ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ເຜີຍຕໍ່ນັກຂ່າວ RFAວ່າ ນັບຕັ້ງແຕ່ເດືອນກຸມພາມາ ຄົນຂໍທານແລະເດັກນ້ອຍເລ້ລ້ອນຈອນຈັດ ເລີ່ມປາກົດໃຫ້ເຫັນ ໃນໃຈກາງນະຄອນ ຫລວງວຽງຈັນ ອີກແລ້ວ-ຫລັງຈາກທີ່ຖືກທາງເຈົ້າໜ້າທີ່ ກ່ຽວຂ້ອງຈັບກຸມແລະກວດລ້າງ ໃຫ້ໝົດໄປ ເມື່ອສອງປີຜ່ານມາ ແລະຂະນະນີ້ກໍຍີ່ງນັບມີຈໍານວນຫລາຍເພີ່ມຂຶ້ນ.
ຊາວນະຄອນຫລວງທ່ານນີ້ ກ່າວເຖີງພຶດຕິກໍາຂອງຄົນຂໍທານແລະ ເດັກນ້ອຍເລ້ລ້ອນຈອນຈັດ ພວກນີ້ວ່າ ຄົນຂໍທານສ່ວນໃຫຍ່ຈະມາຈາກຕ່າງແຂວງ ມາກັນເປັນຄອບຄົວ ມີທັງຜູ້ເຖົ້າຜູ້ແກ່ ຜູ້ໃຫຍ່-ເດັກເລັກເດັກແດງ ຫ້ອຍຕາມກັນມາ, ຈະພາກັນເລາະຂໍທານຕາມຮ້ານຄ້າ-ເຮືອນຄົນ-ຕະລາດຕະລີບ່ອນທີ່ມີຄົນໄປ-ມາຫລາຍໆ. ແລະສະຖານທີ່-ທີ່ນິຍົມທີ່ສຸດ ກໍຄືຮ້ານອາຫານແລະສະຖານທີ່ກິນດື່ມ ທີ່ມີລູກຄ້າເປັນນັກທ່ອງຊາວ ທ່ຽວຕ່າງປະເທດ ນິຍົມກັນໄປນັ້ນ. ແລະເວລາຂໍທານ -ບໍ່ໃຫ້ກໍບໍ່ຍອມໜີ-ຈົນກວ່າຈະໄດ້ເງິນ.
ສ່ວນເດັກເລ້ລ້ອນຈອນຈັດ ສ່ວນໃຫຍ່-ເປັນເດັກນ້ອຍ ໃນເຂດນະຄອນຫລວງເອງ ແລະມາຈາກຄອບຄົວຍາກຈົນ ຫລືມີບັນຫາ-ພໍ່ແມ່ບໍ່ມີເວລາດູແລ ແລະລ້ຽງດູຕາມມີຕາມເກີດ ໂດຍບໍ່ສົນວ່າເຂົາຈະໄປໂຮງຮຽນ ຫລືໄປໃສໃນແຕ່ລະມື້. ເດັກນ້ອຍເຫລົ່ານີ້ ກໍຈັບກຸ່ມກັນ-ເລາະຕາມຖະນົນ-ຂໍທານ-ຂໍຢູ່-ຂໍກິນ. ບາງຄັ້ງ-ກໍຂີ້ລັກ-ງັດແງະ-ດົມກາວ-ຕິດຢາກໍ່ມີ. ບາງພວກ ກໍຖືກພວກຄົນບໍ່ດີ ຕົວະຍົາະ-ໄປກະທໍາສີ່ງທີ່ຜິດກົດໝາຍ ຊຶ່ງທັງໝົດນັ້ນ ລ້ວນແຕ່ສ້າງພາບພົດ-ບໍ່ດີ-ຕໍ່ສາຍຕາ-ນັກທ່ອງທ່ຽວແລະ ສ້າງບັນຫາໃນສັງຄົມ.
ບັນຫາທີ່ກ່າວມານັ້ນ ເຈົ້າໜ້າທີ່ກ່ຽວຂ້ອງທ່ານນຶ່ງ ບອກວ່າ ຍາກທີ່ຈະແກ້ໃຂໄດ້-ເພາະວ່າ ປາບຫລືກວດລ້າງແລະອົບຮົມ-ແລ້ວສົ່ງກັບພູມລໍາເນົາເດີມ -ພວກເຂົາກໍຈະກັບຄືນມາໃໝ່-ຍ້ອນຄວາມຍາກຈົນ. ແລະວ່າ ຖ້າທາງການບໍ່ສາມາດແກ້ໃຂ ບັນຫາພື້ນຖານຂອງຄວາມຍາກຈົນນັ້ນ ບັນຫາຄົນຂໍທານແລະເດັກເລ້ລ້ອນຈອນຈັດ ກໍຈະມີໃຫ້ເຫັນ ຕໍ່ໄປໃນສັງຄົມລາວ.
ມະນີຈັນ ຣາຍງານ