ປ່າໄມ້ ຫລວງພຣະບາງ ຍັງເຫລືອ 24 ສ່ວນຮ້ອຍ

ປັດຈຸບັນ ແຂວງຫລວງພຣະບາງ ມີພື້ນທີ່ປ່າໄມ້ ປົກຄຸມ ພຽງແຕ່ 24 ສ່ວນຮ້ອຍ ເທົ່ານັ້ນ, ຊຶ່ງສົ່ງຜົນສະທ້ອນ ດ້ານສິ່ງແວດລ້ອມ ຕໍ່ແຂວງດັ່ງກ່າວ ພໍສົມຄວນ.

ໃນ​ລະຍະ​ຜ່ານ​ມາ, ​ແຂວງ​ຫລວງ​ພຣະບາງ ຖື​ເປັນ ​ແຂວງ​ນຶ່ງ ທີ່ກໍາລັງ​ໄດ້​ຮັບ ຜົນ​ສະທ້ອນ ຈາກ​ບັນຫາ ທັມມະ​ຊາດ ທີ່​ປ່ຽນ​ແປງ ​ໄປ​ຫລາຍ​ຢ່າງ, ທັ້ງນີ້ ​ເປັນ​ຜົນ​ໂດຍ​ກົງ ມາ​ຈາກ​ສະພາບ ພື້ນ​ທີ່​ປ່າ​ໄມ້ ຂອງ​ແຂວງ​ດັ່ງກ່າວ ທີ່ຫລຸດ​ລົງ ຢ່າງ​ຕໍ່​ເນື່ອງ. ດັ່ງ​ນັ້ນ ທາງ​ການ​ແຂວງ ຈຶ່ງ​ໄດ້​ທົບທວນ ບັນຫາ​ນີ້ ​ແລະ ວາງ​ແຜນການ ​ເອົາ​ຈິງ​ເອົາ​ຈັງ ​ເພື່ອ​ຊຸກຍູ້ ​ໃຫ້​ພື້ນ​ທີ່ ​ປ່າ​ໄມ້ ຂຍາຍ​ໂຕ ປົກ​ຄຸມ​ແຂວງ​ນີ້ ​ໃຫ້​ຫລາຍ​ຂຶ້ນ. ທ່ານ ຊ້າງ ຊະນະ​ຜົນ, ຫົວໜ້າ ຂ​ແນ​ງການ ​ປ່າ​ໄມ້ ​ແຂວງ​ຫລວງ​ພຣະບາງ, ຊີ້​ແຈງ ວ່າ:

“ຖື​ວ່າ ຫລວງ​ພຣະບາງ​ນີ້ ຄັ້ນ​ຊິ​​ເວົ້າ​​ ເຣື້ອງ ການ​ປົກ​ຄຸມ​ ປ່າ​ທັມມະ​ຊາດ​ນີ້ ມັນ​ຖື​ວ່າ ຫລຸດ​ລົງ ປະມານ ​ເຫລືອ​ຢູ່ 24 ສ່ວນ​ຮ້ອຍ, ​ເຫັນ​ໄດ້​ຊັດ ຍ້ອນ​ຖື​ວ່າ ອຸ​ນນະ​ພູ​ມ ນີ້​ແຫລະ ຢາກ​ຮ້ອນ​ຂຶ້ນ ບາງ​ເທື່ອ ​ຝົນ​ກໍ ​ຄາດ​ຄະ​​ເນ​ໄດ້ ດຽວ​ນີ້ ພວກ​ເຮົາ ກໍ​ໄດ້ ມີ​ແຜນການ ຟື້ນ​ຟູ ​ເຊັ່ນ​ໂຕ​ຢ່າງ ກໍ​ມີ​ ການ​ຊຸກຍູ້ ສົ່ງ​ເສີມ ການ​ປູກ​ໄມ້ ນີ້​ແຫລະ ໝາຍ​ຄວາມ​ວ່າ ປີ 2010 ​ໃຫ້​ມັນ​ໄດ້ ຢູ່ 30 ສ່ວນ​ຮ້ອຍ.”

