ເລື່ອນເວລາ ເປີດໂຮງຮຽນ ຫລັງນໍ້າຖ້ວມ
ໂຮງຮຽນ ຫລາຍແຫ່ງ ໃນເຂດນະຄອນຫລວງ ວຽງຈັນ ໄດ້ຮັບ ການກະທົບກ ຈາກພັຍນໍ້າຖ້ວມ ແລະ ຕ້ອງໄດ້ ເລື່ອນມື້ເປີດ ສົກການຮຽນໄປ.
-
ໂພໄຊສວັດ ຣາຍງານ
2008-08-22 -
-
-
ເຖິງແມ່ນວ່າ ສະຖານະການ ນໍ້າມຖ້ວມ ໃນເຂດນະຄອນ ຫລວງວຽງຈັນ ຈະຫລຸດລົງແລ້ວ ກໍຕາມ ແຕ່ ໂຮງຮຽນ ຫລາຍແຫ່ງ ກໍບໍ່ສາມາດເປີດ ການຮຽນ ຕາມປົກກະຕິ ໃນວັນທີ 1 ກັນຍານີ້ ໄດ້ ຍ້ອນຕ້ອງການ ເວລາລະຍະນຶ່ງ ເພື່ອອະນາໄມ ແລະ ກຽມພ້ອມ ດັ່ງເຈົ້າໜ້າທີ່ ຜແນກ ການສຶກສາ ຢູ່ ນະຄອນ ຫລວງວຽງຈັນ ຜູ້ນຶ່ງໄດ້ເວົ້າວ່າ:
“ໂຮງຮຽນທີ່ຖືກນໍ້ານີ້ ຂະເຈົ້າຈະຕ້ອງໄດ້ສ້າງເງື່ອນໄຂ ອາດຢຸດລະຍະໃດລະຍະນຶ່ງ ເພື່ອໃຫ້ນໍ້າລົງ ຈາກນັ້ນກໍເຮັດອະນາມັຍໂຮງຮຽນ ຂະເຈົ້າມການກະກຽມໄວ້ໝົດແລ້ວ ແຕ່ວ່າເຣື້ອງການກະທົບນີ້ ໂຮງຮຽນ ຢູ່ບ່ອນຕໍ່າກວ່າ ກໍ່ກະທົບແນ່ນອນ”
ທໍາອິດນີ້ ໂຮງຮຽນ ຂັ້ນປະຖົມ ແລະ ມັດທະຍົມ ປະມານ 11 ໂຮງຮຽນ ໂດຍສະເພາະ ໃນເຂດເມືອງຫາດຊາຍຟອງ ຈະເລື່ອນ ການເປີດຮຽນໄປ ຕົ້ນເດືອນກັນຍາ ເພາະຖືກຜົນກະທົບ ຈາກນໍ້າຖ້ວມ ຢ່າງໜັກ.
ປັດຈຸບັນນີ້ ທາງຄຣູ ອາຈານ ພ້ອມນັກຮຽນ ແລະ ພໍ່ແມ່ ຜູ້ປົກຄອງ ກໍພາກັນ ບົວລະບັດ ປັດກວດ ແລະ ອະນາໄມ ສິ່ງແວດລ້ອມ ພາຍໃນໂຮງຮຽນ ຄືນໃໝ່ ເພາະສະພາບ ໂຮງຮຽນ ເປີ້ະເປື້ອນ ດ້ວຍນໍ້າສົກກະປົກ ຄາດວ່າ ຈະເລີ້ມຮຽນໄດ້ ພາຍໃນ ອາທິດນຶ່ງ. ນັກຮຽນ ຕ້ອງໄດ້ຮຽນຕື່ມ ໃນວັນເສົາ ແລະ ອາທິດ ແທນທີ່ຊົ່ວໂມງ ທີ່ໄດ້ເສັຍໄປ.
ເຖິງຢ່າງໃດກໍດີ ການຊ່ອຍເຫລືອ ເບື້ອງຕົ້ນ ຂອງທາງການ ໃນເຂດນະຄອນຫລວງ ວຽງຈັນ ນັບວ່າທົ່ວເຖິງ ບັນຫາໃຫຍ່ ກໍແມ່ນ ການຊອກຫາ ງົບປະມານ ເພື່ອສ້ອມແປງ ຣະບົບ ຄົມມະນາຄົມ ທີ່ເປ່ເພ ແລະ ການຊຸກຍູ້ ການຜລິດ ກະສິກັມ ໃນຣະດູແລ້ງ ເພື່ອທົດແທນ ຜົນລະປູກ ທີ່ເສັຍໄປ ຈາກພັຍນໍ້າຖ້ວມ ຄັ້ງນີ້.