ສະຖາບັນ ການເງິນ ຈາກ ກຸງ ມະນີລາ ປະທດ ຟິນລິປີນ ອອກຖະແຫລງການ ວ່າ ADB ແລະ ຣັຖບານຍີ່ປຸ່ນ ຈະສນັບສນູນຊ່ອຍເຫລືອ ໃນຄວາມ ພະຍາຍາມ ຂອງ ສປປລາວ ທີ່ຈະ ປົກປ້ອງຮັກສາ ຊັບພະຍາກອນ ທັມມະຊາດ ທີ່ອຸດົມສົມບູນ ແລະ ຫລາກຫລາຍ ຂອງຕົນ ຈາກການ ພັດທະນາບຸກເບີກ ທີ່ສວຍໂອກາດ ທາງດ້ານການຄ້າ.
ຄະນະກັມມະການ ບໍລິຫານ ADB ໄດ້ ອະນຸມັດເງິນ 20 ລ້ານໂດລາ ເພື່ອເປັນກອງທຶນ ຊ່ອຍເຫລືອ ພັດທະນາເອເຊັຍ ໃນໂຄງການ ບໍລິຫານ ແລະ ປົກປ້ອງຮັກສາ ຊັບພະຍາກອນ ທັມມະຊາດ. ຮວມໃນກອງທຶນນີ້ ມີ 15 ລ້ານໂດລາ ເປັນທຶນ ພັດທະນາ ການກະເສດ ນາໆຊາດ ແລະ 1.8 ລ້ານໂດລາ ເປັນທຶນຊ່ອຍ ຣັຖບານ ລາວ ໂດຍສະເພາະ.
ສ່ວນ ຍີ່ປຸ່ນ ຈະຊ່ອຍ ທຶນ 7 ແສນໂດລາ ເພື່ອໃຊ້ ທາງດ້ານເທັກນິກ ຈາກ ກອງທຶນ ພິເສດ ຂອງ ຍີ່ປຸ່ນ ຊຶ່ງຈະແມ່ນ ADB ເປັນຜູ້ ຈັດການ ແລະ ຈະໃຊ້ໃນການ ຝຶກສອນ ແລະ ສນັບສນູນ ໂຄງການຕ່າງໆ.
ສປປລາວ ມີຊັບພະຍາກອນ ທັມມະຊາດ ທີ່ອຸດົມສົມບູນ ແລະ ຫລາກຫລາຍ ທັງມີ ປະຊາກອນ ໜ້ອຍ, ກວ່າ 80ສ່ວນຮ້ອຍ ຂອງປະຊາຊົນ ຂື້ນຢູ່ກັບ ການກະເສດ ເປັນ ວິຖີຊີວິດ.
ເງິນທຶນຈາກການ ຊ່ອຍເຫລືອ ຈະເຮັດໃຫ້ລາວ ສາມາດ ຄວບຄຸມ ແລະ ບໍລິຫານ ຊັບພະຍາກອນ ທັມມະຊາດ ໃຫ້ນຳໄປໃຊ້ ໃນທາງທີ່ຖືກຕ້ອງ ເພື່ອການ ຄົງຢູ່ ແລະ ເພື່ອປົກປ້ອງ ສະພາບສິ່ງແວດລ້ອມ ແລະ ຈະສນັບສນູນ ຣັຖບານໃນການ ຊຸກຍູ້ໃຫ້ ຊີວິດການເປັນຢູ່ ຂອງ ຊຸມຊົນ ໃນເຂດ ຊົນນະບົດ ມີໂອກາດ ທີ່ດີຂື້ນ.