ຊັພຍາກອນນໍ້າ ຫລຸດລົງ ຍ້ອນການທໍາລາຍ ຂອງມະນຸດ

ແຫລ່ງ ຊັພຍາກອນນໍ້າ ໃນແຂວງຊຽງຂວາງ ມີປະຣິມານ ໜ້ອຍລົງ ກ່ວາເດີມ ໂດຍສາເຫດຫລັກ ມາຈາກ ການທໍາລາຍ ຂອງມະນຸດ.

ບັນຫາ ສະພາບ​ແວດ​ລ້ອມ ທີ່​ແຂວງ​ຊຽງ​ຂວາງ ກໍາລັງ​ປະ​ເຊີນຢູ່ ​ໃນ​ປັດຈຸບັນ ກໍ​ແມ່ນ ຊັພຍາກ​ອນນໍ້າ ຊຶ່ງ​ເປັນ​ ປັດ​ໃຈ​ສໍາຄັນ ຕໍ່​ການ​ດໍາຣົງ ຊີວິດ ຂອງ​ປະຊາຊົນ, ອີງ​ຕາມ​ຄໍາ​ເວົ້າ ຂອງ​ທ່ານ ທຸມມາ ສ​ເລີ​ມ​ໄຊ, ຫົວໜ້າ ຫ້ອງການ ສູນ​ສະພາບ​ແວດ​ລ້ອມ ​ແຂວງ​ຊຽງ​ຂວາງ.

“ບັນຫາ ກ່ຽວ​ກັບ ​ເຣື້ອງນໍ້າ ​ແລະ ຊັພຍາກ​ອນນໍ້າ ບາງ​ສາຍ ກໍ​ມີ ການ​ຫລຸດ​ລົງ ​ແຫ້ງ​ກ່ວາ​ເດີມ ​ແລະ ກໍ​ເຮັດ​ໃຫ້ນໍ້າ ມີສີ່ງ​ໂສ​ໂຄກ ​ແລະ ​ເປື້ອນ​ເປີ ຊຶ່ງ​ສ່ວນ​ຫລາຍ ມາ​ຈາກ ມະນຸດ​.”

ທ່ານ ກ່າວ​ຕື່ມ​ວ່າ ຈາກ​ບັນຫາ​ດັ່ງກ່າວ ທີ່​ເກີດ​ຂຶ້ນ, ທາງ​ໜ່ວຍ​ງານ ທີ່​ກ່ຽວ​ຂ້ອງ ​ໄດ້​ມີ​ການ​ປູກ ຈິດ​ສໍານຶກ ​ໃຫ້​ກັບ​ປະຊາຊົນ ​ແລະ ຊາວ​ພູດ​ອຍ, ​ເພື່ອ​ໃຫ້ ​ເຂົ້າ​ໃຈ ກ່ຽວ​ກັບ ບັນຫາ ຖາງ​ປ່າ. ຊຶ່ງ​ນອກຈາກ ຈະ​ເຮັດ​ໃຫ້ ປ່າ​ຫລຸດ​ລົງ​ແລ້ວ, ຍັງ​ສົ່ງ​ຜົນ​ກະທົບ ​ໃຫ້​ຊັພຍາກ​ອນນໍ້າ ອີກ​ດ້ວຍ.

ປັດຈຸບັນ, ສູນ​ກາງ ສະພາບ​ແວດ​ລ້ອມ ​ແຂວງ​ຊຽງ​ຂວາງ ກໍ​ໄດ້​ຈັດ​ຕັ້ງ ​ເຂດ​ປ່າ​ສງວນ ​ເພື່ອ​ຮັກສາ​ແຫ​ລ່ງ ນໍ້າ, ຊຶ່ງ​ທ່ານ ທຸມມາ ກ່າວ​ໃນ​ຕອນ​ນຶ່ງ ວ່າ:

“ປັດຈຸບັນ ດຽວ​ນີ້ ​ແນວທາງ ຢູ່​ສໍານັກງານ ​ແຂວງຊຽງ​ຂວາງ ຖື​ວ່າ ​ມີ​ປ່າ​ສງວນ ​ແລະ ປ່າ​ຫວງ​ຫ້າມ ຕາມ​ຍອດ​ນໍ້າ ​ແລະ ຕາມ​ຍອດ​ຫ້ວຍ ​ແລະ ​ເຂດ​ທີ່​ປ່າ​ສງວນນັ້ນ, ກໍ​ປູກ​ປ່າ​ຄືນ​ໃໝ່ ​ແລະ ກໍ​ຮັກສາ​ປ່າ ຜ່ານ​ມາ 2-3 ປີ ​ເປັນ​ຈຸດ ​ເປັນ​ຈຸດ​ໄປ ມີ​ຜົນ​ຢູ່.”

ທ່ານ ທຸມມາ ກ່າວ​ມ້ວນທ້າຍ ວ່າ: ກິ​ຈກັມ ຕ່າງໆ ຂອງ​ມະນຸດ ທີ່​ມີ​ຜົນ ຕໍ່​ຄວາມສົມ​ດຸນ ທາງ​ທັມມະ​ຊາດ ຂອງ​ນໍ້າ ​ແລະ ສົ່ງ​ຜົນ ​ເຖິງ ວົງ​ຈອນ ຂອງ​ນໍ້າ ​ໃນ​ພື້ນ​ທີ່​ນັ້ນໆ, ຈະ​ມີ​ຜົນ ຕໍ່​ເນື່ອງ ຈົນ​ເປັນຜົນ​ກະທົບ ຕໍ່​ວົງ​ຈອນ ນໍ້າ ຂອງ​ໂລກ, ​ເປັນ​ຕົ້ນ​ແມ່ນ ການ​ກະ​ເສດ, ການ​ຕັດ​ໄມ້ ທໍາລາຍ​ປ່າ, ການ​ປ່ອຍ​ແກ໊ສ ​ເຮືອນ​ກະຈົກ, ການ​ສ້າງ​ເຂື່ອນ, ການ​ຂຸດ​ບໍ່​ ບາ​ດານ ​ເປັນ​ຕົ້ນ. ສິ່ງ​ເຫລົ່າ​ນີ້ ມີ​ການ​ຜົນ​ກະທົບ ​ໂດຍ​ກົງ​ ຕໍ່​ການ​ດໍາຣົງ ຊີວິດ ຂອງ​ປະຊາຊົນ, ດັ່ງ​ນັ້ນ, ຈຶ່ງ​ຈໍາ​ເປັນ ຕ້ອງ​ສຶກສາ ​ແລະ ສ້າງຄວາມສົມ​ດຸນ ຂອງ​ນໍ້າ​ເຫລົ່າ​ນີ້ ​ໃຫ້​ຢູ່​ໃນ​ສະພາບ ທີ່​ເໝາະສົມ ​ເພື່ອ​ໃຫ້​ສິ່ງ​ທີ່​ມີ​ຊີວິດ ທັງຫລາຍ​ ​ສາມາດ ອາສັຍ​ຢູ່ ​ໃນ​ໂລກ​ແຫ່​ງນີ້ ​ໄດ້​ຢ່າງ​ຍາວ​ນານ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org