ຍ້ອນ ​ການ​ຕັດ​ໄມ້ ທໍາລາຍ​ປ່າ ຈາກ​ໂຄງການ ​ພັທນາ ຕ່າງໆ, ຮວມ​ໄປ​ເຖິງ ການ​ຖາ​ງປ່າ ​ເຮັດ​ໄຮ່ ​ແບບ​ຊະຊາຍ ຂອງ​ຊາວບ້ານ ​ເປັນສາ​ເຫດ ສໍາຄັນ ທີ່​ເຮັດ​ໃຫ້​ພື້ນ​ທີ່​ປ່າ​ໄມ້ ຂອງ​ແຂວງ​ຫລວງ​ພຣະບາງ ​ເຫລືອ​ ​ພຽງ​ແຕ່ 24 ສ່ວນ​ຮ້ອຍ ​ເທົ່າ​ນັ້ນ, ຈາກ​ເດີມ ທີ່​ເຄີຍ​ປົກ​ຄຸມ ຢູ່​ປະມານ 40 ສ່ວນ​ຮ້ອຍ.

ດັ່ງ​ນັ້ນ, ທາງ​ການ​ແຂວງ ຈຶ່ງ​ໄດ້ຣະດົມ ທຸກ​ພາກສ່ວນ ​ໃຫ້​ຊ່ອຍ​ກັນ​ ​ໃນ​ການ​ອະນຸ​ຮັກ ​ແລະ ຟື້ນ​ຟູ ສະພາບ​ປ່າ​ໄມ້ ​ໃຫ້​ກັບ​ມາ​ດີ​ຂຶ້ນ, ພ້ອມ​ທັງ ​ພະຍາຍາມ ຍຸຕິ ການ​ຖາງ​ປ່າ ຂອງ​ຊາວບ້ານ, ການ​ຈໍາກັດ ​ໂຄ​ຕາ ຂຸດ​ຄົ້ນ​ໄມ້ ​ໃນ​ແຕ່ລະ​ປີ, ການ​ກວດ ກາ​ນສະກັດ​ກັ້ນ ການ​ຂຸດ​ຄົ້ນ​ໄມ້​ເຖື່ອນ, ການ​ມອບ​ດິນ ມອບ​ປ່າ ​ໃຫ້​ປະຊາຊົນ ​ເປັນຜູ້​ຄຸ້ມ​ຄອງ ​ແລະ ນໍາ​ໃຊ້ ທີ່​ສໍາຄັນ ຄື ການ​ສົ່ງ​ເສີມ ການ​ປູກ​ປ່າ​ ກ້າ​ເບັ້ຍ​ໄມ້ ຂຶ້ນ​ມາ​ທົດ​ແທນ, ​ໂດຍ​ສະ​ເພາະ, ​ໂຄງການ ປູກ​ໄມ້​ສັກ, ຢາງພາລາ, ​ໄມ້​ເກສນາ ​ແລະ ໝາກ​ນໍ້າມັນ, ຊຶ່ງ​ຖື​ວ່າ ​ເປັນ​ໄມ້ ຢືນ​ຕົ້ນ ທີ່​ມີ​ຄຸນ​ຄ້າ ທາງ​ເສ​ຖກິດ.

ຕາມ​ຍຸ​ທສາດ ​ໃນ​ປີ 2010 ນີ້, ທາງ​ແຂວງ ຈະ​ສູ້​ຊົນ ຟື້ນ​ຟູ ພື້ນ​ທີ່​ປ່າ​ໄມ້ ​ໃຫ້​ເພີ້ມຂຶ້ນ 30 ສ່ວນ​ຮ້ອຍ ​ແລະ ປີ 2020 ​ໃຫ້​ໄດ້ 54 ສ່ວນ​ຮ້ອຍ ຂອງ​ເນື້ອ​ທີ່​ແຂວງ ທັງ​ໝົດ, ຊຶ່ງ​ເຣື້ອງນີ້ ຖ້າ​ຫາກ ມີ​ການ​ທຸ່ມ​ເທ ​ເອົາ​ໃຈ​ໃສ່ ຢ່າງ​ແທ້​ຈິງ, ກໍ​ຖື​ເປັນ ​ແຜນການ ທີ່​ດີ ຕໍ່ການ​ປົກ​ປັກ​ ຮັກສາ ສະ​ພາບ​ແວດ​ລ້ອມ ​ໃຫ້​ຄົງ​ຢູ່ ຢ່າງ​ຢືນ​ຢົງ. ອີກ​ທັ້ງ ຍັງ​ດີ ​ຕໍ່​ການ​ສົ່ງ​ເສີມ ບັນຍາກາດ ການທ່ອງທ່ຽວ ​ໃຫ້​ແກ່​ແຂວງ ດັ່ງກ່າວ ນໍ​າອີກ.