ໃນການຢ້ຽມຢາມ ລາວ ນາຍົກຣັຖນົຕຣີໄທ ຕົກລົງເຫັນພ້ອມ ໃນການເລີ້ມ ໂຄງການ ສົ່ງນ້ຳງື່ມ ໄປເຂດແຫ້ງແລ້ງ ພາກອີ່ສານ ຂອງໄທ ເພື່ອໃຫ້ຊາວນາ ໃນເຂດນັ້ນ ໄດ້ນ້ຳໃຊ້ ໃນການປູກຝັງ ທັ້ງໆ ທີ່ກຸ່ມປົກປ້ອງ ສະພາບແວດລ້ອມ ພະຍາຍາມ ທີ່ຈະຄັດຄ້ານ ແຜນການ ດັ່ງກ່າວ. ກ່ອນອອກ ເດີນທາງ ນາຍົກ ຣັຖມົນຕຣີໄທ ເວົ້າວ່າ:
"ທ່ານວ່າ ລາວ ກັບ ໄທ ມີຄວາມສຳພັນກັນ ດີຢູ່ແລ້ວ, ຣັຖບານໄທ ຈະປະຕິບັດ ຕາມນະໂຍບາຍ ທີ່ມີຢູ່ແລ້ວ ໃນການສຳພັນ ກັບລາວ".
ນອກຈາກ ໂຄງການ ປັ່ນນ້ຳງື່ມແລ້ວ ທັງສອງຜູ້ນຳ ຍັງໄດ້ໂອ້ລົມກັນ ໃນຫລາຍ ໂຄງການ ດັ່ງການສ້າງເຂື່ອນໄຟຟ້າ ການສ້າງຂົວຂ້າມແມ່ນ້ຳຂອງ 2 ແຫ່ງ ແລະ ບັນຫາຊາວມົ້ງ ທີ່ບ້ານຫ້ວຍນ້ຳຂາວ ສ່ວນບັນຫາ ການປັກຫມາຍເຂດແດນນັ້ນ ບໍ່ໄດ້ລົມກັນ ເລື່ອນເວລາ ໄປໂອກາດຫນ້າ ເພາະເປັນບັນຫາ ທີ່ລໍ່ແຫລມ.
ທ່ານ ສົມຊາຍ ໄດ້ໃຊ້ ເວລານື່ງວັນ ໃນການຢ້ຽມຢາມລາວ ໂດຍການເຊື້ອເຊີນ ຂອງ ທ່ານ ບົວສອນ ບຸບຜາວັນ ນາຍົກຣັຖມນົຕຣີລາວ. ໂຄງການ ປັ່ນນ້ຳງື່ມ ແລະ ນ້ຳຂອງ ຂື້ນໄປໃຊ້ ໃນເຂດແຫ້ງແລ້ງ ອີ່ສານນີ້ ເປັນແຜນການເກົ່າ ສມັຍ ທ່ານ ທັກສີນ ເປັນນາຍົກ ຕໍ່ມາ ກໍ່ເຫັນພ້ອມຈາກຣັຖບານ ຂອງທ່ານ ສມັກ ສຸນທໍຣະເວດ ຊື່ງແຜນການນີ້ ຈະສ້າງຜົລປໂຍດ ຢ່າງມະຫາສານ ຕໍ່ຊາວນາ ຜູ້ທີ່ ທຸກຈົນ ໃນເຂດພາກຕາເວັນອອກ ສ່ຽງເຫນືອ ຂອງໄທ ທີ່ປະສົບກັບ ພັຍແຫ້ງແລ້ງ ມາຕຣອດ.