ທາງກາຣແຂວງ ຫລວງນ້ຳທາ ລົງກວດສອບ ຕາມພື້ນທີ່ໆນຳໃຊ້ ໃນກາຣປູກຢາງພາຣາ ແລະພົບວ່າສ່ວນຫລາຍ ເປັນພື້ນທີ່ ຂອງປະຊາຊົນ
2008.01.08
ເຈົ້າໜ້າທີ່ແຜນກກະສິກັມ ແລະລ້ຽງສັຕ ແຂວງຫລວງນ້ຳທາ ເປີດເຜີຽວ່າ: ພາຍຫລັງ ທີ່ມີກາຣລົງກວດສອບ ກັມມະສິທ ໃນພື້ນທີ່ກາຣປູກຢາພາຣາ ທັງໝົດໃນຂົງເຂຕ ແລະ ເວລາແຍກປະເພດວ່າ: ສ່ວນໃດເປັນຂອງປະຊາຊົນ ເອກກະຊົນ ແລະພາຄຣັຖ ໃນ ຫວ່າງມໍ່ໆມານີ້ນັ້ນ ພົບວ່າ ພື້ນທີ່ສ່ວນຫລາຍ ຈະເປັນພາຄສ່ວນຂອງປະຊາຊົນ ດັ່ງ ເຈົ້າໜ້າທີ່ລາວ ຜູ້ໜື່ງໄດ້ກ່າວວ່າ:
(ສຽງ) “ປັຈຈຸບັນນີ້ ທັ້ງເນື້ອທີ່ 16,000 ເປັນຂອງຣັຖຈະມີແຕ່ 1,200 ເຮກຕ໊າຣ໌ ແລະເປັນຂອງບໍຣິສັທ 2,200 ນອກຈາກນັ້ນ ກໍເປັນຂອງປະຊາຊົນໝົດ ເພາະວ່າຜ່ານມາທາງແຂວງ ພວກເຮົາບໍ່ອະນຸຍາດ ໃຫ້ນັກລົງທຶນ ສັມປະທານທີ່ດິນເນາະ.”
ເຈົ້າໜ້າທີ່ລາວດັ່ງກ່າວ ໄດ້ແຈ້ງເພີ່ມວ່າ: ໃນພື້ນທີ່ໆມີກາຣປູກຢາພາຣາ ທັ້ງໝົດບໍ່ ຕໍ່າກວ່າ 16,000 ເຮກຕ໊າຣ໌ນັ້ນ ສ່ວນຫລາຍ ຈະເປັນຂອງປະຊາຊົນ ແລະວ່າຕລອດປີ 2007 ຜ່ານມາທາງປະຊາຊົນ ແລະເອກຊົນ ສາມາດຜລິດຢາພາຣາ ໄດ້ປະມານ 800 ໂຕນ ເພື່ອຂາຍສົ່ງໃຫ້ປະເທດຈີນ ໃນອັຕຣາສເລັ່ຽ ກິໂລລະ 10,500 ກີບ.
ໃນປີ 2002 ທາງແຂວງຫລວງນ້ຳທາ ຜລິດຢາງພາຣາ ເປັນເທື່ອທຳອິດ ໄດ້ພຽງ 20 ກວ່າ ໂຕນເທົ່ານັ້ນ ແລະຫລັງຈາກນັ້ນ ກໍມີຈຳນວນເພີ່ມຂື້ນເລື້ອຽໆ ແລະຍີ່ງຈະເປັນກາຣຊ່ວຍ ປະຊາຊົນ ໃຫ້ມີຣາຍໄດ້ ຫລາຍເພີ່ມຂື້ນ ໃນແຕ່ລະປີໂດຽບໍ່ມີບັນຫາໃດໆ ດັ່ງເຈົ້າໜ້າທີ່ ໄດ້ໃຫ້ກາຣຊີ້ແຈງເພີ່ມອີກວ່າ:
(ສຽງ) “ປົກຕິຢູ່ໃນແຂວງພວກເຮົາ ພວກເຮົາຈະອະນຸມັດ ແຕ່ວ່າຄອບຄົວ ໜື່ງຈະມີສວນຢາງ 1 ເຮກຕ໊າຣ໌ ສຳຫລັບ 1 ເຮກຕ໊າຣ໌ ນ້ີຈະບໍ່ມີກາຣເກັບພາສີ ອັນໃດເລີຽ ເພາະເປັນກາຣແກ້ໄຂ ໃຫ້ຊີວີຕກາຣເປັນຢູ່ ຂອງປະຊາຊົນ ແຕ່ຄັ້ນວ່າເກີນ 1 ເຮກຕ໊າຣ໌ ພວກເຮົາກໍຈະໄລ່ເກັບພາສີ ເປັນພາສີ ຣາຍໄດ້ເພີ່ມຂື້ນ.”
