ການຈັດສໍາມະນາ ເລື່ອງການຮ່ວມມື ດ້ານ Logistic ແລະ ການຄ້າ ໃນກຸ່ມອະນຸພູມີພາກ ແມ່ນໍ້າຂອງ ທີ່ ແຂວງຊຽງຮາຍ

ທ່ານ ພັດທະນາ ສິດທິສົມບັດ ປະທານ ຫໍການຄ້າ ແຂວງຊຽງຮາຍ ຂອງໄທເຜີຍວ່າ ຣະຫວ່າງ ວັນທີ 3ຫາທີ4ມິນານີ້ ຈະມີການຈັດສໍາມະນາ ເລື່ອງການຮ່ວມມື ດ້ານLogistic ແລະການຄ້າ ໃນກຸ່ມອະນຸພູມີພາກ ແມ່ນໍ້າຂອງ ທີ່ແຂວງຊຽງຮາຍ ເພື່ອໃຫ້ທຸກພາກສ່ວນ ຂອງແຂວງ ຮວມທັງໜ່ວຍງານ ຣັດວິສະຫະກິດ ທີ່ມີບົດບາດສໍາຄັນ ໃນການພັດທະນາ ໂຄງຂ່າຍດ້ານການຂົນສົ່ງ ແລະLogistic ເພື່ອພັດທະນາພື້ນທີ່ ໃນດເ້ານເສດຖະກິດ ໂດຍສະເພາະດ້ານການພັດທະນາ ການຂົນສົ່ງທາງນໍ້າແລະພານິດນາວີ -ຕາມຣາຍງານ ໜັງສືພິມຜູ້ຈັດການ ອອນລາຍ ຂອງໄທ.

ເວທີສໍາມະນາຄັ້ງນີ້ ຈະເຊີນຜູ້ແທນຈາກກະຊວງພານິດ ພ້ອມທ່ານເຈົ້າແຂວງ ແຂວງຊຽງຮາຍ ເປັນປະທານເປີດງານ ແລະກ່າວສູນທອນພົດ, ທ່ານຜູ້ອໍານວຍການກົມສົ່ງເສີມ ການບໍຣິການ ແລະLogistic ກົມສົ່ງເສີມ ການສົ່ງອອກ ແລະຜູ້ແທນຈາກ ການທ່າເຮືອແຫ່ງປະເທດໄທແລະ ຜູ້ແທນຈາກປະເທດໄທ ພະມ່າ ລາວ ຈີນ ຮ່ວມປະຊຸມແລະສະແດງຄວາມຄິດເຫັນໃນຫົວຂໍ້ ສົນທະນາເລື່ອງຄວາມຈໍາເປັນ ໃນການເລັ່ງລັດ ກະຕຸ້ນກໍ່ໃຫ້ເກີດປະໂຫຍດ ທາງທຸຣະກິດຕໍ່ກຸ່ມ Logistic ແລະການທ່ອງທ່ຽວ.

ແຂວງຊຽງຮາຍ ຂະນະນີ້ ມີເສັ້ນທາງເຊື່ອມຕໍ່ປະເທດເພື່ອນບ້ານ ແລະຈີນກໍກໍາລັງເລັ່ງຫາເສັ້ນທາງ ຂົນສົ່ງສີນຄ້າອອກສູ່ມະຫາສະມຸດ ຜ່ານເສັ້ນ R3a ຈາກຈີນຕອນໄຕ້ຜ່ານປະເທດລາວ ໄປເຊື່ອມຕໍ່ກັບຂົວມິດຕະພາບ ຂ້າມແມ່ນໍ້າຂອງ-ຊຽງຂອງ-ບໍ່ແກ້ວ ໃນປີ 2011 ແລະມີເສັ້ນທາງ R3b ຈາກຈີນຕອນໄຕ້ ຜ່ານພະມ່າເຊື່ອມເມືອງແມ່ສາຍ ແຂວງຊຽງຮາຍແລະ ເສັ້ນທາງເດີນເຮືອໃນແມ່ນໍ້າຂອງ ແລະເສັ້ນທາງການບີນທີ່ຈະພັດທະນາ ຫລາຍຂຶ້ນໃນອະນາຄົດອັນໄກ້ນີ້ ຕາມແນວທາງຜັກດັນຂອງຫລາຍຝ່າຍ.

ມະນີຈັນ ຣາຍງານ