ສປປລາວ-ສປຈີນ ປະສານງານ ປາບປາມ ການຄ້າມະນຸດ

ສປປລາວ ແລະ ສປຈີນ ຕັ້ງຫ້ອງການ ປະສານງານ ປາບປາມ ການຄ້າມະນຸດຂື້ນ ເພື່ອເຈົ້າໜ້າ ທັງສອງຝ່າຍ ຈະໄດ້ ປະສານງານ ແລະ ຮ່ວມມືກັນ ຢ່າງໃກ້ຊິດ. ການຄ້າຜູ້ຍິງ ແລະເດັກນ້ອຍ ໃນບໍຣິເວນ ເຂດຊາຍແດນ ຣະຫວ່າງພາກເໜືອ ຂອງລາວ ແລະ ພາກໃຕ້ຂອງຈີນ.

ຫ້ອງການ ປະສານງານ ດັ່ງກ່າວ ຖືກຕັ້ງຂື້ນຢູ່ ໃນເຂດເມືອງ Mengla ໃນແຂວງຢູນ໊ານ ທີ່ມີຊາຍແດນ ຕິດກັບແຂວງ ຫລວງນ້ຳທາ ຂອງລາວ. ທ່ານ Yuan Xiaoyin ເຈົ້າໜ້າທີ່ຜແນກ ຮັກສາຄວາມ ປອດໄພ ແຂວງຢູນ໊ານ ກ່າວວ່າ ຫ້ອງການ ປະສານງານ ເພື່ອປາບປາມ ການຄ້າມະນຸດ ຖືກຈັດຕັ້ງຂື້ນ ເພື່ອແລກປ່ຽນ ຂໍ້ມູນຂ່າວສານ ການສືບສວນ ແລະ ການຊອກຈັບ ພວກຄ້າມະນຸດ ຕາມເຂດຊາຍແດນ ຣະຫວ່າງ ພາກຕາວັນຕົກ ສ່ຽງໃຕ້ຂອງຈີນ ແລະ ພາກເໜືອຂອງລາວ.

ຊາຍແດນຣະຫວ່າງ ພາກເໜືອຂອງລາວ ແລະ ແຂວງຢູນ໊ານ ຂອງຈີນ ມີຄວາມຍາວ ປະມານ 678 ກິໂລແມັດ ແລະ ການຄ້າມະນຸດ ຣະຫວ່າງສອງເຂດ ເພິ້ມຂື້ນເລື້ອຍໆ ຜູ້ຍິງ ແລະ ເດັກນ້ອຍລາວ ຈໍານວນຫລວງຫລາຍ ຖືກຫລອກລວງ, ຖືກຂາຍເຂົ້າໄປຈີນ ແລະ ເຊັ່ນດຽວກັນກັບ ຜູ້ຍິງ ແລະ ເດັກນ້ອຍຈີນ ກໍຖືກ ຄ້າຂາຍເຂົ້າ ລາວແລະໄທ.

ນອກເໜືອຈາກການ ຮ່ວມມືກັບ ຝ່າຍລາວແລ້ວ ຈີນ ຍັງຕັ້ງຫ້ອງການ ປະສານງານ ກັບວຽດນາມ ເຖິງຫົກແຫ່ງ ໃນຣະຫວ່າງເຂດ ປົກຄອງຕົນເອງ ກວ໊າງຊີຂອງຈີນ ແລະ ພາກເໜືອ ຂອງວຽດນາມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org