ຣະດັບນ້ຳຂອງ ຈະຂຶ້ນຕື່ມ ກ່ອນຈະຫລຸດລົງ
ລົມພະຍຸ ລູກຫຼ້າສຸດ ທີ່ເຂົ້າຖລົ່ມ ວຽດນາມ ເມື່ອບໍ່ເທົ່າໃດມື້ ຜ່ານມາ ເຮັດໃຫ້ຣະດັບນ້ຳຂອງ ສູງຂຶ້ນຢ່າງຕໍ່ເນື່ອງ.
-
ວຽງໄຊ ຣາຍງານ
2008-08-15 -
-
-
ນັບແຕ່ວັນທີ 12 ສິງຫາ ເປັນຕົ້ນມາ ນ້ຳໃນແມ່ນ້ຳຂອງ ສູງຂຶ້ນ ກາຍຣະດັບ ນ້ຳຖ້ວມ ຄື 12 ແມັດເຄິ່ງ ມາຕລອດ ໃນຄືນວັນທີ 13 ຕໍ່ໃສ່ ວັນທີ 14 ສິງຫາ ຜ່ານມາ ຣະດັບນ້ຳ ໄດ້ເພີ່ມຂຶ້ນເຖິງ 36 ຊັງຕິແມັດ.
ກົມອຸຕຸນິຍົມວິທຍາ ຂອງລາວ ເວົ້າວ່າ ຣະດັບນ້ຳຂອງ ຍັງຈະສູງຂຶ້ນ ຕື່ມອີກ ໃນວັນທີ 15 ກ່ອນ ຈະຄ່ອຍໆ ຫຼຸດລົງ. ປັດຈຸບັນ ເຈົ້າໜ້າທີ່ລາວ ໄດ້ທຸ້ມເທ ກຳລັງປ້ອງກັນ ນະຄອນຫຼວງວຽງຈັນ ຈາກພັຍນ້ຳຖ້ວມ.
“ໄທເຮົາ ກໍມີແຕ່ ຕິດຕາມ ເລາະເບີ່ງ ສະພາບຢູ່ຕລອດ ຈັກສິຈັກໂມງ ທາງເຈົ້າໜ້າ ເຮົາກໍ ເວນຍາມ ບໍ່ຂາດ ເພາະວ່າ ຕິດຕາມເບິ່ງ ສະພາບນ້ຳວ່າ ມັນຂຶ້ນມາແຮງ ກະສິ ໄດ້ເອົາກຳລັງ ເຂົ້າມາໃຫ້ມັນທ່ວງທັນ.”
ລຽບຕາມແຄມ ແມ່ນ້ຳຂອງ ຈາກບ້ານເພັຍວັດ ໄປເຖິງສຳນັກງານ ຂອງກອງເລຂາທິການ ຂອງກັມມາທິການ ແມ່ນ້ຳຂອງ ຫຼື MRC ມີກຳແພງ ຖົງຂີ້ຊາຍກອງ ຢ່າງໜາແໜ້ນໄປ ຕລອດ ລະຍະທາງ. ຂ່າວຫຼ້າສຸດ ສຳລັບ ວັນທີ 13 ຫາ 14 ສິງຫາ ທີ່ຜ່ານມາ ນ້ຳໄດ້ໄຫຼ ເຂົ້າຖ້ວມ ບ້ານເຮືອນ ໃນບາງພື້ນທີ່ ທີ່ຢູ່ຣະຫວ່າງ ແມ່ນ້ຳຂອງ ແລະ ຖນົນສາຍທ່າເດື່ອ ຢູ່ຫຼັກສີ່ ຫຼື ບ້ານທ່າໄຊ ຊຶ່ງກໍນັບວ່າ ໃກ້ຕົວເມືອງ ເທສບານ ນະຄອນຫຼວງ ວຽງຈັນ ເຂົ້າໄປອີກ.
ນີ້ບໍ່ແມ່ນ ເທື່ອທຳອິດ ທີ່ມີເຫດນ້ຳຖ້ວມ ໃນແຂວງວຽງຈັນ ແຕ່ເມື່ອປຽບທຽບໃສ່ ກັບເທື່ອ ກ່ອນໆ ທີ່ຜ່ານມາ ໂດຍສະເພາະ ຄັ້ງປີ 1966 ທ່ານດຳດວນ ສະມາຊິກ ແນວລາວສ້າງຊາດ ເມືອງຈັນທະບຸຣີ ເວົ້າວ່າ:
“ 1966 ຄັ້ງນັ້ນ ຍັງບໍ່ຂນາດນີ້ ແຕ່ວ່າ ມັນບໍ່ມີຄັນຄູ ຫຼັງຈາກນັ້ນ ປີ 71 ກໍມີ ຄັ້ງນຶ່ງ ແຕ່ເຮົາກໍໄດ້ ຣະດົມ ເຮັດຄັນຄູ ໃຫ້ມັນສູງຂຶ້ນ ເທື່ອນີ້ ມີຢູ່ປະມານ ແມັດຫ້າສິບແລ້ວ.”
ເທົ່າທີ່ ຊາບມາ ມາເຖິງປັດຈຸບັນ ໃນແຂວງວຽງຈັນ ມີຜູ້ເສັຍຊີວິດແລ້ວ ຍ້ອນນ້ຳຖ້ວມ 4 ຄົນ ວຽງຈັນ ເປັນພຽງນຶ່ງແຂວງ ຂອງລາວ ທີ່ປະສົບ ກັບອຸທົກພັຍ ໃນເວລານີ້ ເວົ້າໄດ້ວ່າ ທຸກແຂວງ ທີ່ຕິດກັບແມ່ນ້ຳຂອງ ກໍປະສົບ ກັບຊະຕາກັມ ອັນດຽວກັນ ບໍ່ຫຼາຍກໍໜ້ອຍ ເພາະສະນັ້ນ ຄວາມເສັຍຫາຍ ຈາກພັຍ ທັມມະຊາດ ເທື່ອນີ້ ຄົງຈະຕົກ ເປັນຈຳນວນ ມະຫາສານ ທີ່ຍັງບໍ່ສາມາດ ປະເມີນໄດ້ເທື່ອ.