ຕລາດສົດ ທີ່ແຂວງສັວນນະເຂດ ມີຄວາມສົກກະປົກ ເປື້ອນເປີະ ເປັນພິເສດ ຕຣອດຮອດ ມີມົນລະພິດປະປົນ ເພາະຂາດ ການວາງແຜນ ໃນການກໍສ້າງ ທີ່ຣັຖຄວບ ຄຸມມາແຕ່ຕົ້ນ
2008.03.06
ຕລາດສົດ ທີ່ແຂວງສັວນນະເຂດ ມີຄວາມສົກກະປົກ ເປື້ອນເປີະ ເປັນພິເສດ ຕຣອດຮອດ ມີມົນລະພິດປະປົນ ເພາະຂາດການວາງແຜນໃນການກໍສ້າງທີ່ຣັຖຄວບຄຸມມາແຕ່ຕົ້ນແລະກໍ່ຂາດຮ່ອງທີ່ຈະລະບາຍນ້ຳເສັຽ. ດັ່ງທ່ານ ຫນູຄຳ ອຸພະໃຊ ຫົວຫນ້າຫ້ອງການ ສພາບແວດລ້ອມ ປະຈຳແຂວງ ສວັນະເຂດກ່າວກ່ຽວກັບເຮື້ອງນີ້ ໃນຕອນນື່ງວ່າ:
(ສຽງ) "ທຸກຕລາດຢາກເວົ້າວ່າ ຕ້ອງມີຈຸດທີ່ພວກເຮົາ ໄດ້ເນັ້ນຫນັກເອົາໃຈໃສ່ ຢູ່ແຖວຕລາດບໍມີຄອງນ້ຳ ເພີ່ນເຮັ້ດຕລາດ ອະນຸຍາດໃຫ້ເຮັ້ດຂື້ນ ໂດຍບໍ່ໄດ້ມີການວາງແຜນ ກ່ຽວກັບການເອົາ ຕະຄອງຮອ່ງນ້ຳໄປໃສ່ ສ້າງມາໃຫມ່ທຳອີດ ອາດຈະບໍ່ມີຫລາຍຄົນ ທຸກມື້ນີ້ມັນໃຫຍ່ຂື້ນ 5-6 ປີມານີ້ ນ້ຳເປື້ອນກໍ່ເຕັມຢູ່ ."
ທ່ານກ່າວເພີ້ມອີກວ່າ ທາງການແຂວງ ກໍ່ໃຫ້ຄວາມສຳຄັນ ໃນເຮື້ອງການດູແລ ສພາບແວດລ້ອມ ແລະສຸຂອານາມັຍ ຂອງຊຸມຊົນ ມາຢູ່ຕຣອດ ເພາະ ຖືວ່າເປັນການຂຍາຍຕົວ ຂອງເສຖາກິດ ຊຸມຊົນ ແລະນັກທ່ອງທ່ຽວ ໃນຂົງເຂດແຫ່ງນີ້ ແລະຕລາດກໍ່ຖືວ່າ ເປັນຈຸດສູນກາງ ຂອງການແລກປ່ຽນສີນຄ້າ ແຕ່ໃນປັດຈຸບັນນີ້ ກໍ່ປະສົບກັບບັນຫາດັ່ງກ່າວ ເນືອ່ງຈາກວ່າ ບໍ່ເຄີຍມີການວາງແຜນມາແຕ່ຕົ້ນ ໃນການສ້າງຕລາດແຫ່ງນີ້ ຫ້ອງການ ຂອງທ່ານກໍ່ພຍາຍາມ ທີ່ຈະແກ້ໃຂບັນຫາດ່ັງກ່າວ ແຕ່ຂາດງົປະມານ ທ່ານກ່າວເພີ້ມອີກວ່າ:
(ສຽງ) "ພວກເຮົ້າກໍ່ລົງໄປເຫັນ ແຕ່ວ່າເຫັນມັນບໍ່ດີ ເຮົາກໍ່ປືກສາຫາລືລົມກັນວ່າ ຈະຄິດແນວໃດຈະແກ້ໃຂແນວໃດ ສຳລັບຢູ່ຕລາດໃຫຍ່ໆແທ້ ອັນນີ້ຕອ້ງມີຫນ່ວຍ ສພາບເຂົາ ເຮັ້ດໂດຍຕົງທັງເປີດໂຂ່ງ ແມ່ນກຸ່ມຊຸມຊົນ ເປັນຜູ້ເຮັດເອງ ປາກົດວ່າດີຂື້ນ."
