ແຂວງຫລວງພະບາງ ສົ່ງເສີມໃຫ້ປະຊາຊົນ ປູກຄັ່ງເພື່ອສົ່ງໄປຂາຍ ໃນຕະຫລາດ ຂອງປະເທດຈີນ

ແຂວງຫລວງພະບາງ ສົ່ງເສີມໃຫ້ປະຊາຊົນ ປູກຄັ່ງເພື່ອສົ່ງໄປຂາຍ ໃນຕະຫລາດ ຂອງປະເທດຈີນ ທີ່ຕ້ອງການນຳຄັ່ງ ໄປຜລິດເປັນສີ ແລະເຄື່ອງປະສົມສີອື່ນໆ ຕາມການເປີດເຜີຽ ຂອງທ່ານ ສາຍສະໝອນ ຄົມທະວົງ ຮອງເຈົ້າແຂວງໆ ຫລວງພະບາງ ຍ້ອນວ່າປະເທດຈີນ ຕ້ອງງການຄັ່ງນີ້ ຈຳນວນຫລວງຫລາຍ.

(ສຽງ) "ຜລິດຄັ່ງນີ້ແມ່ນປະຊາຊົນ ເຄີຽໄດ້ມີມູນເຊື້ອ ຜລິດມາແລ້ວ. ບັດນີ້ເມື່ອສົ່ງເສີມ ການປູກ ມັນຮຽກຮ້ອງເຖິງຕະຫລາດ ເບື້ອງຣັຖະບານ ຈຶ່ງໄດ້ໄປຊອກຕະຫລາດ ແລະໄດ້ຕະຫລາດຢູ່ທາງ ຄຸນໝິງນີ້."

ທ່ານວ່າ ເມື່ອບໍ່ນານມານີ້ ທາງການຂຸນໝິງ ໄດ້ສົ່ງບໍຣິສັດ ມາເພື່ອຂໍຮັບຊື້ຄັ່ງຈາກ ແຂວງຫລວງພະບາງ, ໃນເບື້ອງຕົ້ນຈຳນວນ 5,000 ໂຕນ ຊຶ່ງກໍຖືວ່າເປັນ ເຣື້ອງດີ. ທາງແຂວງຫລວງພະບາງ ຈະສາມາດເຮັດໃຫ້ ປະຊາຊົນ ໂດຍສະເພາະ ປະຊາຊົນ ໃນເຂດເມືອງຄຳ ເມືອງງອຍ ເມືອງນ້ຳບາກ ມີວຽກເຮັດງານທຳ ທີ່ໝັ້ໜຄົງ ແລະມີລາຍໄດ້ຕື່ມ. ການລ້ຽງຄັ່ງ ບໍ່ມີຄວາມຍຸ່ງຍາກ ພໍປານໃດ ພຽງແຕ່ປ່ອຍໝາກຖົ່ວແຮ ຫລືໄມ້ລ້ຽງ ໄວ້ໃຫ້ຄັ່ງ ຄອຍເກາະກິນເທົ່ານັ້ນ. ຊາວບ້ານຈະສາມາດເກັບກູ້ຄັ່ງ ເພື່ອສົ່ງອອກໄດ້ ປີລະສອງເທື່ອ ດັ່ງທີ່ທ່ານໄດ້ອະທິບາຍ:

(ສຽງ) "ສະຖານທີ່ປ່ອຍຜ່ານມາ ເຂົາເຈົ້າເຮັດເນື້ອທີ່ໄຮ່ແລ້ວ ກໍເອົາແນວໝາກທົ່ວແຮ ໄປປູກໃສ່ ເອົາໄມ້ລ້ຽງໄປປູກໃສ່ ໃນເມື່ອເຮົາໄປປູກໃສ່ແລ້ວ ເຂົາເຈົ້າກໍຈະເຊົາ ການຖາງປ່າເຮັດໄຮ່ ໄປໃນຕົວ ບັດນີ້ສຳລັບລະຍະ ທີ່ບໍ່ທັນໄດ້ຂາຍຄັ່ງ ມັນຈະບໍ່ມີເຂົ້າກິນ ແມ່ນທາງເບື້ອງ ບໍຣິສັດນີ້ ຈະຕ້ອງໄດ້ສະໜອງເຂົ້າກິນ ໃຫ້ແກ່ປະຊາຊົນີ້."

ຣາຄາຄັ່ງ ໃນປັດຈຸບັນນີ້ກິໂລ ລະປະມານ 40 ບາດ. ນອກຈາກແຂວງຫລວງ ພະບາງແລ້ວ, ປະຊາຊົນໃນແຂວງໄຊຍະບຸຣີ ກໍສົນໃຈ ທີ່ຈະເລີ້ມປູກຄັ່ງຢ່າງ ເປັນຂະບວນການເຊັ່ນກັນ ເພຣາະຄັ່ງເປັນໂຕ ປະກອບທີ່ສຳຄັນເພື່ອ ນຳໄປຜລິດ ເປັນສີຍ້ອມຜ້າ ສີທາບ້ານເຮືອນ ສີປະສົມອາຫານ ຮວມທັງຜລິດເປັນ ເລັກເກີ້ໄດ້ອີກດ້ວຍ.

ສົມເນ ຣາຍງານ