ກະແສຂ່າວ ຈາກນະຄອນຫລວງວຽງຈັນ ຣາຍງານໂດຍອ້າງອີງໃສ່ຄໍາເວົ້າ ຂອງເຈົ້າໜ້າທີ່ພັກ-ຣັດ ຜູ້ບໍ່ປະສົງອອກຊື່ທ່ານນຶ່ງວ່າ ເມື່ອວັນເສົາ ທີ່ 5 ມົກກະຣານີ້ ທາງການນະຄອນຫລວງວຽງຈັນ ໄດ້ຮຽກປະຊາຊົນ ຜູ້ທີເປັນເຈົ້າຂອງທີ່ດິນ ໃນເຂດບຶງທາດຫລວງ ແລະພື້ນທີ່ອ້ອມແອ້ມ ຊຶ່ງມີ 300 ກວ່າຄົນນັ້ນ ມາຮ່ວມປະຊຸມ ຟັງຄໍາຊີ້ແຈງຂອງຣັດ ກ່ຽວກັບກໍຣະນີ ທີ່ທາງການ ໄດ້ອະນຸຍາດໃຫ້ ຈີນ ສໍາປະທານທີ່ດິນເຂດດັ່ງກ່າວ ກວມເອົາເນື້ອທີ່ ທັງໝົດ 1000 ກວ່າ ເອັກຕາຣ.
ໃນທີ່ປະຊຸມ ທາງການໄດ້ແຈ້ງວ່າ ສໍາລັບບຸກຄົນ ທີ່ມີໃບຕາດິນ ທາງການຈະເຈຣະຈານໍາ ໂດຍຈະມີການທົດແທນ ຫລືຊົດເຊີຍໃຫ້. ແຕ່ສໍາລັບຜູ້ບໍ່ມີໃບຕາດິນນັ້ນ ທາງການ ກໍຈະຖືເປັນການບຸກລຸກ ທີ່ດິນຂອງຣັດ ແລະມີຄວາມຜິດ ຖານ ບຸກລຸກຍຶດຄອງທີ່ດິນ ຂອງຣັດໂດຍບໍ່ໄດ້ຮັບອະນຸຍາດ.
ນອກຈາກນີ້ທາງການຍັງຊີ້ແຈງວ່າ ພື້ນທີ່ບຶງທາດຫລວງ ອະດີດເປັນປ່າໜອງຜື ທໍາມະຊາດ ສ່ວນປະຊາຊົນນັ້ນ ໄດ້ເຂົ້າມາຊ່າວເອົາປ່າຜືອອກ ແລ້ວຈັບຈອງ ເປັນຂອງສ່ວນຕົວໄປເລີຍ ໂດຍບໍ່ມີການແຈ້ງ ຫລືຂໍອະນຸຍາດ ຈາກທາງການແຕ່ຢ່າງໃດ.
ໃນເຂດບຶງທາດຫລວງ ໂດຍສະເພາະພື້ນທີ່ ຕິດແປະ-ອ້ອມໆບຶງນັ້ນ ມີຫລາຍຄົນຫລາຍຄອບຄົວ ບໍ່ມີໃບຕາດິນ ແຕ່ພວກເຂົາເຈົ້າ ໄດ້ເກີດໃຫຍ່ ຢູ່ພື້ນທີ່ນັ້ນ ສືບທອດກັນມາ ຫລາຍເຊັ່ນຄົນແລ້ວນັ້ນ ແນ່ນອນ ກໍຈະຕ້ອງຖືກທາງການຜັກດັນ ໃຫ້ອອກໄປຈາກທີ່ນັ້ນແລະ ໂຊກຊະຕາຂອງພວກເຂົາ ຈະເປັນແນວໃດແມ່ນ ບໍ່ມີຄໍາຕອບ ໃຫ້ພວກເຂົາເຈົ້າໄດ້.
ກອງປະຊຸມເທື່ອນີ້ ເປັນເທື່ອທໍາອິດ ທີ່ທາງການ ຮຽກປະຊາຊົນ ຜູ້ກ່ຽວຂ້ອງ ມາປະຊຸມໂອ້ລົມ ຫລັງຈາກທີ່ມີຂ່າວ ເລື່ອງທີ່ຈີນໄດ້ຮັບສໍາປະທານ ທີ່ດິນດັ່ງກ່າວ ເດືອນ ສອງເດືອນ ກ່ອນໜ້ານີ້ ແລະແທນທີ່ ຈະເປັນການຢັ່ງປະຊາມະຕ -ຢັ່ງຫາງສຽງຫລື ການທາບທາມ ແຕ່ຫາກເປັນການສັ່ງ ທີ່ຕ້ອງໃຫ້ປະຕິບັດ ນັ້ນເອງ ທ່ານກ່າວໃນທີ່ສຸດ.
ມະນີຈັນ ຣາຍງານ