ຕລາດ ເປັນຈຸດສຳຄັນ ໃນການພທັນາແລະຂຍາຍເສຖາກິດໃນຂົງເຂດ ໃນການເຊືອ່ມຕໍ່ ການພທັນາເສຖາກີດກັບປະເທດເພືອ່ນບ້ານ ແລະແຂວງສວັນນະເຂດ ກໍ່ເປັນແຂວງນື່ງ ທີ່ຕົກຢູ່ໃນແຜນການພັທນາ ເສຖາກິດ ຕາເວັນອອກ ຕາເວັນຕົກ ຂອງປະເທດລຸ່ມແມ່ນ້ຳ ທີ່ມີຂົວມີຕພາບແລະເສັ້ນທາງເລກ 9 ຜ່ານ ຖ້າຕລາດຂາດຄຸນນະພາບ ຈະສົ່ງຜລົສະທ້ອນ ຕໍ່ການລົງທືນໃນແຂວງ ກໍ່ເປັນໄດ້.
ສິດນີ້ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ສະພາບແວດລ້ອມປ່າໄມ້ ໃນແຂວງຊຽງຂວາງຍັງຄົງຄວາມສວຍງາມຢູ່ ແຕ່ຫາກຍັງມີຜູ້ລັກລອບຕັດໄມ້ ທໍາລາຍປ່າຢູ່ຕໍ່ໄປ
- ປາກົດການ-ຄົນຂໍທານແລະເດັກນ້ອຍ ເລ້ລ້ອນຈອນຈັດ ເລີ່ມມີໃຫ້ເຫັນໃນໃຈກາງນະຄອນຫລວງວຽງຈັນ ອີກແລ້ວ ຫລັງຈາກ ທີ່ຖືກກວດລ້າງໃຫ້ໝົດໄປ ເມື່ອປີສອງປີກ່ອນ
- ຕໍາຣວດໄທ ຕັ້ງດ່ານລັດຈັບແຮງງານຊາວລາວ ທີ່ລັກລອບເຂົ້າເມືອງ ຢູ່ທີ່ດ່ານຊາຍແດນຂອງໄທ
- ເຈົ້າໜ້າທີ່ຂັ້ນສູງ ຂອງອົງການ ໄອຍະການ ປະຊາຊົນ ສູງສຸດແຫ່ງ ສປປລາວ ແລະໄອຍະການ ປະຊາຊົນສູງສຸດ ຂອງວຽດນາມ ໄດ້ພົປະກັນ ຢູ່ທີ່ນະຄອນຫລວງວຽງຈັນ
- ຊາວລາວ ເຜົ້າມົ້ງ ຈຳນວນ 11 ຄົນ ທີ່ລາວຮັບມອບ ຈາກທາງການໄທ ເພື່ອກັບຄືນປະເທດນັ້ນ ຈະຕ້ອງໄດ້ເຂົ້າໃຈ ຂັ້ນຕອນ ແລະ ລະບຽບການ ໃນການຮັບຕ້ອນ
- ນະຄອນຫລວງວຽງຈັນ ຈັດພິທີ ບູຊາ ເພື່ອບູຣະນະ ປະຕິສັງຂອນ ວັດສີສະເກດ ຢ່າງເປັນທາງການ
- ທາງກາຣກ່ຽວຂ້ອງ ຈາກ 4 ຊາຕ ເຂຕລຸ່ມແມ່ນ້ຳຂອງ ຕອນເທີງ ຕຣຽມລົງນາມ ໃນຂໍ້ສັນຍາ ຄວາມຮ່ວມມື ທີ່ມີກຳໜົດຈັດຂື້ນ ໃນມື້ວັນອັງຄາຣ ນີ້
- ນັກລົງທຶນຕ່າງປະເທດ ຊຸກຍູ້ສົ່ງເສີມ ເພື່ອໃຫ້ທາງກາຣ ກ່ຽວຂ້ອງ ເຣັ່ງສ້າງສນາມບິນ ສວັນນະເຂຕ ໃຫ້ແລ້ວໄວໆ ເພື່ອຮອງຮັບຄວາມເຕີບໂຕ ທາງດ້ານເສຖກິຈ
- ໂຄງກາຣດູດນ້ຳຂອງ ໄປໃຊ້ເປັນທາງເລືອກ ອັນໜື່ງຂອງໄທຽ ທີ່ຈະຕ້ອງພິຈາຣະນາ ຢ່າງຖີ່ຖ້ວນ ວ່າຈະກຸ້ມຄ່າ ຫລືບໍ ແລະຕ້ອງໄດ້ຫາຣື ກັບປະເທດເພື່ອນບ້ານ ນຳດ້ວຍ
- ຄວາມຖີ່ຂອງແຜ່ນດິນໃຫວ ທີ່ເກີດຂື້ນ ໃນພາກເໜືອ ຂອງລາວ ອາດສົ່ງຜົນກະທົບ ຕໍ່ ການສ້າງເຂື່ອນ ໃນອານາຄົດ