ຕ້ອງຮ່ວມມື ໄກ້ສິດ ປ້ອງກັນ ພຍາດຣບາດ ເຂດຊາຍແດນ ລະຫວ່າງ ປະເທດ
ຄວນ ສ້າງໂຄງຮ່າງ ພື້ນຖານ ສາທາຣະນະກັມ ທີ່ດີ ແກ່ຊາວບ້ານ ບໍຣິເວນ ນັ້ນ, ເພາະວ່າ ຊາຍແດນ ແຂວງ ອດັຕະປື ທີ່ຕິດກັບປະເທດ ວຽດນາມ ແລະ ກຳພູຊາ ຈະກາຍເປັນ ເຂດພັທນາ 3 ຫລ່ຽມ ເສຖກິດ ໃນອານາຄົດ.
-
ວຽງໄຊ ຣາຍງານ
2008-05-15 -
-
-
Your browser doesn’t support HTML5 audio
ການຕິດຕໍ່ ວຽກ ການປ້ອງກັນ ພຍາດຣະບາດ ຕາມເຂດ ຊາຍແດນ ຂອງ ແຂວງອັດຕະປື ຮ່ວມກັບ ປະເທດ ໃກ້ຄຽງ ຈຳເປັນ ຕ້ອງປັບປຸງ ໃນຫລາຍໆ ດ້ານ ເພື່ອເຮັດໃຫ້ ມີ ປະສິດຕິພາບ ຫລາຍຂຶ້ນ.
ດຣ. ບຸນເຕັນ ສັງສົມສັກ, ຫົວໜ້າ ຜແນກສາທາຣະນະສຸກ ແຂວງອັດຕະປື, ເວົ້າເຖິງ ຄວາມຈຳເປັນ ຕ້ອງປັບປຸງ ວຽກການຕິດຕໍ່, ໂດຍສເພາະ ການແລກປ່ຽນ ຂ່າວສານ ໃຫ້ດີຂຶ້ນ ເພື່ອເຮັດໃຫ້ ວຽກ ການປ້ອງກັນ ພຍາດຣະບາດ ຕາມເຂດ ຊາຍແດນ ຂອງແຂວງອັດຕະປື ກັບເພື່ອນບ້ານ, ທັ້ງ ກຳພູຊາ ແລະ ວຽດນາມ ເກີດ ປະສິດຕິພາບ ຫລາຍກວ່າເກົ່າ, ດັ່ງທີ່ ທ່ານກ່າວ ໃນຕອນນຶ່ງ ວ່າ:
“ໝາຍຄວາມວ່າ ຖ້າຫາກວ່າ ພຍາດໃດ, ໂຣກໃດ ທີ່ມັນເກີດ ກັບປະເທດໃດ ຢູ່ໃກ້ຄຽງ ຫັ້ນນາ, ໃຫ້ສົ່ງ ຂໍ້ມູນ ຂ່າວສານ ມາໃຫ້ກັນ ຮູ້ໄວ້ໂລດ. ຄັນວ່າ ເຮົາໄດ້ຮູ້ ຂໍ້ມູນແລ້ວ, ເຮົາກໍ່ ພຍາຍາມ ຊ່ວຍກັນ ສກັດກັ້ນ ຫັ້ນແລ້ວ, ບໍ່ໃຫ້ ມັນເກີດ ພາຍໃນ ປະເທດ ຂອງຕົນເອງ, ຢູ່ໃນແຂວງ ຂອງຕົນເອງ ຫັ້ນນຳ. ບຸຄລາກອນ ພວກເຮົາ ບໍ່ທັນ ໄດ້ແລກປ່ຽນ ເທື່ອ”
