ຣະດັບນໍ້າ ເຣີ້ມຢູ່ໂຕ, ແຕ່ຍັງສ່ຽງຢູ່
ກົມອຸຕຸນິຍົມ ວິທະຍາ ນະຄອນຫລວງວຽງຈັນ ກ່າວວ່າ ໃນຊ່ວງນີ້, ຝົນ ກໍຄ່ອຍໆ ເບົາບາງລົງ ແດ່ແລ້ວ, ຍົກເວັ້ນ ບາງເຂດ ທີ່ຍັງມີຝົນຕົກ ຢູ່, ແຕ່ ຣະດັບນໍ້າຂອງ ຢູ່ໃນຣະດັບ ຄົງທີ່.
-
ຈະເຣີນສຸກ ຣາຍງານ
2008-08-15 -
-
-
ເມື່ອວັນທີ 14 ສິງຫາ ຜ່ານມາ, ຣະດັບນໍ້າຂອງ ໃນບໍຣິເວນ ນະຄອນຫລວງວຽງຈັນ ແທກໄດ້ 13.63 ແມັດ, ມາເຖິງ ເຊົ້າວັນທີ 15 ສິງຫາ ຂຶ້ນຕື່ມອີກ 4 ຊັງຕີແມັດ, ຊຶ່ງຖືວ່າ ຢູ່ໃນຣະດັບ ຄົງທີ່. ທ່ານ ພຽງ ຕຽງປັນຍາ, ຫົວໜ້າ ກົມອຸຕຸນິຍົມ ໃຫ້ຣາຍລະອຽດ ວ່າ:
“ມາຮອດ ເຊົ້າມື້ນີ້ ກໍຢູ່ໃນຣະດັບ 13 ແມັດ 67 ເຊັນ, ຖືວ່າ ໄດ້ຢູ່ໂຕລະ, ຣະດັບນໍ້າຂອງ ຢູ່ວຽງຈັນ ປຽບທຽບໃສ່ກັບ ຣະດັບນໍ້າຂອງ ຢູ່ທາງຫລວງພຣະບາງ ກໍຄ່ອຍຫລຸດລົງ ຄິດວ່າ ຣະດັບນໍ້າຂອງ ຢູ່ວຽງຈັນ ຂອງເຮົາ ນັບຕັ້ງແຕ່ແລງມື້ນີ້ ໄປຫາ ມື້ອື່ນ ວັນທີ 16-17 ຈະຄ່ອຍຫລຸດລົງ.”
ທ່ານ ກ່າວຕໍ່ໄປ ວ່າ: ຕາມ ການພະຍາກອນອາກາດ ໃນວັນທີ 16-17 ສິງຫາ, ຣະດັບນໍ້າຂອງ ທີ່ນະຄອນຫລວງວຽງຈັນ ຈະຫລຸດລົງ ໃນຕໍ່ໜ້າ, ແຕ່ຣະດັບນໍ້າ ຈະໄປຂຶ້ນ ທີ່ແຂວງ ທາງພາກໃຕ້ແທນ, ໂດຍສະເພາະ ແຂວງບໍຣິຄໍາໄຊ ແລະ ສວັນນະເຂດ, ຊຶ່ງຈະເຮັດໃຫ້ເກີດ ນໍ້າຖ້ວມ ຢ່າງກ້ວາງຂວາງ , ແລະ ອາດຈະເຮັດໃຫ້ ໄຮ່ນາ, ຖນົນ ຫົນທາງ ບ້ານເຮືອນ ຖືກນໍ້າຖ້ວມ ແລະ ໄດ້ຮັບຄວາມເສັຍຫາຍ.
ໃນສັປດາໜ້ານີ້, ມີການຄາດຄະເນວ່າ ສະພາບອາກາດ ຈະບໍ່ມີຫຍັງຮ້າຍແຮງ ແລະ ຈະບໍ່ມີ ພະຍຸເຂົ້າ, ແຕ່ກໍຂໍໃຫ້ ປະຊາຊົນ ເຝົ້າຣະວັງ ຢ່າງຕໍ່ເນື່ອງ ເພາະສະພາບ ອາກາດ ແລະ ຣະດັບນໍ້າ ຍັງບໍ່ໜ້າ ໄວ້ວາງໃຈ.
“ແລ້ວ ຄາດຄະເນ ວ່າ ໃນອາທິດ ຕໍ່ໜ້າ ຫລື 2-3 ມື້ ຕໍ່ໜ້ານີ້ ສະພາບ ອາກາດ ຂອງເຮົາ ຈະບໍ່ມີ ສະພາບອັນໃດ ທີ່ຮ້າຍແຮງ ເນື່ອງຈາກວ່າ ປັດຈຸບັນນີ້ ຍັງບໍ່ທັນ ມີພະຍຸ ກໍ່ໂຕ ຢູ່ທະເລຈີນໃຕ້ ຫລືທ ມະຫາສມຸດ ປາຊີຟິກ ຫລືວ່າ ລົມມໍຣະສຸມ ຕາເວັນອອກສຽງໃຕ້ ມີກໍາລັງອ່ອນລົງ ຍັງບໍ່ທັນຮອດເຮົາ.”
ສະຖານະການ ນໍ້າຖ້ວາມ ຫລ້າສຸດນີ້ ພົບວ່າ ພາກສ່ວນກ່ຽວຂ້ອງ ຈາກພາກຣັຖ ໄດ້ລົງໄປ ຊ່ອຍເຫລືອ ປະຊາຊົນ ໃນພື້ນທີ່ ທີ່ໄດ້ຮັບຜົນກະທົບ. ນອກຈາກນັ້ນ, ປະເທດເພື່ອນບ້ານ ເປັນຕົ້ນ ໄທ ກໍໄດ້ສົ່ງ ຂອງບັນເທົາ ສາທາຣະນະພັຍ ໄປຊ່ອຍເຫລືອ ເຊັ່ນດຽວກັນ.