາມເຂຕທີ່ຕ້ອງກາຣຫລາຍແຫ່ງ ໃນປະເທດໄທຽ ແຕ່ກໍແນ່ນອນ ຕ້ອງໄດ້ມີກາຣລົງທຶນ ຢ່າງມະຫາສານເຊັ່ນກັນ.

ຫວາດ ສີມູນ ຣາຣງານ