ຫ້ອງການ UNESCO ແຂວງ ຊຽງຂວາງ ກໍາລັງຊອກຄົ້ນຈຸດ ຫລືສະຖານທີ່ ທີ່ມີໄຫຫີນ ຄືນຕື່ມອີກ ເພາະເຊື່ອໝັ້ນວ່າ ຍັງມີ ສະຖານທີ່ ໃຫຫີນທີ່ຍັງບໍ່ທັນ ຖືກຄົ້ນພົບ ເທື່ອ


2008.02.14

ເຈົ້າໜ້າທີ່ຫ້ອງການ UNESCO ໃນລາວກ່າວວ່າ ການຄົ້ນຫາຈຸດທີ່ມີໃຫຫີນ ຍັງດໍາເນີນຢູ່ຕໍ່ໄປ ຕາມເມືອງຕ່າງໆ ໃນແຂວງຊຽງຂວາງ. ແລະຕາມຂໍ້ມູນເບື້ອງຕົ້ນທີ່ທາງຫ້ອງການໄດ້ຮັບນັ້ນ ສໍາຣວດແລ້ວໃນ5ຕົວເມືອງ ແລະຂະນະນີ້ກໍຢູ່ຣະຫວ່າງ ການສໍາຣວດໃນເມືອງທີ6 ຄືເມືອງແຮດ ແລະຍັງເຊື່ອໝັ້ນວ່າ ໃນແຂວງຊຽງຂວາງ-ມີຈຸດໄຫຫີນອີກຈໍານວນຫລວງຫລາຍ ທີ່ບໍ່ທັນໄດ້ຄົ້ນພົບ-ບໍ່ທັນໄດ້ສໍາຣວດ ຊຶ່ງສ່ວນໃຫຍ່ ຢູ່ຕາມເສັ້ນທາງແຂວງຊຽງຂວາງ ໄປຈົນຮອດຊາຍແດນວຽດນາມ ແລະເຈົ້າໜ້າທີ່ເຂົ້າໄປບໍ່ເຖີງ. ທ່ານກ່າວກ່ຽວກັບເລື່ອງນີ້ວ່າ:

(ສຽງ) "ຢູ່ໃນບໍຣິເວນອື່ນໆ ເພີ່ນກໍຍັງສໍາຣວດຄືນຕື່ມທັງໝົດແລ້ວກໍາລັງຊອກຄົ້ນວ່າ ມີກາຍ 52ຈຸດຫລືບໍ່ເພາະວ່າດຽວນີ້ມັນຫລາຍຈຸດ ຢູ່ດິນຊຽງຂວາງມັນເກືອບວ່າມີໝົດ ທຸກເມືອງ ຕົ້ນຕໍເຂົາເຈົ້າໄດ້ກວດເສັ້ນທາງຍ່າງ ຂອງນັກທ່ອງທ່ຽວກ່ອນ ສ່ວນພື້ນທີ່ໃຫຍ່ໆຄ່ອຍໆຕຣວດຕາມລໍາດັບ."

ທົ່ງໃຫຫີນທັງໝົດໃນແຂວງຊຽງຂວາງ ທີ່ຖືກຄົ້ນພົບໃນ7ໝູ່ບ້ານ ຈໍານວນ 52ຈຸດນັ້ນມີໃຫຫີນປະມານ 1900ໜວ່ຍ ແຕ່ເຈົ້າໜ້າທີ່ປະເມີນວ່າອາດຈະມີຫລາຍກວ່າ 2000ໜ່ວຍ.

ການສໍາຣວດທົ່ງໃຫຫີນ ໃນແຂວງຊຽງຂວາງດໍາເນີນໄປໂດຍ ທີມງານທີ່ຊື່ວ່າ ໂຄງການຕໍ່ຕ້ານຄວາມທຸກຍາກທີ່ທົ່ງໃຫຫີນ ປະກອບດ້ວຍນັກວິຊາການຈາກ ອົງການທ່ອງທ່ຽວແຫ່ງຊາດ ຜູ້ຊ່ຽວຊານຈາກຕ່າງປະເທດ ເຈົ້າໜ້າທີ່ຈາກກະຊວງວັດທະນະທໍາຂອງລາວ ອົງການ MAXXເກັບກູ້ຣະເບີດແລະຫ້ອງການທ່ອງທ່ຽວ ແຂວງຊຽງຂວາງ ຮ່ວມສໍາຣວດຂໍ້ມູນ, ລົງມືເກັບກູ້ຣະເບີດ, ໃຫ້ຄວາມຮູ້ແກ່ປະຊາຊົນ ເປັນສໍາຄັນ ໂດຍໄດ້ຮັບທຶນສະນັບຈາກ New Zealand.

ຢູ່ເມືອງແຮດ ຊາວບ້ານບອກວ່າ ມີໃຫຫີນຂະໜາດໃຫຍ່ຈໍານວນນຶ່ງ ໃນທີ່ນັ້ນ ແຕ່ອາດຈະມີຣະເບີດທີ່ຍັງບໍ່ທັນແຕກ ຕົກຄ້າງແລະລໍຖ້າການເກັບກູ້.

ມະນີຈັນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.