ເຈົ້າໜ້າທີ່ ສູນປິ່ນປົວ ຜູ້ຕິດຢາເສພຕິດ ແຂວງສວັນນະເຂຕ ວ່າພວກທີ່ເຂົ້າມາຮັບ ກາຣບຳບັຕ ມັກຈະລັກໜີອອກຈາກ ສູນກ່ອນກຳໜົດ
2008.02.21
ສູນປິ່ນປົວຜູ້ຕິດຢາເສພຕິດ ຖືເປັນສະຖານທີ່ສຳຄັນ ໃນກາຣບຳບັຕ ຜູ້ເຈັບຫລືຜູ້ທີ່ຕິດ ຢາເສພຕິດ ເພື່ອໃຫ້ຫັນປ່ຽນແນວຄິດ ຫລືຕັດຂາດຈາກສີ່ງເສພຕິດ ຢ່າງສິ້ນເຊີງ ເພື່ອ ກັບກາຍມາເປັນພົລເມືອງດີ ຂອງຊາຕ ແຕ່ໃນຣະຍະຜ່ານມາ ປາກົດວ່າສູນປິ່ນປົວໃນ ແຂວງສວັນນະເຂຕ ປະສົບກັບ ບັນຫາທີ່ຜູ້ຕິດຢາເສພຕິດ ລັກໜີອອກຈາກກາຣບຳບັນ ຕລອດມາ ດັ່ງເຈົ້າໜ້າທີ່ ປະຈຳສູນຜູ້ໜື່ງໄດ້ກ່າວວ່າ:
(ສຽງ) “ຣະຍະເຮົາເປີດສູນໃນເບື້ອງຕົ້ນກໍມີ ຄວາມຫຍຸ້ງຍາກ ຫລາຍດ້ານຫັ້ນແລ້ວ ຄືວ່າເຣື່ອງອາຄານ ສະຖານທີ່ແໜ້ນໜາ ແຕ່ວ່າບັນຫາ ເທື່ອນີ້ຍັງບໍ່ທັນ ແໜ້ນໜາເທົ່າທີ່ຄວນ ເພາະວ່າ ມັນເປັນປ່າໝົດ ເປັນຫຍັງໝົດ ເວລາເຮົານຳພາເຂົາໄປກິຈກັມ ພາເຂົາຫັດ ກາຍພາຫລີ້ນ ມັນຢາກມີປາກົດກາຣ ເຂົາໄດ້ລັກໜີ.”
ເຈົ້າໜ້າທີ່ລາວດັ່ງກ່າວ ໄດ້ແຈ້ງເພີ່ມວ່າ: ສູນບຳບັຕນີ້ ໄດ້ເປີດແຕ່ເດືອນ 7 2006 ຜ່ານມາ ຊື່ງມີກາຣເປີດກວ້າງ ເພື່ອຮັບເອົາຜູ້ຕິດຢາ ເຂົ້າມາບຳບັຕຮັກສາປິ່ນປົວ ຊື່ງມີ ທັງຜູ້ສມັກໃຈ ແລະຖືກທາງຄອບຄົວ ສົ່ງເຂົ້າມາຫລາຍພໍສົມຄວນ ແຕ່ກໍຢູ່ບໍ່ໄດ້ດົນພໍ ເທົ່າໃດເພາະເຂົາເຈົ້າ ພາກັນລັກໜີອອກໄປ ກ່ອນກຳໜົດເວລາ. ແຕ່ພາຄສ່ວນທີ່ຍັງ ເຫລືອຢູ່ນັ້ນກໍສາມາດ ຜ່ານກາຣປິ່ນປົວ ຈົບຕາມຫລັກສູຕ ແລະກໍຖືວ່າປະສົບຜົລສຳ ເຣັຈດີ ດັ່ງທີ່ທ່ານໄດ້ຊີ້ແຈງອີກວ່າ:
(ສຽງ) “ຖືວ່າມາຮອດປັຈຈຸບັນ ພາຍຫລັງ ຈາກໄດ້ຮັບຄຳປຶກສາ ຂອງເຮົາມັນແກ້ໄຂ ຄົນເຈັບກໍໄດ້ຮັບຜົລດີ ສູນພວກເຮົາ ກໍໄດ້ຮັບຄຳຊົມເຊີຽ ຈາກຜູ້ປົກຄອງ ພາຍຫລັງຖືວ່າ ຂະເຈົ້າອອກໄປ ກໍຖືວ່າຂະເຈົ້າມີພຶຕຕິກັມປ່ຽນໄປ ລູກຫລານ ອອກຈາກນູນໄປນີ້ດີ.”
