ຍັງມີ ການຕັດໄມ້ ທໍາລາຍປ່າ ເພື່ອເຮັດໄຮ່

ປະຊາຊົນ ແຂວງຊຽງຂວາງ ສ່ວນໜື່ງ ຍັງດຳເນີນ ກາຣຖາງປ່າ ຊື່ງເປັນກາຣເຮັດໃຫ້ ມີອັຕຣາ ປ່າໄມ້ ຫລຸດໜ້ອຍລົງ.

ທາງກາຣແຂວງຊຽງຂວາງ ຍອມຮັບວ່າຍັງມີບັນຫາ ທີ່ປ່າໄມ້ ຊື່ເປັນຊັພຍາກອນ ທັມມະຊາຕ ມີຈຳນວນ ຫ​ລຸດ​ໜ້ອຍລົງ ຈາກກາຣທຳລາຍ ຂອງປະຊາຊົນ ດັ່ງທ່ານທຸມມາເສລີມຊັຍ ຫົວໜ້າຫ້ອງກາຣ ສູນສີ່ແວດລ້ອມໄດ້ກ່າວ ກ່ຽວກັບເຣື່ອງນີ້ວ່າ:

ປ່າໄມ້ໃນຣະດູແລ້ງ ມັນແຫ້ງແລ້ງເກີນໄປ ປະຊາຊົນ ຈຳນວນໜື່ງ ​​ເຂົາເຈົ້າ ມັກຈູດປ່າ ແລະ ທຳລາຍປ່າໄມ້ເຮັດໃຫ້ປ່າໄມ້ ສູນເສັຽໄປຫລາຍ ສະພາບປ່າ ປັຈຈຸບັນລຸດລົງໄປຫລາຍແຕ່ກ່ອນນັ້ນ ປະມານ 30% ກວ່າ ດຽວນີ້ ຍັງເຫລືອພຽງ 20% ປາຍ ເທົ່ານັ້ນ

ເຈົ້າໜ້າທີ່ ລາວ ດັ່ງກ່າວແຈ້ງເພີ່ມວ່າ ສາເຫຕ ສ່ວນໃຫຍ່ທີ່ມີກາຣສູນເສັຽ ຊັພຍາກອນ ປ່າໄມ້ ດັ່ງກ່າວ ກໍຍ້ອນ ປະຊາຊົນຖາກຖາງປ່າເພື່ອເຮັດໄຮ່​-ສວນ​​ທີ່ ເປັນວິຖີ ຊີວີຕ ຂອງປະຊາຊົນຕາມເຂຕ ຊົນນະບົດ ທີ່ຈະຕ້ອງເຮັດທຸກວິທີທາງ ເພື່ອຄວາມເປັນຢູ່ຂອງຕົນ ແລະ ລ້ຽງຄອບຄົວແລະໃນຂະນະດຽວກັນກໍວ່າ ທາງກາຣ ສປປລາວ ກໍມີນະໂຍບາຍສົ່ງເສີມ ໃຫ້ມີກາຣປູກຕົ້ນໄມ້ ທົດແທນ ຮວມເປັນທັງໝົດ ບໍ່ຕໍ່າກວ່າ 1 ລ້ານຕົ້ນ ດັ່ງທີ່ ທ່ານໄດ້ແຈ້ງ ເພີ່ມວ່າ:

ປັຈຈຸບັນເຂົາເຈົ້າ ມອບໃຫ້ ແຕ່ລະເມືອງ ປູກແຕ່ວ່າ ກາຣຮັກສາ ບຳບັດນັ້ນ ມັນຍາກ ຮັກສາກາຣບຳບັຕ ຖ້າປູກໄມ້ແລ້ວ ບາງເທື່ອ ມັນກໍຕາຍ ບາງເທື່ອ ມັນກໍຄືນມາແຕ່ວ່າ ຕ້ອງໃຊ້ເວລາ

ທ່ານທຸມມາໄດ້ກ່າວ ຢ້ຳອີກວ່າ: ທາງກາຣລາວ ໄດ້ແບ່ງເນື້ອທີ່ດີນ ທັງໝົດ ອອກເປັນ 3 ປະເພດເຊັ່ນ: ປ່າສງວນ ປ່າປ້ອງກັນແລະປ່າສຳຫລັບກາຣຜລິຕ ຊື່ເປັນຊັພຍາກອນເພື່ອເປັນກາຣ ສ້າງຣາຍໄດ້ ໃຫ້​​ເຂົ້າປະເທດ ພ້ອມຍັງເປັນ​​ແຫລ່ງ ສະບຽງອາຫາຣແລະເປັນແຫລ່ງ ທີ່ສ້າງຣາຍໄດ້ໃຫ້ປະຊາຊົນຕາມເຂຕ ຊົນນະບົທ.

ສາເຫຕ ທີ່ມີປ່າໄມ້​ ຫລຸດໜ້ອຍລົງນັ້ນ ແມ່ນເກີດມາຈາກ ກາຣຂຍາຍຕົວ ຂອງພື້ນທີ່ ກະສິກັມ ຈາກບັນຫາ​ ​ໄຟໄໝ້ປ່າແລະ ກາຣລັກລອບຕັດໄມ້ ຕລອດຮອດ ໂຄງກາຣຂຸດຄົ້ນ ແຮ່ທາຕໂດຽບໍ່ຄຳນືງເຖີງຄວາມເສັຽຫາຍ ທາງດ້ານ ຊັພຍາກອນ ທັມມະຊາຕນັ້ນ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org