ແຂວງຈຳປາສັກກຳລັງກະກຽມ ເປັນເຈົ້າພາບ ຈັດການແຂ່ງຂັນ ກິລາແຫ່ງຊາດ ປີ 2008

ເຈົ້າໜ້າທີ່ ຫ້ອງການປະຈຳໂຮງການແຂວງ ແຂວງຈຳປາສັກ ຢູ່ເມືອງປາກເຊ ແຈ້ງໃຫ້ຊາບວ່າ ໃນເວລານີ້ແຂວງຂຳ ປາສັກກຳລັງກະກຽມການເປັນເຈົ້າພາບຈັດການແຂ່ງຂັນກິລາແຫ່ງຊາດ ປີ 2008 ຢ່າງເຕັມທີ່.

ດຽວນີ້ແຂວງຈຳປາສັກກຳລັງກໍ່ສ້າງສນາມກິລາຂຶ້ນໃໝ່ຢູ່ບໍຣິເວນຫຼັກ 7 ທາງໄປເມືອງປາກຊ່ອງ ສຳລັບການແຂ່ງຂັນ ກິລາແຫ່ງຊາດ ຊຶ່ງປະກອບດ້ວຍເດີ່ນແທນນິສ 4 ເດີ່ນ ແລະສະລອຍນ້ຳ. ສຳລັບເດີ່ນແທນນຶສນັ້ນ ດຽວນີ້ຜູ້ຮັບເໝົາ ກຳລັງລົງມືສ້າງຢູ່. ສຳຫຼັບສະລອຍນ້ຳນັ້ນ ກຳລັງອອກແບບຢູ່. ແນວໃດກໍຕາມທັງໝົດນີ້ ຕ້ອງສ້າງໃຫ້ແລ້ວກ່ອນມື້ ເປີດການແຂ່ງຂັນ. ແລະສຳລິບກິລາປະເພດອື່ນໆ ນັ້ນ ຈະແຂ່ງຂັນກັນຢູ່ຕາມໂຮງຮຽນຕ່າງໆ. ສະເພາະເດີ່ນ ເຕະບານທາງແຂວງໄດ້ໃຫ້ຜູ້ຮັບເໝົາຊ່ອມແປງເດີ່ນເກົ່າ.

ເຈົ້າໜ້າທີ່ຜູ້ດຽວກັນນີ້ອະທິບາຍວ່າ ຍັງມີບັນຫາສຳຄັນອີກສອງຢ່າງທີ່ທາງແຂວງກຳລັງຜະເຊີນໜ້າ ຄື ບັນຫາບ່ອນ ພັກເຊົາຂອງນັກກິລາ ແລະການຝຶກແອບນັກກິລາຂອງແຂວງຈຳປາສັກ ຊຶ່ງດຽວນີ້ທາງແຂວງກຳລັງຊອກຂໍ້ມູນດ້ານ ໂຣງແຮມແລະເຮືອນພັກ ບໍ່ຮູ້ວ່າຈະພຽງພໍກັບຄວາມຕ້ອງການຫຼືບໍ່. ສຳລັບການຝຶກແອບນັກກິລານັ້ນ ບັນຫາມີຢູ່ວ່າ ຖ້າຈະຝຶກແອບນັກຮຽນ-ນັກກິລາແບບເຕັມເວລາ ພັດຢ້ານພວກເຂົາຂາດການຮຽນ-ເສັຽການຮຽນ. ຖ້າຈະເຮັດແບບ ເກົ່າ ກໍພັດຢ້ານແຂວງຈຳປາສັກບໍ່ໄດ້ຫຼຽນຫຼາຍ. ແລະບັນຫາໜັກທີ່ສຸດກໍແມ່ນແຂວງຈຳປາສັກຍັງຂາດນາຍຄູສອນ ກິລາປະເພດຕ່າງໆ ຊຶ່ງຈະເຮັດໃຫ້ຝຶກຊ້ອມບໍ່ໄດ້ມາຕຖານເທົ່າທີ່ຄວນ.

ມາໂນທັມ ຣາຍງານ