ພາຍໃນ ແລະ ຕ່າງປະເທດ ເອົາໃຈໃສ່ ການສຶກສາ ເດັກນ້ອຍ ເຂດ ຮ່າງໄກ ສອກຫລີກ
ຢູ່ ສປປລາວ ໃນ ເຂດ ຫ່າງໄກ ຍັງ ບໍ່ທັນມີ ໂຮງຮຽນ ແລະ ອຸບປະກອນ ການຮຽນ ບໍ່ພຽງພໍ ສຳລັບ ເດັກນ້ອຍ.
-
ຈຳປາທອງ ຣາຍງານ
2008-06-04 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ຫ້ອງການ ບໍຣິຫານ ຜະແນກ ສຶກສາ ແຂວງ ເຊກອງ ພາກໄຕ້ ຂອງ ລາວ ໄດ້ ເຜີຍ ໃຫ້ຮູ້ ວ່າ ປັດຈຸບັນ ນີ້, ທາງ ແຂວງ ໄດ້ຮັບ ທຶນ ຊ່ວຍເຫລືອ ຈາກ ປະເທດ ຍີ່ປຸ່ນ ເພື່ອ ພັດທະນາ ທາງດ້ານ ການສຶກສາ ຂອງ ເດັກນ້ອຍ ທີ່ ຢູ່ ໃນ ເຂດ ຮ່າງໄກ. ທ່ານ ວ່າ ທີ່ ຜ່ານມາ ເຖິງ ແມ່ນວ່າ ທາງແຂວງ ຈະ ໄດ້ຮັບ ການຊ່ວຍເຫລືອ ຈາກ ຕ່າງປະເທດ ແຕ່ ບັນຫາ ການຮ່ຳຮຽນ ຂອງ ເດັກນ້ອຍ ໃນເຂດ ຫ່າງໄກ ກໍ ຍັງ ແກ້ບໍ່ຕົກ:
“ມັນ ກໍ ເປັນ ບັນຫາ ເລື່ອງ ອຸບປະກອນ ບໍ່ພຽງພໍ ໃນ ເຂດ ຫ່າງໄກ ແລະ ກໍ ເດັກນ້ອຍ ຍັງ ທຸກຍາກ ຫລາຍ. ບາງຄົນ ບໍ່ ໄດ້ ເຂົ້າ ໂຮງຮຽນ ປະມານ 17 ບ້ານ “.
ທ່ານ ເວົ້າຕື່ມ ອີກວ່າ: ປັດຈຸບັນ ນອກຈາກ ຈະມີ ທຶນ ຊ່ວຍເຫລືອ ຈາກ ປະເທດ ຍີ່ປຸ່ນ ແລ້ວ, ຍັງ ໄດ້ ຮັບທຶນ ຈາກ ທາງ ຣັດຖະບານ ອີກ ທາງ ນຶ່ງ; ແຕ່ ທຶນ ທັງໝົດ ທີ່ ໄດ້ ຮັບ ມາ ນັ້ນ, ກໍບໍ່ ພຽງພໍ ທີ່ ຈະ ສາມາດ ລຸດ ຈຳນວນ ເດັກນ້ອຍ ທຸກຍາກ ທີ່ ຂາດ ການສຶກສາ ໃຫ້ ນ້ອຍລົງ ໄດ້.
ສຳລັບ ເຂດ ທີ່ຢູ່ ຫ່າງໄກ ສອກຫລີກ, ທ່ານ ວ່າ ທາງ ແຂວງ ໄດ້ ພະຍາຍາມ ແກ້ໄຂ ໃຫ້ດີ ຂື້ນ, ໂດຍສະເພາະ, ເລື່ອງ ໂຮງຮຽນ ສຳລັບ ເດັກນ້ອຍ ທຸກຍາກ:
“ພູດອຍ ສູງຊັນ ບໍ່ມີ ທາງຣົດ ມີແຕ່ ຍ່າງ ກໍ ສິໄດ້ ແກ້ໄຂ ເລື້ອຍໆ. ນີ້ແຫລະ ຍັງ ພະຍາຍາມ ຢູ່. ພະຍາຍາມ ແກ້ ໃຫ້ມີ ໂຮງຮຽນ ແບບ ຊຳຊາ ໃຫ້ ມັນມີ ໂຮງຮຽນ ໝົດ ບໍ່ຖາວອນ ກໍ ໃຫ້ ມັນມີ ຊຳຊາ ກ່ອນ “.
ໃນ ແຕ່ລະປີ, ຜະແນກ ສຶກສາ ແຂວງ ເຊກອງ ກໍ ໄດ້ຮັບ ສະໝັກ ຄຣູ ເພື່ອ ຈະໃຫ້ໄປ ສອນ ເດັກນ້ອຍ ແລະ ມີ ການຍົກຣະດັບ ຄຣູ ທີ່ ຢູ່ ໃນ ທ້ອງຖິ່ນ ຫລື ໝູ່ບ້ານ ເພື່ອ ສິດສອນ ເດັກນ້ອຍເຫລົ່ານັ້ນ.
ອົງການ ຢູນິເຊຟ ປະຈຳລາວ ເວົ້າວ່າ ເຖິງ ຈະ ພະຍາຍາມ ໃຫ້ມີ ໂຮງຮຽນ ໃນ ທຸກ ພື້ນທີ່; ແຕ່ ກໍ ຍັງເຫັນວ່າ ມີ ເດັກນ້ອຍ ຈຳນວນ ຫລາຍ ຄົນ ບໍ່ໄດ້ຮຽນ. ເພື່ອ ແກ້ໄຂ ບັນຫາ ການຮຽນ ສຳລັບ ເດັກນ້ອຍ ຜູ້ ດ້ອຍ ໂອກາດ, ຕ້ອງ ມີ ການ ແລກປ່ຽນ ຂະບວນ ການຮຽນຮູ້ ທັງໃນ ແລະ ນອກ ຣະບົບ, ໂດຍສະເພາະ, ຄຣູ ທີ່ ເຂົ້າໃຈ ບັນຫາ ຣວມທັງ ມີ ປັດໃຈ ພິເສດ ທີ່ ຈະ ສະໜັບ ສະໜູນ ຄຣູ ເຫລົ່ານີ້, ເປັນຕົ້ນ ວ່າ ໃຫ້ ອັດຕຣາ ເງິນ ເດືອນ ສູງກວ່າ ຄຣູ ທີ່ ສອນ ໃນ ຕົວເມືອງ ໄດ້ ຮັບ ການອົບຮົມ ຫລື ການໃຫ້ລາງວັນ.
ຄຳສັບ ຊອກຫາຂໍ້ມູນ: ການສຶກສາ education