ຕຳຣວດ ແຂວງຫນອງຄາຍ ຢຶດຣົຖໂຕໂຍຕາ

ຕຳຣວດນ້ຳຢຶດຣົຖໂຕໂຍຕາທີ່ ກຳລັງຈະເອົາລົງເຮືອຂ້າມໄປຝັ່ງລາວ.

ລາຍງານແຈ້ງມາວ່າ ໃນເວລານື່ງໂມງເຊົ້າມືດ ຂອງວັນທີ 12 ເດືອນກຸມພາ ພຕອ ອໍຣະວຸດ ອ່ອນຊັບ ຜູ້ກຳກັບການ 11 ກອງທັບຕຳຣວດນ້ຳ ຫນອງຄາຍ ໄດ້ຮັບແຈ້ງຈາກສາຍລັບວ່າ ຈະມີຂະບວນການ ໂຈຣະກັມນຳຣົຖຍົນ ຂ້າມແມ່ນ້ຳຂອງໄປປະເທດເພືອ່ນບ້ານ ບໍຣີເວນແຄມຝັ່ງ ຂອງບ້ານຜາຕັ້ງ ເມືອງສັງຄົມ ແຂວງຫນອງຄາຍ ຈື່ງສັ່ງການໃຫ້ຫນ່ວຍ ງານລາຕເວັນດັກສກັດ ໃນບໍຣີເວນດັ່ງກ່າວ. ໃນຂນະທີ່ດັກຊຸມ ຢູ່ພໍບໍເທົາໃດຊົ່ວໂມງ ກໍ່ພົບກຸ່ມໂຈຣະນຳ ນຳຣົຖໂຕໂຍຕາ ຊນີດຟໍຈູນເນີ ທະບຽນບາງກອກ ມາທ່າແຫ່ງນັ້ນແລະ ກໍ່ມີຊາຍຜູ້ນື່ງ ຖືໄຟສາຍຍ່າງລົງຣົຖ ໃນເວລາດຽວກັນ ກໍ່ມີເຮືອຫາງຍາວ ຈາກຝັ່ງລາວເຂົ້າ ມາທຽບຝັ່ງ ມີຄົນຜູ້ຊາຍ ສີ່ຫ້າຄົນຕາມ ມານຳດ້ວຍ. ໃນຂນະທີ່ມາຮອດຝັ່ງ ກຸ່ມໂຈຣະກຳ ສີ່ຫ້າຄົນ ກໍ່ໂດດອອກຈາກ ເຮືອຫາງຍາວ ທີ່ຈະເອົາເຊືອກ ມາຜູກຣົຖແກ້ ຂື້ນໃສ່ເຮືອແຟ ທີ່ຕຽມໃວ້ກ່ອນແລ້ວ ເມື່ອເຈົ້າຫນ້າທີ່ໂພ່ອອກມາ ກຸ່ມດັ່ງກ່າວກໍ່ໂດດ ຂື້ນເຮືອຫາງຍາວ ຂ້າມຂອງໄປຝັ່ງລາວ ທ້າມຄວາມມືດ ແລະກໍ່ປອ່ຍ ຣົຖຈົມນ້ຳຖີ້ມ.

ກ່ຽວກັບການລັກ ຣົຖຍົນຈາກໄທໄປລາວ ເຈົ້າຫນ້າທີ່ໄທ ອີກທ່ານນື່ງ ໃຫ້ການໃນຣະຍະ ທີ່ຜ່ານມາວ່າ---

ທ່ານວ່າ ໃນສ່ວນທີ່ລັກ ຣົຖຍົນຂ້າມຂອງ ໄປລາວນັ້ນກໍ່ມີຢູ່ ບາງຄັ້ງບາງຄາວ ກຸ່ມດັ່ງກ່າວ ຈະບໍ່ເອົາຂ້າມ ຕາມດ່ານຖານວອນ ເຂົາຈະເອົາຂ້າມຕາມ ບອ່ນທີ່ບໍ່ມີການ ເຂັ້ມງວດປານໃດ ໃສ່ເຮືອແພຂ້າມ ໃນຍາມກາງຄືນ ບາງຄັ້ງກໍ່ຈັບໄດ້ ແລະບາງຄັ້ງກໍບໍ່ໄດ້ ແລະພວກທ່ານກໍ່ມີ ການເຂັມງວດ ໃນການກາຢູ່ ໃນເວລານີ້.

ໃນການຈັບກຸມເທື່ອນີ້ ເຈົ້າຫນ້າທີ່ໄດ້ໄຊ້ເວລາ ຫລາຍຊົ່ວໂມງຈື່ງສາມາດ ດືງຣົຖຂື້ນມາຈາກ ແມ່ນ້ຳຂອງໄດ້ ຍັງຈະມີການ ສືບສວນຕໍ່ໄປຢູ່ວ່າ ແມ່ນໃຜເປັນເຈົ້າ ຂອງຣົຖທີ່ຖືກລັກນີ້, ສ່ວນກຸ່ມໂຈຣະກຳນັ້ນ ທາງເຈົ້າຫນ້າທີ່ ກຳລັງຂໍຄວາມ ຮ່ວມມືກັບຫນ່ວຍງານ ຈາກຝັ່ງລາວຢູ່.




2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org