ລາວ ອາດປະສົບກັບ ການຂາດແຄນ ພື້ນທີ່ ດິນປູກຝັງ ແລະ ປ່າໄມ້

ສະຫະປະຊາຊາດ ເຕືອນ ປະເທດລາວ ວ່າ ປະຊາຊົນລາວ ອາດຈະຂາດເຂີນ ທີ່ດິນ ບ່ອນທຳມາຫາກິນ ແລະ ລາວຈະກາຍເປັນ ປະເທດ ທີ່ບໍ່ມີຕົ້ນໄມ້ ແລະ ປ່າໄມ້.

ໜັງສືພິມ The Manila Times ຂອງຟີລິບປິ່ນ ຣາຍງານ ເມື່ອວັນຈັນ ວັນທີ່ 5 ມົກກະຣາ ນີ້ວ່າເຈົ້າໜ້າທີ່ ອົງການສະຫະປະຊາຊາດ ໄດ້ສະແດງຄວາມເປັນຫ່ວງ ຕໍ່ສະພາບແວດລ້ອມ ໃນຫຼາຍປະເທດໃນ​​ເອເຊັຍຕາວັນອອກສ່ຽງໃຕ້ ທີ່ຣັຖບານ ໃຫ້ຕ່າງປະເທດເຊົ່າທີ່ດິນ ເພື່ອປູກພຶດສິນຄ້າ ຫຼາຍເກີນໄປ. ​

ໃນ​​ປະເທດລາວ ສະຫະ ປະຊາຊາດ ເຕືອນວ່າ ສປປລາວ ເປັນປະເທດນຶ່ງ ທີ່ທຸກຍາກ ທີ່ສຸດໃນໂລກແລະ​​ ກໍມີການສໍ້ຣາສບັງຫລວງ ຂອງເຈົ້າໜ້າທີ່ ຫລາຍທີ່ສຸດ ປະເທດນຶ່ງໃນເອເຊັຍ. ນັກຊ່ຽຊານຕ່າງປະເທດ ຄາດຄະເນວ່າເມື່ອບໍ່ດົນຜ່ານມາ ຣັຖບານລາວໄດ້ອະນຸຍາດໃຫ້ບໍຣິສັດ ຕ່າງປະເທດ ເຊົ່າທີ່ດິນເພື່ອປູກຢາງພາຣາສາລີອ້ອຍ ແລະ ພຶດສິນຄ້າ ຊະນິດອື່ນໆ ຫລາຍແສນເຮັກຕາຣ໌; ​ປັດຈຸບັນ ປະຊາຊົນລາວ ໃນຫລາຍໆເຂດເລີ້ມຂາດເຂີນ ບ່ອນຢູ່ ແລະ ບ່ອນທຳມາຫາກິນແລະ ຣັຖບານລາວ ກໍສຶກໂຕໄດ້ປະກາດໂຈະ ການໃຫ້ສັມປະທານ ທີ່ດິນແກ່ບໍຣິສັດ ຕ່າງປະເທດ​​ແລ້ວ ເມື່ອບໍ່ດົນຜ່ານມາ.

ອົງການ ອາຫານ ແລະ ກະສິກັມ ຊຶ່ງເປັນອົງການນຶ່ງ ຂອງສະຫະປະຊາຊາດໄດ້ສະແດງ ຄວາມເປັນຫ່ວງ ທີ່ປະຊາຊົນລາວ ໄດ້ສູນເສັຍ ທີ່ດິນ​​ໃຫ້ແກ່ຕ່າງປະເທດ ຢ່າງວ່ອງໄວ; ຊາວລາວ ຕ້ອງການທີ່ດິນເພື່ອທຳມາຫາກິນ; ​ເດັກນ້ອຍລາວ ຢູ່ໃນເຂດຊົນນະບົດ ເຖິງເຄິ່ງນຶ່ງ ຂາດເຂີນອາຫານ. ທ່ານ Serge Verniau ຜູ້ຕາງໜ້າອົງການອາຫານ ແລະ ກະສິກັມ ປະຈຳລາວ ກ່າວວ່າ ບັນຫາ ທີ່ຮ້າຍແຮງ ອີກຢ່າງນຶ່ງ ທີ່ປະຊາຊົນລາວກຳລັງປະສົບຢູ່ໃນປັດຈຸບັນແມ່ນ ບັນຫາພື້ນທີ່ດິນ ຂາດເຂີນ ຕົ້ນໄມ້ ແລະ ປ່າໄມ້. ຊາວລາວ​​ເຖິງ 80 ສ່ວນຮ້ອຍ ຍັງທຳມາຫາກິນ ແລະ ດຳເນີນຊີວິດ ໂດຍອາໃສປ່າໄມ້​ ​ແຕ່ປັດຈຸບັນ ປ່າໄມ້ ແລະຕົ້ນໄມ້ ຢູ່ລາວ ໄດ້ຖືກທຳຣາຍເກືອບໝົດແລ້ວ ດິນຟ້າອາກາດ ກໍປ່ຽນແປງ ພາໃຫ້ແຫ້ງແລ້ງ ເກີນໄປ ໃນຍາມແລ້ງແລະ ມີລົມພະຍຸແຮງ ຝົນຕົກໜັກ ເກີນໄປ ໃນຍາມຝົນ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org