ທາງການລາວຈະເລີ້ມ ລົງມືສ້າງແນວປ້ອງກັນ ຕາຝັ່ງເຈື່ອນ

ທາງການລາວ ມີແຜນການຈະເລີ້ມ ລົງມືສ້າງແນວປ້ອງກັນ ຕາຝັ່ງເຈື່ອນ ໃນເດືອນ ກຸມພາ ແລະ ອາດຈະຕ້ອງໄດ້ໂຍກ ຍ້າຍປະຊາຊົນ ຫລາຍຄອບຄົວ
ໂພໃຊສະວັດ
2009.01.15

ທາງການລາວ ມີແຜນການຈະເລີ້ມ ລົງມືສ້າງແນວປ້ອງກັນ ຕາຝັ່ງເຈື່ອນ ໃນເດືອນ ກຸມພາ ແລະ ອາດຈະຕ້ອງໄດ້ໂຍກ ຍ້າຍປະຊາຊົນ ຫລາຍຄອບຄົວ
ທ່ານ ຈັນສະໝອນ ພະສວັດ ຮອງຫົວໜ້າໂຄງການ ປ້ອງກັນຕາຝັ່ງເຈື່ອນ ເວົ້າເຖິງຄວາມຄືບໜ້າ ຂອງແຜນການ ກໍ່ສ້າງແນວປ້ອງກັນ ຕາຝັ່ງເຈື່ອນ ວ່າຈະເລີ້ມກໍ່ສ້າງ ຄວບຄູ່ກັນໄປກັບ ຄູກັ້ນນໍ້າ ບໍລິເວນດອນຈັນພາເລດຊ ໄປຮອດເກົ້າລ້ຽວ ໃນເດືອນ ກຸມພາ ນີ້ ຊຶ່ງເປັນໂຄງການທີ່ຈະຕ້ອງ ເລັ່ງສ້າງໃຫ້ແລ້ວໃນປີ 2010 ດັ່ງທ່ານ ຈັນສະໝອນ ໄດ້ເວົ້າວ່າ ກໍາລັງພັດທະນາ ກໍາລັງຈະເລີ້ມໃນມໍ່ໆນີ້ແຫລ໋ະ ຈະເລີ້ມໃນຕົ້ນເດືອນໜ້າ ເຮັດວ່າ 4ໜ້າວຽກໃຫຍ່ ຈະມີ ຕາຝັ່ງເຈື່ອນ ຄູກັ້ນນໍ້າ ທາງ ແລະ ສວນສາທາຣະນະ ແຖວນະຄອນຫລວງ ຕັ້ງແຕ່ດອນຈັນພາເລດຊ ຮອດ ເກົ້າລ້ຽວເນ໋າະ ປະມານ 12 ກິໂລແມັດ ທ່ານ ຈັນສະໝອນ ໄດ້ເວົ້າອີກວ່າ ງົບປະມານໃນການກໍ່ສ້າງແນວປ້ອງກັນຕາຝັ່ງເຈື່ອນ ຄູກັ້ນນໍ້າ ທີ່ມີຄວາມຍາວ ປະມານ 12.3 ກິໂລແມດ ຮວມທັງ ຖນົນຫົນທາງ ແລະ ສວນສາທາຣະນະ ຈະເປັນເງິນທີ່ ຢືມດອກເບັ້ຍຕໍ່າ ຈາກຣັຖບານ ເກົາຫລີໃຕ້ 37ລ້ານໂດລາ ສະຫະຣັຖ ແລະ ທາງການ ລາວສົມທົບໃສ່ ອີກປະມານ 13ລ້ານໂດລາ ຮວມທັງໝົດ 50ລ້ານໂດລາ. ຄາດວ່າ ການກໍ່ສ້າງ ຈະໃຫ້ ສໍາເຣັດໃນປີ 2010.ສໍາລັບການໂຍກຍ້າຍ ປະຊາຊົນອອກຈາກ ພື້ນທີ່ໆຈະໄດ້ຮັບ ຜົນກະທົບຈາກຕາ ຝັ່ງເຈື່ອນ ຫລັງຈາກທາງ ການກ່ຽວຂ້ອງຫລາຍ ຝ່າຍໄດ້ທໍາການ ສໍາຣວດກໍພົບ ວ່າຕ້ອງມີການໂຍກຍ້າຍ ແຕ່ຍັງບໍ່ຮູ້ວ່າຈະ ຕ້ອງຍ້າຍອອກເມື່ອ ໃດດັ່ງທ່ານຈັນ ສະໝອນໄດ້ເວົ້າວ່າ ຂັ້ນເທິງກໍໄດ້ລົງ ໄປຫລາຍເທື່ອແລ້ວ ຂະເຈົ້າມີຂໍ້ມູນໝົດ ແລ້ວເດຂະເຈົ້າກໍ ຖາມປະຊາຊົນແຕ່ ລະຄອບຄົວເພິ່ນຍອມຢູ່ເພິ່ນກໍຢາກ ຍ້າຍເຫັນດີບາງຄົນ ກໍຢາກອອກໄປ ໄວໆກໍມີເພາະບາງ ຄົນເຮືອນຕິດຝັ່ງ ມັນຈະໂງ້ຍລົງນໍ້າຂອງກໍມີຈະ ຕ້ອງຍ້າຍຈໍານວນໃດ ທີ່ຖືກແລວຫັ້ນ ແຕ່ຈະໄດ້ເບິ່ງໂຕຈິງ ອີກໃນເດືອນໜ້າ ວ່າຂະເຈົ້າສິລົງໄປວັດແທກຕົວຈິງວ່າ ຫລັງຄາໃດ໋ຖືກແທ້ ເຖິງຢ່າງໃດກໍຕາມ ຂ່າວພາຍໃນຢ່າງ ບໍ່ເປັນທາງການແຈ້ງວ່າ ບ້ານເຮືອນປະຊາຊົນ ທີ່ຈະໄດ້ຮັບຜົນກະທົບຈົນຕ້ອງໄດ້ ຍ້າອອກຈາກພື້ນທີ່ ດັ່ງກ່າວມີຫລາຍ ຄອບຄົວແລະບາງຄອບ ຄົວທີ່ບໍ່ໄດ້ຮັບຜົນກະທົບຫລາຍກໍບໍເຕັມ ໃຈທີ່ຈະຍ້າຍອອກ ຈາກພື້ນທີ່ເດີມ ຂອງພວກຂະເຈົ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.