ດຣ. ບຸນເຕັນ ກ່າວຕື່ມວ່າ,ການຕິດຕໍ່ ວຽກ ການປ້ອງກັນ ພຍາດຣະບາດ ຕາມແນວຊາຍແດນ ຣະຫວ່າງ ແຂວງອັດຕະປື ກັບ ແຂວງຣັຕນະຄີຣີ, ແຂວງ ຊຽງແຕງ ຂອງກຳພູຊາ ແລະ ແຂວງ ກວາງຕູມ, ແຂວງຍາລາຍ ຂອງວຽດນາມ ຈຳເປັນ ຕ້ອງມີ ການຮ່ວມມື ແລກປ່ຽນ ແລະ ຍົກຣະດັບ ບຸຄລາກອນ ດ້ານນີ້ ຮ່ວມກັນ ໃຫ້ຫລາຍຂຶ້ນ ຮວມໄປເຖິງ ປັບປຸງ ການແລກປ່ຽນ ຂໍ້ມູນ ຂ່າວສານ ຣະຫວ່າງກັນ ຄວນໃຫ້ໄວ ແລະ ມີປະສິດຕິພາບ ຫລາຍຂຶ້ນ ໂດຍສເພາະ HIV/AIDS, ໄຂ້ຫວັດນົກ, ອາຫິວາ, ວັນນະໂຣກ, ໄຂ້ຍຸງ ເປັນໂຣກ ທີ່ຮ້າຍແຮງ ຊຶ່ງອາດແຜ່ລາມ ໃນຂົງເຂດ ຕລອດເວລາ ຫາກບໍ່ມີ ມາຕການ ຮັບມື ທີ່ຄັ່ກແນ່.
ອີກປະການນຶ່ງ ເນື່ອງຈາກ ທຶນຮອນ ຂອງແຕ່ລະຝ່າຍ ມີ ຂ້ອນຂ້າງ ຈຳກັດ ເຮັດໃຫ້ ການວາງແຜນ ປ້ອງກັນ ພຍາດຣະບາດ ເຮັດແບບ ພໍໄຜພໍລາວ. ດັ່ງນັ້ນ ຈຶ່ງຈຳເປັນ ຕ້ອງອາໄສ ການຊ່ວຍເຫລືອ ແລະ ສນັບສນູນ ຈາກ ອົງການ ຈັດຕັ້ງ ສາກົນ ເຂົ້າມາ ເຄື່ອນໄຫວ ຫລາຍກວ່ານີ້ ເພື່ອເຮັດໃຫ້ ວຽກງານ ປ້ອງກັນ ພຍາດ ຣະບາດ ຣະຫວ່າງ ລາວ, ກຳພູຊາ ແລະ ວຽດນາມ ເປັນແບບ ນ້ຳນຶ່ງ ໃຈດຽວ ກັນ.
ຢ່າງໃດກໍ່ດີ ເຖິງວ່າ ຊາຍແດນ ແຂວງອັດຕະປື ກັບເພື່ອນບ້ານ ຈະຖືເປັນ ເຂດ ສອກຫລີກ ແລະ ທີ່ ຜ່ານມາ, ບັນຫາ ໂຣກຣະບາດ ຕາມແນວ ຊາຍແດນ ກໍ່ຍັງ ບໍ່ທັນ ໃຫຍ່ໂຕ ກ້ວາງຂວງ ແຕ່ຢ່າງໃດ, ຊຶ່ງ ອາດຈະເປັນຍ້ອນ ບໍ່ມີ ພົລເມືອງ ອາໄສ ຫລາຍ ໃນເຂດດັ່ງກ່າວ; ແຕ່ໃນພາຍໜ້າ, ເຂດນີ້ ກຳລັງ ຈະຖືກ ພັທນາ ໃຫ້ເປັນ 3 ຫລ່ຽມ ເສຖກິດ ທີ່ສຳຄັນ. ດັ່ງນັ້ນ, ການສ້າງ ໂຄງຮ່າງ ພື້ນຖານ ແລະ ຄວາມຮັບຮູ້ ດ້ານສາທາຣະນະສຸກ ທີ່ດີ ແກ່ຊາວບ້ານ ຈຶ່ງເປັນ ສິ່ງຮອງຮັບ ສຳຄັນ ຢ່າງຍິ່ງ ຕໍ່ ການຍົກຣະດັບ ຄຸນພາພ ຊີວິຕ ຂອງໄທບ້ານ ໃນເຂດດັ່ງກ່າວ.
EKW: ໂຣກຣບາດ