ບັນດາ ສະມາຊິກ ຜູ້ແທນ ສະພາແຫ່ງຊາດ ເຂດ ນະຄອນຫລວງວຽງຈັນ ລົງຊີ້ແຈງ ແລະ ທໍາຄວາມ ເຂົ້າໃຈ ກັບປະຊາຊົນ ນະຄອນຫລວງ ກ່ຽວກັບ ກໍຣະນີ ບຶງທາດຫລວງ ເມື່ອສັບປະດາ ຜ່ານມາ


2008.02.11

ການລົງໂອ້ລົມກັບປະຊາຊົນ ໃນ ເຂດນະຄອນ ຫລວງງຽງຈັນ ຂອງບັນດາ ຜູ້ແທນສະພາ ແຫ່ງຊາດ ເຂດນະຄອນຫລວງ ກ່ຽວກັບກໍຣະນີ ທີ່ຈະສ້າງເຂດ ບືງທາດຫລວງ ເປັນເມືອງໃໝ່ແບບຢ່າງ ສ້າງຄືເມືອງຊູໂຈວຂອງຈີນ ເມື່ອສັບປະດາ ຜ່ານມາ ຍີ່ງສ້າງຄວາມສັບສົນ ແລະຂໍ້ຂ້ອງໃຈ ໃຫ້ແກ່ປະຊາຊົນ ຫລາຍຂຶ້ນ ໂດຍບໍ່ຮູ້ວ່າ ຈຸດປະສົງ ຂອງຣັດຄືຫຍັງແທ້?

ຕາມທີ່ປະຊາຊົນ ຊາວນະຄອນຫລວງ ທ່ານນຶ່ງ ຜູ້ໄດ້ເຂົ້າຮ່ວມ -ຟັງ ການໂອ້ລົມນັ້ນ ໄດ້ເປີດເຜີຍຕໍ່ວິທະຍຸເອເຊັຽເສຣີ.

ຊາວນະຄອນ ຫລວງທ່ານນີ້ ເວົ້າວ່າ ໃນການໂອ້ລົມນັ້ນ ຜູ້ແທນ ສະພາແຫ່ງຊາດ ບໍ່ໄດ້ໃຫ ້ຄວາມກະຈ່າງແຈ້ງ ຫຍັງເລີຍ ກ່ຽວກັບ ການທົດແທນຄ່າ ທີ່ດິນ ຂອງປະຊາຊົນ ຜູ້ມີໃບຕາດິນ, ບໍ່ໄດ້ເອີ່ຍເຖີງ ການອະນຸມັດ ໃຫ້ຈີນ-ສໍາປະທານ ເຂດບຶງທາດຫລວງ ເພື່ອຕອບແທນບຸນຄຸນທີ່ຈີນ ມາສ້າງສະໜາມກິລາແຫ່ງຊາດບ່ອນໃໝ່, ບໍ່ໄດ້ເວົ້າເຖີງການອະນຸຍາດໃຫ້ຊາວຈີນ ຈໍານວນຫລວງ ຫລາຍມາຕັ້ງຖີ່ນຖານ ໃນ ເຂດດັ່ງກ່າວ ແລະ ບໍ່ໄດ້ເວົ້າເຖີງ ອີກຫລາຍໆຄໍາຖາມ ທີ່ປະຊາຊົນ ສົນໃຈ ແລະຕ້ອງການຄໍາຕອບ.

ແຕ່ບັນດາ ສະມາຊິກ ຜູ້ແທນສະພາ ພັດເວົ້າ ໄປເຖີງພື້ນທີ່ ບຶງທາດຫລວງ ແລະ ເຂດອ້ອມແອ້ມວ່າ ເປັນພື້ນທີ່ຂອງຣັດ ປະຊາຊົນ ເຂົ້າມາຍຶດຄອງຈັບຈອງ ເປັນຂອງຕົນ ໂດຍບໍ່ໄດ້ຮັບອະນຸຍາດ. ພ້ອມກັນນັ້ນ ຍັງເວົ້າໄປເຖີງວ່າ ຜູ້ໃດ ຢາກຈະມາລົງທຶນ-ພັດທະນາ ໃນເຂດນັ້ນ ກໍໄດ້-ແມ່ນແຕ່ຊາວລາວ ພົ້ນທະເລ ກໍມີເງື່ອນໃຂ ເຂົ້າມາລົງທຶນໄດ້ ແລະ ເວົ້າເຖີງການສ້າງງານ ໃຫ້ຊາວລາວ ໃນການກໍ່ສ້າງນັ້ນ.

ເປັນ ທີ່ສັງເກດວ່າ ຕາມປົກກະຕິແລ້ວ ກອງປະຊຸມ ສະພາແຫ່ງຊາດ ໄດ້ປິດລົງ 9 ໄລຍະນຶ່ງ ຜູ້ແທນ ສະພາແຫ່ງຊາດ ຈຶ່ງໄດ້ລົງໄປ ເຜີຍແຜ່ຜົນສໍາເຣັດ ຂອງກອງປະຊຸມສະພາ ໃຫ້ປະຊາຊົນ ໃນເຂດເລືອກຕັ້ງ ຂອງຕົນຊາບ ແລະ ເພື່ອເກັບກໍາ ຫາງສຽງ ຂອງປະຊາຊົນ ຂຶ້ນມາຣາຍງານ ໃຫ້ຄະນະປະຈໍາ ສະພາແຫ່ງຊາດ. ແຕ່ສະມາຊິກສະພາ ເຂດນະຄອນ ຫລວງວຽງຈັນ ຫາກເລັ່ງໃສ່ແກ້ໃຂບັນຫາ ບຶງທາດຫລວງ ຊຶ່ງເປັນເລື່ອງທີ່ໜາຫູແລະ ຝົດນັນ ໄປທົ່ວສັງຄົມ-ນະຄອນຫລວງນັ້ນ ເປັນອັນຕົ້ນຕໍ.

ມະນີຈັນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.