ຜູ້ເຄາະຮ້າຍ ຈາກການ ຄ້າມະນຸດ ແຂວງສາຣະວັນ

ຍິງສາວຊາວລາວ ແຂວງສາຣະວັນ ທີ່ຂ້າມໄປ ເຮັດວຽກຢູ່ ປະເທດໄທ ຈົນຕົກເປັນ ຜູ້ໄດ້ຮັບ ເຄາະກັມຈາກ ການຄ້າມະນຸດ ຖືກນາຍຈ້າງ ກົດຂີ່ຂົ່ມເຫັງ ທໍາລາຍຮ່າງກາຍ ແລະຈິດໃຈ ກ່ອນເຈົ້າໜ້າທີ່ ລາວແລະໄທ ເຂົ້າໄປຊ່ວຍເຫລືອ ແລະສົ່ງກັບບ້ານ.

ຍັງບໍ່ແລ້ວ ເທົ່ານັ້ນ ກໍ່ຍັງຖືກກຸ່ມ ຄ້າມະນຸດ ຕິດຕາມນາບຄູ່ ຊີວິດ ຢູ່ທີ່ບ້ານເຮືອນ ໃນແຂວງ ສາຣະວັນ ອີກດ້ວຍ. ພວກຄ້າມະນຸດ ຫ້າມບໍ່ໃຫ້ ເປີດເຜີຽຫົວໜ້າ ແລະ ຂະບວນການ ເພາະຢ້ານຖືກ ທາງການ ລາວແລະໄທ ຈັບ ດັ່ງເຈົາໜ້າທີ່ ຜແນກແຮງງານ ຈາກແຂວງ ສາຣະວັນ ໄດ້ກ່າວ:

" ເຂົາຂາດເສັຽ ສະຕິຍ້ອນວ່າ ເຂົາຖືກທໍາຮ້າຍ ຮ່າງກາຍຕົວຢ່າງ ຫລັງຈາກ ມາຢູ່ບ້ານ ຍັງຖືກຄົນງານ ຈໍານວນນຶ່ງໄດ້ ນໍາມາຂູ່ ແຮງງານທາງ ສາຣະວັນ ຂູ່ວ່າບໍ່ຢາກ ໃຫ້ເອົາເລື້ອງເອົາລາວ ກັບເຂົາເຈົ້າ ແບບວ່າມາຂູ່ ຈະເອົາຊີວິດ ຖ້າວ່າໃຫ້ທາງ ນີ້ເຊັນແບບວ່າ ໃຫ້ເຂົາເຈົ້າສູ້ ຄະດີຢູ່ຝັ່ງໄທ ພວກນາຍຈ້າງຫັ້ນນະ."

ເຣື້ອງທີ່ເປັນ ມານີ້ແມ່ນ ພໍ່ແມ່ ຂອງນາງແກ້ວ ນາມສົມມຸດ ຜູ້ຊຶ່ງໄດ້ ຮັບເຄາະຮ້າຍ ຈາກການ ຄ້າມະນຸດ ເປັນຜູ້ລາຍງານ ຕໍ່ເຈົ້າໜ້າທີ່ ລາວໃນແຂວງ ສາຣະວັນ ຫລັງຈາກນາງແກ້ວ ຖືກຊ່ວຍເຫລືອໃຫ້ ກັບຄືນບ້ານ.

ນາງແກ້ວກັບຄືນ ປະເທດແບບຄົນ ເສັຽຈິດ ຍ້ອນຖືກນາຍຈ້າງ ທໍາຮ້າຍຮ່າງກາຍ ຈົນເກີດມີ ຄວາມຢ້ານກົວ ຫວາດຫວັ່ນ. ເມື່ອເຈົ້າໜ້າທີ່ ບອກໃຫ້ເລົ່າ ເຣື້ອງໃຫ້ຟັງ ລາວກໍມີ ແຕ່ວ່າຈໍາຫຍັງ ບໍ່ໄດ້ເລີຽ ແລະ ຢ້ານວ່າເຂົາເຈົ້າ ຈະຕາມມາ ທໍາຮ້າຍ. ກ່ຽວກັບວ່າ ເປັນຫຍັງ ຊາວລາວໃນ ແຂວງສາຣະວັນ ຈຶ່ງຢາກໄປເຮັດ ວຽກຢູ່ ປະເທດໄທ ທ່ານກໍຕອບວ່າ:

" ຢາກໄປຊອກ ຫາຢູ່ຫາເງິນທອງ ເພາະວ່າຢູ່ບ້ານ ເຂົາເຈົ້າບໍ່ມີ ວຽກເຮັດເຂົາເຈົ້າ ກໍຢູ່ໃນ ສະພາບທຸກຍາກ ລັກສະນະ ຄອບຄົວຫັ້ນນະ. ມັນກໍມີ ຂະບວນການ ອັນນຶ່ງ ມັນກໍມີຫລາຍ ກະແສ ມັນກໍພາໃຫ້ ດຶງດູດ ໃຫ້ເຂົາເຈົ້າໄປ ບັນຫານຶ່ງ ກໍມີຈໍານວນນຶ່ງ ໄປແລ້ວກໍໂຊກ ດີຫັ້ນນະ ເຂົາເຈົ້າໄດ້ມາ ກໍເຫັນວ່າໃຫ້ ດຶງດູດບັນດາ ຜູ້ບໍ່ໄດ້ໄປ ຫັ້ນນະ."

ເພື່ອແກ້ໄຂບັນຫາ ການຄ້າມະນຸດ ໃນແຂວງ ສາຣະວັນ ນີ້ ທ່ານວ່າທາງແຂວງ ກໍໄດ້ ພະຍາຍາມ ສົ່ງເສີມ ຝຶກແອບອາຊີບ ໃຫ້ເຂົາເຈົ້າ ຝຶກແອບຄວາມຄິດ ຄວາມ ອ່ານ ຊາວໜຸ່ມມີຄວາມ ຮັບຮູ້ເອົາຄວາມຄິດ ໜີຄວາມຈົນເພື່ອ ໄປຊອກຫາບ່ອນ ທີ່ດີກວ່າ ແຕ່ເຂົາເຈົ້າບໍ່ ຄໍານຶງເຖິງ ໄພອັນຕຣາຍ ທີ່ເຂົາເຈົາຕ້ອງ ສ່ຽງຊີວິດໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org