ກາຣຄ້າແຮງງານມະນຸສ
ບັນຫາກາຣຄ້າແຮງງານມະນຸສ ປັຈຈຸບັນສ່ວນຫລາຍ ຈະແມ່ນນາຍໜ້າລາວ ເປັນຜູ້ນຳພາເອົາ ເດັກນ້ອຍໄປສົ່ງ ໃຫ້ຜູ້ເປັນນາຍໜ້າໄທຽ
-
ຫວາດ ສີມູນ
2009-03-23 -
-
-
Your browser doesn’t support HTML5 audio
ບັນຫາຂອງກາຣ ຄ້າແຮງງານ ຂ້າມຊາຕຣະຫວ່າງ ສປປລາວ - ໄທຽໃນປັຈຈຸບັນ ນີ້ນັ້ນສ່ວນໃຫຍ່ ມາຈາກກາຣທີ່ ຮູ້ເທົ່າບໍ່ເຖີງ ກາຣຂອງພວກ ເດັກນ້ອຍແລະ ທາງ ຄອບຄົວ ຍ້ອນຄວາມທຸກຍາກ ແລະຢາກມີ ຣາຍໄດ້ເພີ່ມ ດັ່ງເຈົ້າໜ້າທີ່ ຕຳຣວຈປະຈຳ ພື້ນທີ່ຊຽງຮາຍໄດ້ກ່າວເຖີງ ວີທີກາຣ ຕ່າງໆວ່າ:
“ສ່ວນຫລາຍຈະແມ່ນ ວີທີກາຣໃຊ້ ຄົນລາວທີ່ເປັນ ຍາຕພີ່ນ້ອງ ຫລືເພື່ອນຝູງ ເປັນຜູ້ພາມາ ສົ່ງໃຫ້ນາຍໜ້າ ທີ່ເປັນຄົນໄທຽ ຢູ່ຕາມເຂຕ ຊາຍແດນເຊັ່ນ: ເຂຕມຸກດາ ຫາຣ ແລະອຸບົລ ຣາຊທານີ”
ເຈົ້າໜ້າທີ່ໄທຽ ທ່ານນີ້ໃຫ້ກາຣ ອະທິບາຍ ຕື່ມວ່າ: ຕາມປົກຕິແລ້ວ ນາຍໜ້າທີ່ເປັນ ຄົນລາວນັ້ນ ຈະພາພວກ ແຮງງານເດັກນ້ອຍ ເຂົ້າຜ່ານຊາຍແດນ ຕາມເຂຕທີ່ເປັນ ຈຸດຜ່ອນປົນທີ່ ຊາວລາວຂ້າມໄປ ຊື້ເຄື່ອງຂອງຫລື ເຮັດທຸຣະກິຈ ຕ່າງໆ ແລ້ວກໍສົ່ງຕໍ່ ໃຫ້ນາຍໜ້າ ຄົນໄທຽ ຕາມແຕ່ລະຈຸດ ທີ່ໄດ້ມີກາຣ ນັດໝາຍກັນ ໄວ້ນັ້ນ ໂດຽຈັດ ເປັນກຸ່ມໃຫຍ່ໆ ແລ້ວກໍມີກາຣ ແບ່ງປັນຄ່າຕົວ ຂອງເດັກນ້ອຍລາວ ຕາມທີ່ໄດ້ ຕົກລົງກັນ ແລະພວກເດັກ ກໍຈະຖືກສົ່ງໄປ ຢູ່ໃນໂຮງງານ ຕາມແຂວງ ຕ່າງໆເຊັ່ນ: ສມຸດປະກາຣ ແລະ ສມຸດສາຄອນ ດັ່ງທີ່ທ່ານໄດ້ ກ່າວເພີ່ມວ່າ:
“ກໍມີຫລາຍບ່ອນ ສົ່ງແລະສ່ວນໃຫຍ່ ໃນປັຈຈຸບັນນີ້ ກໍມີກາຣ ກະຈາຍອອກໄປ ທີ່ອາຈທົ່ວ ປະເທສແລ້ວຖ້າວ່າທາງກາຣ ໄທຽ ຫາກຮູ້ຈັກ ກໍຈະມີ ກາຣ ຕິດຕາມສືບຫາ ຕາມເຂຕພື້ນທີ່ ຫລາຍໆແຫ່ງຫລື ຕາມສະຖານທີ່ໆ ມີກາຣສົງສັຍນັ້ນ!”
ທາງເຈົ້າໜ້າທີ່ ໄດ້ແຈ້ງເພີ່ມວ່າ: ພວກເດັກນ້ອຍ ກໍຈະຮູ້ວ່າ ຖືກນາຍໜ້າລາວ ສົ່ງຕໍ່ໃຫ້ນາຍ ໜ້າໄທຽ ເພື່ອໄປເຮັດວຽກ ແບບງ່າຍໆໂດຽ ອາສັຍຢູ່ຕາມ ບ້ານເຮືອນ ພ້ອມກັບຄ່າຈ້າງ ສູງ ແຕ່ໃນສະພາບ ຄວາມເປັນຈີງແລ້ວ ຈະແມ່ນວຽກງານ ທີ່ຕ້ອງໄດ້ອອກ ແຮງງານໜັກ ພ້ອມກັບ ຖືກກັກຂັງ ແລະຄ່າຈ້າງ ກໍເປັນຈຳນວນ ທີ່ນ້ອຍກວ່າ ທີ່ພວກຕົນໄດ້ ຄາດຄິດໄວ້ນັ້ນ!!