ການຄ້າປະເວນີໃນແຂວງຫລວງນໍ້າທາ ຍັງເປັນບັນຫາທີ່ຍາກຈະກໍາຈັດໃຫ້ໝົດສີ້ນໄປ ຈາກແຂວງ

ການຄ້າປະເວນີ ປັດຈຸບັນມີ 2ຮູບແບບ ຄືການຄ້າປະເວນີດ້ວຍຄວາມສະມັກໃຈ ຊຶ່ງນັບວັນຈະມີຫລາຍເພີ່ມຂຶ້ນແລະແອບແຝງຢູ່ນໍາອາຊີບຕ່າງໆ ອັນເປັນການຍາກທີ່ຈະຄວບຄຸມໄດ້. ແລະອີກຮູບການ ນຶ່ງກໍ່ຄື ການຄ້າປະເວນີດ້ວຍຄວາມບໍ່ສະມັກໃຈ ຫາກຖືກບັງຄັບ-ຂູ່ເຂັນ ຖືກຫລອກລວງຫລືຊັກຊວນ-ພາມາ. ເຈົ້າໜ້າທີ່ຂັ້ນສູງຈາກສະຫະພັນແມ່ຍີງລາວ ແຂວງຫລວງນໍ້າທາ ກ່າວກ່ຽວກັບບັນຫາການລັກລອບຄ້າປະເວນີ ຕອນນຶ່ງວ່າ:

(ສຽງ) "ການຄ້າປະເວນີມັນກໍວ່າ ເພາະເລື່ອງຄວາມທຸກຍາກຂອງປະຊາຊົນເຮົາຈໍານວນນຶ່ງ ອັນນີ້ມັນຈະແອບແຝງ ໃນເລື່ອງຂອງການ ຢູ່ຕາມຮ້ານບັງ ເທີງບໍ່ ຫລືຕາມຮ້ານອາຫານບໍ່ ອັນນີ້ເນາະ."

ຕາມຄໍາເວົ້າຂອງເຈົ້າໜ້າທີ່ທ່ານນີ້ແລ້ວແມ່ນວ່າ ແຂວງຫລວງນໍ້າທາ ໃນປັດຈຸບັນໄດ້ຈດຕັ້ງກອງທຶນ ເພື່ອໃຫ້ຍີງສາວຊາວລາວ ມີອາຊີບ-ໂດຍບໍ່ຕ້ອງໄປລັກລອບຄ້າປະເວນີ ຕາມສະຖານບໍຣິການຕ່າງໆ. ແລະວ່າດຽວນີ້ ແມ່ຍີງລາວທີ່ຢູ່ຕາມເຂດຊົນນະບົດ ກໍບໍ່ຄ່ອຍໄດ້ຍ້າຍເຂົ້າມາອາໃສ ຢູ່ໃນເມືອງຫລາຍຄືແຕ່ກ່ອນອີກແລ້ວ. ຂະນະດຽວກັນ ທ່ານກໍກ່າວເຖີງບັນຫາການຄ້າປະເວນີ ຂອງແມ່ຍີງລາວທີ່ເກີດມີ ຢູ່ໃນເຂດຊົນນະບົດໃນແຂວງຫລວງນໍ້າທາວ່າ:

(ສຽງ) "ຖ້າຈະເວົ້າເຖີງການເຮັດງານຢ່າງອື່ນ ອັນນີ້ກໍຂ້ອນຂ້າງຍາກຣະດັບການສຶກສາຕໍ່າ ເພາະວ່າໃນສັງຄົມປັດຈຸບັນນີ້ ມັນກໍຕ້ອງການຣະດັບຜູ້ທີ່ມີຄວາມຮູ້ ມີຄວາມສາມາດທີ່ວ່າທັນຍຸກທັນສະໃໝ."

ສະຫະພັນແມ່ຍີງລາວ ໄດ້ຮັບງົປມານຈາກທາງຣັຖບານ ແລະຈາກອົງການຈັດຕັ້ງພາກເອກກະຊົນ ຊຶ່ງງົປມານທີ່ມີຢູ່ນັ້ນ ຍັງບໍ່ສາມາດທີ່ຈະຊ່ວຍແກ້ໃຂ ບັນຫາທີ່ເກີດຂຶ້ນນັ້ນໃຫ້ໝົດໄປໄດ້. ແລະອີກຢ່າງນຶ່ງ ບັນຫາທີ່ເກີດຂຶ້ນກັບແມ່ຍີງລາວ ໃນແຂວງຫລວງນໍ້າທານັ້ນ ຂ້ອນຂ້າງໜັກໜ່ວງແລະສີ່ງທີ່ ທາງສະຫະພັນແມ່ຍີງທໍາໄດ້ໃນຂະນະນີ້ ກໍມີພຽງການຊ່ວຍເຫລືອ ສ່ວນໃດສ່ວນນຶ່ງເທົ່ານັ້ນ.

ມະນີຈັນ ຣາຍງານ