ທ່ານໄດ້ກ່າວເນັ້ນອີກວ່າ: ກາຣຮັບເອົາຜູ້ຕິດຢາເສພຕິດ ເຂົ້າມາບຳບັຕໃນສູນດັ່ງ ກ່າວພຽງເປັນສ່ວນນ້ອຍໆ ເທົ່ານັ້ນ ຂອງມາຕກາຣຫລຸດຜ່ອນ ບັນຫາຢາເສພຕິດ ເພາະ ເຣື່ອງທີ່ສຳຄັນ ກວ່ານີ້ກໍຕ້ອງແມ່ນທາງພາຄສ່ວນ ກາຣກ່ຽວຂ້ອງ ເອງທີ່ຈະຕ້ອງເອົາ ມາຕກາຣເພື່ອປາບປາມ ແລະກຳຈັດບັນຫາ ຢາເສພຕິດ ທີ່ປາກົດມີກາຣແພ່ຣະບາດ ຢ່າງຫລວງຫລາຍ ພາຍໃນແຂວງສວັນນະເຂຕ ດັ່ງກ່າວນີ້.
ຫວາດ ສີມູນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ສູນຄົ້ນຄວ້າ ກາຣລ້ຽງສັຕ ໂດຽກາຣຮ່ວມມື ຈາກທາງກາຣ ກ່ຽວຂ້ອງອິນເດັຽ ເຣັ່ງກາຣພັທນາ ດ້ານຜສົມພັນທຽມ ໂດຽເອົາແບ້ ມາໃຊ້ທົດລອງ
- ເຖີງແມ່ນທາງກາຣລາວ ໄດ້ອະທິບາຍ ແຕ່ປະຊາຊົນລາວ ບາງກ່ມຍັງມີ ຄວາມວິຕົກ ກັງວົນນຳເຣື່ອງ ທີ່ທາງຣັຖບາລລາວ ອະນຸຍາດ ໃຫ້ຊາວຈີນ ເຂົ້າມາຢ່ລາວຫລາຍຂື້ນ
- ລາວ ແລະວຽດນາມ ຕົກລົງກັນ ຈະປັກຫລັກ ເຂດໝາຍຊາຍແດນ ລະຫ່ວາງກັນ
- ແຂວງໄຊຍະບູຣີ ກຳລັງກວດກາ ການໄຊ້ສານເຄມີ ທີ່ບໍ່ຖືກຕ້ອງ ຂອງປະຊາຊົນ ທີ່ໄຊ້ສານເຄມີ ເຂົ້າໃນວຽກງານ ປູກຝັງຕ່າງໆ
- ທາງການລາວ ຈະຈັດຣະດັບໂຮງແຮມ ແລະບ້ານພັກ ທຸກແຫ່ງໃນເຂດນະຄອນຫລວງວຽງຈັນ ເພື່ອໃຫ້ໄດ້ມາຕຖານ ຕາມຫລັກເກນຂອງສາກົນ
- ແຂວງ ຈໍາປາສັກ ຈັດກອງປະຊຸມ ເພື່ອເວົ້າກັນເຖິງ ຄວາມຄືບໜ້າ ໃນການທີ່ທາງແຂວງ ຈະເປັນເຈົ້າພາບ ຈັດການແຂ່ງຂັນ ກິລາແຫ່ງຊາດ ຄັ້ງທີ 8ຂຶ້ນ ໃນທ້າຍປີ 2008ນີ້
- ການລັກລອບຂົນສົ່ງກ້ວຍໄມ້ປ່າ ຍັງມີຢ່າງຕໍ່ເນື່ອງຈາກທາງພາກໄຕ້ ຂອງລາວ
- ກາຣປັບປຸງ ແລະກໍ່ສ້າງ ໂຮງພຍາບາລ ຂື້ນຕື່ມ ໃນເມືອງຫລວງພຣະບາງ ສຳຫລັບ ຂັ້ນທີ່ 2 ໂດຽທຶນກາຣຊ່ວຍເຫລືອ ຂອງຈີນສຳເຣັຈ ຮຽບຮ້ອຍແລ້ວ ເປັນຢ່າງດີ
- ລາວ ແລະວຽດນາມ ສັນຍາກັນວ່າ ຈະສົ່ງເສີມການຮ່ວມມື ທາງດ້ານ ການສຶກສາ
- ພະນັກງານຂອງຣັຖະບານລາວໃນນະຄອນຫລວງວຽງຈັນຈົ່ມວ່າ ໃນທຸກມື້ນີ້ ມີການແຂ່ງຂັນ ກັນຫລາຍ