ກາຣສົ່ງເສີມ ດ້ານກາຣປູກຢາງພາຣາ ໃນແຂວງຫລວງນ້ຳທາ ໄດ້ເຣີ່ມຂື້ນແຕ່ປີ 1994 ໂດຽທາງພາຄຣັຖ ໃຫ້ກາຣສນັບສນູນ ທັ້ງທາງດ້ານວິຊາກາຣ ແນວພັນປູກ ແລະເງີນ ທຶນ ຈຳນວນໜື່ງ ໃຫ້ແກ່ປະຊາຊົນ ຊື່ງແມ່ນເຂົາເຈົ້າເປັນຜູ້ອອກແຮງງານ ແລະໃຊ້ປູກ ໃນພື້ນທີ່ດິນຂອງເຂົາເຈົ້າເອງ.
ຫວາດ ສີມູນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ແຂວງຊຽງຂວາງ ມີຣາຍຮັບ ຈາກກາຣທ່ອງທ່ຽວ ປະຈຳປີ 2007 ຫລາຍກວ່າ 2 ລ້ານ ດອລລາຣ໌ສະຫະຣັຖ
- ສປປລາວ ໄດ້ອານຸມັດການລົງທຶນ ຈາກຕ່າງປະເທດ ຈຳນວນ 191 ໂຄງການ ມີມູນຄ່າ ລວມທັງໝົດ 1,130 ລ້ານ ດອນລ້າ ສະຫະຣັຖ
- ແຂວງຫລວງພະບາງ ສົ່ງເສີມໃຫ້ປະຊາຊົນ ປູກຄັ່ງເພື່ອສົ່ງໄປຂາຍ ໃນຕະຫລາດ ຂອງປະເທດຈີນ
- ລາວ ແລະ ວຽດນາມ ຈະລົງມືສ້າງທາງຣົດໄຟ ຣະຫວ່າງກັນ
- ຈີນຈະຊ່ວຍລາວຕິດຕັ້ງ ສາຍສື່ສານ ຫລືໂທຣະຄົມມະນາຄົມ ເພື່ອເຮັດໃຫ້ລາວ ກາຍເປັນ ສູນກາງຕິດຕໍ່ ໃນເຂດ ອ່າງແມ່ນ້ຳຂອງ
- ປະຊາຊົນລາວ ໃຫ້ຄວາມສົນໃຈ ໃນການອ່ານຂໍ້ມູນ ຂ່າວສານຂ້ອນຂ້າງໜ້ອຍ ຊຶ່ງເປັນສາເຫດນຶ່ງ ທີ່ເຮັດໃຫ້ ພາດໂອກາດຮັບຮູ້ຂ່າວສານ ກ່ຽວກັບໄພ ການຕົກເປັນເຫຍື່ອ ການຄ້າມະນຸດ
- ເມືອງຈີນໃໝ່ New China Town ທີ່ບຶງທາດຫລວງ ໃນນະຄອນຫລວງວຽງຈັນ ເລີ່ມຜົ່ນພິດແລ້ວ
- ແນວລາວສ້າງຊາຕ ຮຽກຮ້ອງ ໃຫ້ຣັຖບາລ ເພີ່ມງົບປະມານ ສຳຫລັບ ສວັດດີກາຣໃຫ້ແກ່ ນັກຣົບເກົ່າຫລາຍຂື້ນ
- ປະຊາຊົນລາວ ສ່ວນຫລາຍ ເຫັນດີເຫັນພ້ອມ ກັບແຜນການພັທນາ ແຕ່ກ່ອນ ອື່ນໝົດ ຢາກໃຫ້ຣັຖບານລາວ ປາບປາມ ການສໍ້ຣາຊບັງຫລວງ
- ແຂວງຈຳປາສັກ ແລະນະຄອນໂຮຈິ່ມິ່ນ ຂອງວຽດນາມ ຕົກລົງຈະສ້າງເຂດ ເສຖກິດພິເສດ ຢູ່ແຂວງຈຳປາສັກ